ກິດຈະກໍາເສີມສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງຂັ້ນເມືອງ ແລະ ຂັ້ນບ້ານ

    ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກຳເສີມສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງຂັ້ນເມືອງ ແລະ ຂັ້ນບ້ານ ໄລຍະ 1 ປີຜ່ານມາ ແລະ ວາງທິດທາງແຜນການສືບຕໍ່ຈັດຕັ້ງປະຕິບັດກິດຈະກໍາໄລຍະ 2 ແຕ່ 2022-2023 ຈັດຂຶ້ນວັນທີ 29 ກໍລະກົດ 2022 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ທ່ານ ສົມເຫຼັກ ວົງສາຮັກສາ ຮັກສາການຫົວໜ້າພະແນກພາຍໃນ ນວ ມີທ່ານຮອງເຈົ້າເມືອງ ອົງການປົກຄອງບ້ານເປົ້າໝາຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານບົດສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາເສີມສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງຂັ້ນເມືອງ ແລະ ຂັ້ນບ້ານ ໄລຍະ 1 ປີຜ່ານມາ ແລະ ວາງທິດທາງແຜນການສືບຕໍ່ຈັດຕັ້ງປະຕິບັດກິດຈະກໍາໄລຍະ 2 (2022-2023) ຈາກທ່ານ ປອ ສົມໃຈຫວັງ ເດດອຸດົມ ຮອງຫົວໜ້າພະແນກພາຍໃນ ນວ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນສຳເລັດໃນການຈັດຕັ້ງປະຕິບັດ ໂດຍສົມທົບກັບອົງການປົກຄອງ 3 ເມືອງເປົ້າໝາຍຄື: ເມືອງຫາດຊາຍຟອງ ຈັນທະບູລີ ແລະ ເມືອງປາກງື່ມ ເຊິ່ງມີ 9 ບ້ານເປົ້າໝາຍພາຍໃນ 3 ເມືອງ ໂດຍສຸມໃສ່ 9 ກິດຈະກຳ ເປັນຕົ້ນ ກິດຈະກຳການລົງສຳຫຼວດ ແລະ ເກັບກຳຂໍ້ມູນເບື້ອງຕົ້ນ ການເຊັນບົດບັນທຶກ ຂໍ້ຕົກລົງ ພ້ອມລົງເຜີຍແຜ່ບົດບັນທຶກຢູ່ບັນດາເມືອງ ແລະ ບ້ານເປົ້າໝາຍ ເຊິ່ງມີອົງການປົກຄອງເຂົ້າຮ່ວມທັງໝົດ 146 ຄົນ ຍິງ 42 ຄົນ ກິດຈະກຳລົງເຝິກອົບຮົມການປົກຄອງຂັ້ນທ້ອງຖິ່ນ ຈັດຂຶ້ນທີ່ຫ້ອງປະຊຸມອົງການເຮວວີຕັດ 2 ວັນເຕັມ ຈັດກອງປະຊຸມເຜີຍແຜ່ເອກະສານ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງເມືອງ ແລະ ບ້ານ ສຳເລັດທຸກເມືອງ ແລະ ບ້ານເປົ້າໝາຍ ມີຜູ້ເຂົ້າຮ່ວມ 644 ຄົນ ຍິງ 201 ຄົນ ຈັດກອງປະຊຸມແລກປ່ຽນ  ແລະ  ປຶກສາຫາລືວຽກງານເສີມສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນໃນ  8  ຂະແໜງການ ພ້ອມກຳນົດເຂດການປົກຄອງບ້ານ ແລະ ກິດຈະກຳສຸດທ້າຍແມ່ນກອງປະຊຸມເຝິກອົບຮົມພາລະບົດບາດ ສິດ ແລະ ໜ້າທີ່ 5 ໜ່ວຍງານຊ່ວຍບ້ານ ແລະ ສ້າງໂຄງການຮ່າງການຈັດຕັ້ງ ຂອງອົງການປົກຄອງບ້ານ ໃນລະບົບຖານຂໍ້ມູນຂອງ 5 ໜ່ວຍງານຂອງບ້ານ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 668 ຄົນ ຍິງ 250 ຄົນ.

    ສຳລັບແຜນໃນຕໍ່ໜ້າ ແມ່ນຈະໄດ້ສືບຕໍ່ເຜີຍແຜ່ກ່ຽວກັບນະໂຍບາຍ 3 ສ້າງ ແລະ ນະໂຍບາຍເປີດກວ້າງ 3 ປະຕິຂອງລັດຖະບານ ສືບຕໍ່ສະໜັບສະນູນ ແລະ ເສີມຂະຫຍາຍການມີສ່ວນຮ່ວມ ແລະ ຄວາມເປັນເຈົ້າຂອງຂັນທ້ອງຖິ່ນ ເສີມສ້າງຂີດຄວາມສາມາດໃຫ້ພະນັກງານລັດ ອົງການປົກຄອງເມືອງ ແລະ ບ້ານ ພ້ອມສືບຕໍ່ມອບທຶນໃຫ້ແກ່ຊຸມຊົນ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດໂຄງການ ແລະ ເສິມຂະຫຍາຍການຮ່ວມມື ແລະ ຄວາມເປັນອັນໜຶ່ງອັນດຽວກັນລະຫວ່າງພາກລັດ ແລະ ປະຊາຊົນ ອົງການຈັດຕັ້ງທາງສັງຄົມ ເພື່ອເປີດໂອກາດ ແລະ ວີທີໃນການປຶກສາຫາລືໃນການສ້າງນະໂຍບາຍການພັດທະນາແບບກວມລວມ.

    ກອງປະຊຸມຄັ້ງນີ້ ໄດ້ຈັດໃຫ້ມີການມອບ-ຮັບແຜນທີ່ເຂດແດນເຊື່ອມຕໍ່ລະຫວ່າງບ້ານ-ບ້ານ 3 ບ້ານ ເມືອງປາກງື່ມ ແລະ ໂຄງການຈັດຕັ້ງບ້ານຂອງ 9 ບ້ານ ໃນ 3 ເມືອງເປົ້າໝາຍຕຶ່ມອີກ.

error: Content is protected !!