ການກໍ່ສ້າງຕ້ອງຮັບປະກັນຄວາມປອດໄພ

     ໃນໄລຍະໃໝ່ນີ້ ແມ່ນໄລຍະເວລາທີ່ພວກເຮົາເຮັດໜ້າທີ່ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພັດທະນາເສດຖະກິດ-ສັງຄົມ ພັດທະນາຊັບພະຍາກອນມະນຸດ ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອເຮັດແນວໃດໃຫ້ບັນລຸໄດ້ຕາມຈຸດໝາຍຂອງພັກທີ່ວ່າ ສ້າງປະເທດລາວໃຫ້ເປັນປະເທດມັ່ງຄັ່ງເຂັ້ມແຂງປະຊາຊົນຮັ່ງມີຜາສຸກ ສັງຄົມສາມັກຄີປອງດອງ ປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ ເພື່ອ ຮັບປະກັນໃຫ້ແກ່ການພັດທະນາ ດ້ານນີ້ ດ້ານອື່ນກໍຕ້ອງໄດ້ຮັບການພັດທະນາ ມີເຄື່ອງມືທັນສະໄໝ ແຕ່ຄົນບໍ່ທັນສະໄໝກໍຍາກ ເພື່ອເປັນພື້ນຖານໃຫ້ແກ່ການສ້າງຄວາມເຂັ້ມທາງດ້ານເສດຖະກິດ ອັນສຳຄັນກໍຕ້ອງໄດ້ເອົາໃຈໃສ່ສ້າງ ແລະ ພັດທະນາພື້ນຖານ ໂຄງລ່າງໃຫ້ແໜ້ນແກ່ນ ເປັນຕົ້ນ ຖະໜົນຫົນທາງ ເຮືອນພັກອາໄສ ໄຟຟ້າ ນ້ຳປະປາ ໂຮງໝໍ ໂຮງຮຽນ ຊົນລະປະທານ ແລະ ອື່ນໆ ແຕ່ສິ່ງດັ່ງກ່າວມານັ້ນ ຈະປາກົດໃຫ້ເຫັນປະຈັກຕາ ກໍຕໍ່ເມື່ອໄດ້ຜ່ານ ຂະບວນການກໍ່ສ້າງຕາມຂັ້ນຕອນ ແລະ ມີລະບຽບການຄຸ້ມຄອງທີ່ເຂັ້ມງວດ ເພື່ອຮັບປະກັນ ຄວາມປອດໄພເປັນຢ່າງດີ ບໍ່ວ່າການກໍ່ສ້າງອັນໃດກໍຕາມ ມັນກໍເລີ່ມນັບແຕ່ນ້ອຍຫາໃຫຍ່ ນັບແຕ່ ຕ່ຳຫາສູງ ນັບແຕ່ໄກຫາໃກ້ ນັບແຕ່ຊັ້ນໃຕ້ດິນຮອດເທິງໜ້າດິນລວມທັງການຂົນສົ່ງວັດຖຸ ອຸປະກອນ ການນຳໃຊ້ພາຫະນະເຂົ້າ ໃນການກໍ່ສ້າງ ກຳມະກອນກໍ່ສ້າງກໍຕ້ອງມີມາດຕະຖານ ແລະ ເງື່ອນໄຂສະເພາະ ບໍ່ແມ່ນຜູ້ໃດ ກໍເປັນໄດ້ ເຮັດໄດ້ໝົດ ເອີ້ນວ່າ ວິຊາເປັດ.

     ທີ່ຜ່ານມາກໍເຫັນວ່າຂະບວນ ການກໍ່ສ້າງ ການຂົນສົ່ງວັດສະດຸ ການນຳໃຊ້ເຄື່ອງຈັກເຄື່ອງລາງ ລົດລາພາຫະນະ ກໍເຫັນວ່າມີຄວາມທັນສະໄໝ ມີຄຸນນະພາບ ແລະ ຮັບປະກັນຄວາມປອດໄພ ໄດ້ດີພໍສົມຄວນ ອັນເປັນການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າ ໃນການສ້າງສາພັດທະນາປະເທດຊາດບ້ານເມືອງຂອງພວກເຮົາ ໃຫ້ນັບມື້ນັບຮຸ່ງເຮືອງ ແລະ ມີຄວາມທັນສະໄໝເທື່ອລະກ້າວ.

