ມອບໃບຕາດິນ 77 ຕອນ ໃຫ້ກັບປະຊາຊົນສອງບ້ານເມືອງຫາດຊາຍຟອງ

    ພິທີມອບໃບຕາດິນດັດແກ້ ສ່ວນທີ່ຍັງຄົງເຫຼືອ ໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໃຫ້ກັບປະຊາຊົນບ້ານດົງໂພນແຮ່ ແລະ ບ້ານ ດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 28 ກໍລະກົດ 2022 ທີ່ສະໂມສອນເມືອງດັ່ງກ່າວ ໂດຍການມອບຂອງທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ມີທ່ານ ຄໍາຕັນ ແກ້ວຫາວົງ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ທ່ານ ລໍາເພັດ ຄໍ້າຄໍ້ຮົ່ມພັນ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງຫາດຊາຍຟອງ ພ້ອມດ້ວຍຄະນະກໍາມະການໄກ່ເກ່ຍສິ່ງກີດຂວາງ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນສອງບ້ານເຂົ້າຮ່ວມ.

    ການມອບໃບຕາດິນດັດແກ້ສ່ວນທີ່ຍັງຄົງເຫຼືອ ໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໃຫ້ກັບປະຊາຊົນບ້ານດົງໂພນແຮ່ ແລະ ບ້ານ ດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ປະກອບມີທັງໝົດ 77 ຕອນ ໃນນີ້ ມີບ້ານດົງໂພນແຮ່ 68 ໃບ ແລະ ບ້ານດົງໂພສີ 9 ໃບ.

# ຂ່າວ  – ພາບ : ຂັນທະວີ

error: Content is protected !!