ໂຮງຮຽນຊົນລະປະທານຊັ້ນສູງ ທ່າງ່ອນ ບ້ານພູຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ປະກາດຮັບນັກຮຽນທີ່ສອບເສັງຈົບຊັ້ນມັດທະຍົມຕອນປາຍ (ມ.7) ແລະ ນັກສຶກສາທີ່ຮຽນຈົບລະດັບຊັ້ນກາງ ສາຂາຊົນລະປະທານ ຫຼື ສາຂາວິສະວະກໍາທີ່ກ່ຽວຂ້ອງ ເພື່ອເຂົ້າສຶກສາຕໍ່ວິຊາຊີບລະດັບຊັ້ນສູງຕໍ່ເນື່ອງ ສາຂາຊົນລະປະທານຊັ້ນສູງທົ່ວໄປ ສາຂາວິສະວະກໍາຊົນລະປະທານ ສາຂາວິສະວະກໍາຊັບພະຍາກອນນ້ໍາ ແລະ ສາຂາກົນຈັກກະສິກໍາ ປະຈໍາສົກປີ 2022–2023.

ທ່ານ ອານຸສອນ ຄຸນສົມບັດ ຮັກສາການອໍານວຍການໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ໃຫ້ສໍາພາດວັນທີ 28 ກໍລະກົດ 2022 ວ່າ: ໂດຍອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ສະບັບເລກທີ 1734/ກປ ລົງວັນທີ 05 ພຶດສະພາ 2012 ອີງຕາມປະຕິທິນການສຶກສາຂອງໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ປະຈໍາສົກປີ 2022–2023 ໂຮງຮຽນຊົນລະປະທານຊັ້ນສູງ ທ່າງ່ອນ ແຈ້ງມາຍັງບັນດານັກຮຽນທີ່ສອບເສັງຈົບຊັ້ນມັດທະຍົມຕອນປາຍ (ມ.7) ຫຼື ທຽບເທົ່າ ແລະ ນັກສຶກສາທີ່ຮຽນຈົບລະດັບຊັ້ນກາງ ສາຂາຊົນລະປະທານ ຫຼື ສາຂາວິສະວະກໍາທີ່ກ່ຽວຂ້ອງ ທີ່ມີຄວາມສົນໃຈຕ້ອງການທີ່ຈະສຶກສາຕໍ່ວິຊາຊີບໃນລະດັບຊັ້ນສູງທົ່ວໄປ ສາຂາວິສະວະກໍາຊົນລະປະທານ ວິສະວະກໍາຊັບພະຍາກອນນໍ້າ ກົນຈັກກະສິກໍາ ແລະ ຊັ້ນສູງຕໍ່ເນື່ອງ ສາຂາຊົນລະປະທານ ໃນສົກປີ 2022–2023 ນີ້ ສະນັ້ນ ໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ຈຶ່ງແຈ້ງການມາຍັງນັກຮຽນ ແລະ ຜູ້ທີ່ມີຄວາມສົນໃຈຈະສຶກສາຕໍ່ໃນສາຂາວິຊາດັ່ງກ່າວ ເພື່ອກະກຽມປະກອບເອກະສານຕ່າງໆໃນການຍື່ນເຂົ້າສະໝັກຮຽນ.

ສໍາລັບຜູ້ທີ່ມີຄວາມສົນໃຈຈະສຶກສາຕໍ່ໃນສາຂາວິຊາດັ່ງກ່າວ ສາມາດຮັບຄໍາຮ້ອງສະໝັກເຂົ້າຮຽນແຕ່ວັນທີ 25 ກໍລະກົດ ຫາ 30 ກັນຍາ 2022 ສໍາພາດ ແລະ ກອກຂໍ້ມູນ ແຕ່ວັນທີ 3–14 ຕຸລາ 2022 ເລີ່ມເຂົ້າຮຽນວັນທີ 17 ຕຸລາ 2022 ສ່ວນເອກະສານ ປະກອບມີ:ຊີວະປະຫວັດ 1 ສະບັບ ໃບຢັ້ງຢືນທີ່ຢູ່ 1 ສະບັບ ໃບຢັ້ງຢືນສຸຂະພາບ 1 ສະບັບ ໃບຢັ້ງຢືນກວດຫາສານເສບຕິດ 1 ສະບັບ ໃບແຈ້ງໂທດ ເລກທີສາມ 1 ສະບັບ ໃບປະກາດສະນິຍະບັດ 1 ສະບັບ ໃບຄະແນນ 1 ສະບັບ ແລະ ຮູບຂະໜາດ (3×4) ຈໍານວນ 2 ໃບ. ນອກຈາກນີ້ ທາງໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ຍັງມີນະໂຍບາຍຕ່າງໆເຊັ່ນ: ມີຫໍພັກ-ເບ້ຍລ້ຽງ ລົດຮັບ-ສົ່ງແຕ່ຄິດລົດນະຄອນຫຼວງວຽງຈັນເຖິງໂຮງຮຽນ ເວລາເຈັບເປັນມີລົດບໍລິການສົ່ງເຖິງໂຮງຫມໍ ສໍາລັບເບ້ຍລ້ຽງນັກສຶກສາປີທີ 1 ທັງໝົດ 840.000 ກີບ ຫັກຄ່າບໍາລຸງຮັກສາໂຮງຮຽນ 332.000 ກີບ ຍັງເຫຼືອ 508.000 ກີບ ສໍາລັບເບ້ຍລ້ຽງນັກສຶກສາປີທີ 2 ທັງໝົດ 840.000 ກີບ ຫັກຄ່າບໍາລຸງຮັກສາໂຮງຮຽນ 297.000 ກີບ ຍັງເຫຼືອ 543.000 ກີບ ສໍາລັບເບ້ຍລ້ຽງນັກສຶກສາປີທີ 3 ທັງໝົດ 840.000 ກີບ ຫັກຄ່າບໍາລຸງຮັກສາໂຮງຮຽນ 517.000 ກີບ ຍັງເຫຼືອ 323.000 ກີບ. ທ່ານສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: ຫ້ອງການບໍລິຫານ ແລະ ແຜນການ ຂອງໂຮງຮຽນ ໂທ: 020 9841 1169 ຫ້ອງການພັດທະນາວິຊາການ 030 500 5239 020 5222 2008 ແລະ 020 9999 8437 ດັ່ງນັ້ນ ຈຶ່ງແຈ້ງມາຍັງບັນດານັກຮຽນທີ່ສອບເສັງຈົບຊັ້ນມັດທະຍົມຕອນປາຍ (ມ.7) ແລະ ນັກສຶກສາທີ່ຮຽນຈົບ ໃນລະດັບຊັ້ນກາງສາຂາຊົນລະປະທານ ຫຼື ສາຂາວິສະວະກໍາທີ່ກ່ຽວຂ້ອງ.
# ຂ່າວ – ພາບ : ສີພອນ