ໄຂນຳໃຊ້ສື່ສິ່ງພິມ ໃນວຽກງານຕ້ານການຄ້າມະນຸດ

    ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບອົງການວິນຣອກ ສາກົນ ໄຂນໍາໃຊ້ສື່ສິ່ງພິມໃນວຽກງານຕ້ານການຄ້າມະນຸດ ຂຶ້ນວັນທີ 29 ກໍລະກົດ 2022 ຢູ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ ທ່ານ ໄມໂຄຣອນນິ້ງ ຜູ້ຕາງໜ້າອົງການພັດທະນາສາກົນ ສະຫະລັດອາເມຣິກາ ປະຈໍາລາວ ມີຄະນະກໍາມະການຕ້ານການຄ້າມະນຸດ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    ສື່ສິ່ງພິມໃນວຽກງານຕ້ານການຄ້າມະນຸດ ແມ່ນເປັນພາຫະນະໜຶ່ງ ແລະ ເປັນຄູ່ມືໃຫ້ແກ່ບັນດານັກສື່ມວນຊົນໃຊ້ເປັນກະບອກສຽງ ເພື່ອເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ຕໍ່ກັບວຽກງານການປ້ອງກັນ ແລະ ຕ້ານການຄ້າມະນຸດ ໃຫ້ທົ່ວສັງຄົມໄດ້ຮັບຮູ້ ເຂົ້າໃຈເຖິງໄພອັນຕະລາຍຂອງມັນ ບັນດາສື່ທີ່ນຳໃຊ້ໃນຄັ້ງນີ້ມີ: ກາຕູນເອນີເມຊັ່ນ ໂປສເຕີ ແລະ ປື້ມຄູ່ມືການໂຄສະນາ ເຊິ່ງທັງໝົດນີ້ ແມ່ນມີຄວາມຈຳເປັນອັນຮີບດ່ວນທີ່ຈະຕ້ອງໄດ້ສະໜອງຂໍ້ມູນຕໍ່ກັບສັງຄົມ ໂດຍສະເພາະ ຕໍ່ກັບຜູ້ທີ່ມີຄວາມສ່ຽງຕົກເປັນເຫຍື່ອການຄ້າມະນຸດ ໄລຍະຜ່ານມາ ຫຼາຍປະເທດກໍໄດ້ປະເຊີນໜ້າກັບບັນຫາການຄ້າມະນຸດໃນຫຼາຍຮູບແບບ ເປັນຕົ້ນ ການໝັ້ນໝາຍ ຫຼື ການແຕ່ງດອງແອບແຝງ ການຂູດຮີດແຮງງານ ການຂູດຮີດທາງເພດ ແລະ ການບັງຄັບໃຫ້ເປັນໂສເພນີ ການຄ້າປະເວນີຂອງຜູ້ອື່ນ ການໃຫ້ຖືພາ ການເອົາເດັກໄປລ້ຽງ ຫຼື ການເອົາເດັກມາເປັນລູກລ້ຽງແອບແຝງ ການເປັນຂໍທານ ການລັກພາຕົວ ແລະ ການເອົາອະໄວຍະວະຕ່າງໆຂອງຮ່າງກາຍໄປຂາຍ.

    ທ່ານ ອຸ່ນທວງ ຂາວພັນ ກ່າວວ່າ: ເພື່ອສ້າງຂະບວນການ ແລະ ກິດຈະກໍາໃນໂອກາດວັນຕ້ານການຄ້າມະນຸດສາກົນ ປະຈຳປີ 2022 ກໍຄືວັນທີ 30 ກໍລະກົດ 2022 ສປປ ລາວ ເຮົາໄດ້ໃຫ້ຄວາມສຳຄັນ ແລະ ໃຫ້ການຮ່ວມມືທີ່ດີຕໍ່ກັບວຽກງານຕ້ານການຄ້າມະນຸດຕະຫຼອດມາ ໂດຍໄດ້ມີການໂຄສະນາເຜີຍແຜ່ ແລະ ຈັດກິດຈະກຳເພື່ອສ້າງຄວາມເຂົ້າໃຈຕໍ່ວຽກງານດັ່ງກ່າວດ້ວຍຫຼາຍຮູບແບບ ແລະ ພົ້ນເດັ່ນສຸດ ແມ່ນລັດຖະບານ ໄດ້ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ III ແຕ່ປີ 2021-2025.

    ພັກ-ລັດຖະບານ ຍາມໃດກໍໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຕິດແທດ ໃນການຈັດຕັ້ງປະຕິບັດວຽກງານນີ້ຢ່າງກວ້າງຂວ້າງໃນຂະແໜງການຕ່າງໆ ໂດຍສະເພາະແມ່ນຂົງເຂດວຽກງານຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທີ່ເຮັດໜ້າທີ່ເປັນກະບອກສຽງໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ແລະ ປູກຈິດສຳນຶກໃນທົ່ວສັງຄົມໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊີ່ງ ບົນພື້ນຖານປະສານສົມທົບ ແລະ ຮ່ວມມືກັບທຸກພາກສ່ວນທັງພາກລັດ ເອກະຊົນ ແລະ ອົງການຈັດຕັ້ງສາກົນຂັ້ນຕ່າງໆທີ່ກ່ຽວຂ້ອງ ເພື່ອນຳເອົາແນວທາງນະໂຍບາຍ ຕໍ່ກັບການສະກັດກັ້ນ ແລະ ຕ້ານການຄ້າມະນຸດຫັນລົງສູ່ຊຸມຊົນທ້ອງຖິ່ນ ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າ ໄວໜຸ່ມ ຍິງ-ຊາຍ ໄດ້ຮັບຮູ້ ເຂົ້າໃຈ ມີສະຕິລະວັງຕົວຕໍ່ກັບກົນອຸບາຍຂອງຂະບວນການຄ້າມະນຸດ ທັງພາຍໃນ ແລະ ຕ່າງປະເທດ ນັບມື້ນັບຫຼາຍຂຶ້ນ.

# ຂ່າວ – ;ພາບ : ໄຊບັນດິດ

error: Content is protected !!