    ຄຽງຄູ່ກັບສິ່ງທີ່ກ່າວມານັ້ນ ກໍຍັງເຫັນວ່າມີຂະບວນການກໍ່ສ້າງຂົນສົ່ງຈຳນວນໜຶ່ງບໍ່ປະຕິບັດຕາມກົດລະບຽບທີ່ມີແລ້ວ ກ່ຽວກັບວຽກງານນີ້ ເປັນຕົ້ນ ນຳໃຊ້ພາຫະນະທີ່ບໍ່ມີໄດ້ມາດຕະຖານ (ບໍ່ຮັບປະກັນທາງດ້ານເຕັກນິກ) ຂີ່ໄປ ຍູ້ໄປ ແປງໄປນຳ ວັດຖຸອຸປະກອນນຳໃຊ້ເຂົ້າໃນການກໍ່ສ້າງບໍ່ມີຄຸນນະພາບລະບົບການຂົນສົ່ງບໍ່ຮັບປະກັນຄວາມປອດໄພ (ບໍ່ປົກປິດ) ເຮັດໃຫ້ຫີນ ດິນຊາຍຕົກເຮ່ຍນຳຖະໜົນຫົນທາງສ້າງຄວາມເປີະເປື້ອນ ເຮັດໃຫ້ເກີດອຸປະຕິເຫດ ຄົນໄດ້ຮັບບາດເຈັບເສຍຊີວິດ ເສຍອົງຄະທາງແຂນຂາ ເຫຼົ່ານີ້ເປັນຕົ້ນ.

     ຢູ່ໃນມາດຕາ 177 ປະມວນກົດໝາຍອາຍາ ໄດ້ກຳນົດວ່າ: ບຸກຄົນໃດ ຫາກໄດ້ລະເມີດລະບຽບການກ່ຽວກັບການກໍ່ສ້າງການສ້ອມແປງການຕໍ່ເຕີມການ ທັບມ້າງ ການຂົນສົ່ງ ການນຳໃຊ້ ແລະ ການທົດລອງວັດສະດຸກໍ່ສ້າງການນຳໃຊ້ກົນຈັກ ຫຼື ວັດຖຸປະກອນກໍ່ສ້າງ ແລະ ການຄວບຄຸມການກໍ່ສ້າງ ຊຶ່ງເຮັດໃຫ້ ບຸກຄົນອື່ນໄດ້ຮັບບາດເຈັບ ຫຼື ສ້າງຄວາມເສຍຫາຍຢ່າງຫຼວງ ຫຼາຍຕໍ່ຊັບສິນຂອງບຸກຄົນອື່ນ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝແຕ່ 1.000.000   ກີບຫາ 10.000.000  ກີບ ໃນກໍລະນີການກະທຳຜິດ ຫາກພາໃຫ້ເກີດອຸບັດເຫດ ຊຶ່ງພາໃຫ້ມີຄົນບາດເຈັບ ຈະຖືກລົງໂທດຕັດອິດ ສະຫຼະພາບແຕ່ ຫົກເດືອນ ຫາສາມປີ ແລະ ຈະຖືກປັບໃໝແຕ່ 2.000.000  ກີບຫາ 15.000.000  ກີບ.

   ໃນກໍລະນີການກະທຳຜິດ ຫາກພາໃຫ້ມີຄົນບາດເຈັບສາຫັດ  ເສຍອົງຄະ ຫຼື ພິການຈະຖືກລົງໂທດຕັດອິດສະຫຼະພາບແຕ່ ໜຶ່ງປີ  ຫາ ສີ່ປີ ແລະ ຈະຖືກປັບໃໝແຕ່ 3.000.000  ກີບຫາ 20.000.000  ກີບ.

   ໃນກໍລະນີການກະທຳຜິດ ຫາກພາໃຫ້ມີຄົນເສຍຊີວິດ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ສອງປີ  ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 4.000.000  ກີບຫາ 35.000.000  ກີບ.

   ໃນກໍລະນີການກະທຳຜິດຫາກພາໃຫ້ມີຄົນເສຍຊີວິດ ແຕ່ສອງຄົນ ຂຶ້ນໄປ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ຫ້າ ຫາສິບປີ ແລະ ຈະຖືກປັບໃໝແຕ່ 5.000.000  ກີບຫາ 50.000.000  ກີບ.

error: Content is protected !!