ລາວ – ອົດສະຕຣາລີ ເພີ່ມທະວີການຮ່ວມມື

    ວັນທີ 27 ກໍລະກົດ 2022 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບທ່ານ ນາງ ເພັນນີ ວອງ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງອົດສະຕຣາລີ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ລາວ ແລະ ອົດສະຕຣາລີ.

    ໃນໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານນາງ ເພັນນີ ວອງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີຕ່າງປະເທດອົດສະຕຣາລີຄົນໃໝ່ ແລະ ມີຄວາມຍິນດີຈະຮ່ວມເຮັດວຽກກັບຄູ່ຮ່ວມຕຳແໜ່ງຝ່າຍ ອົດສະຕຣາລີ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ-ອົດສະຕຣາລີ ໃຫ້ມີບາດກ້າວອັນໃໝ່.

    ໃນໂອກາດນີ້ ທ່ານນາງ ເພັນນີ ວອງ ກໍໄດ້ສະແດງຄວາມຍິນດີຕໍ່ທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ.

    ໃນການໂອ້ລົມ ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ການຮ່ວມມືອັນດີງາມ ທີ່ມີມາອັນຍາວນານຕະຫຼອດໄລຍະເກືອບ 7 ທົດສະວັດ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 15 ມັງກອນ 1952 ເປັນຕົ້ນມາ, ລາວ-ອົດສະຕຣາລີ ໄດ້ມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆມາຢ່າງເປັນປົກກະຕິ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສໍາເລັດຕ່າງໆທີ່ຍາດມາໄດ້ໃນໄລຍະຜ່ານມາ ພິເສດ ໃນປີ 2022 ແມ່ນຄົບຮອບ 70 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ອົດສະຕຣາລີ, ເຊິ່ງທັງສອງປະເທດຈະໄດ້ສືບຕໍ່ຮ່ວມກັນຈັດກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນດັ່ງກ່າວຢ່າງເປັນຂະບວນການຟົດຟື້ນ ແລະ ມີເນື້ອໃນຄວາມໝາຍຄວາມສຳຄັນ ໂດຍສະເພາະ ທັງສອງຝ່າຍໄດ້ເຫັນດີໃນດ້ານຫຼັກການ ໃນການຍົກລະດັບການພົວພັນຮ່ວມມືສອງຝ່າຍ ເປັນ “ຄູ່ຮ່ວມມືຮອບດ້ານ” (Comprehen sive Partnership) ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານຂອງທັງສອງປະເທດ. ການໂອ້ລົມຄັ້ງນີ້ ຍັງໄດ້ແລກປ່ຽນກ່ຽວກັບສະພາບການຢູ່ໃນພາກພຶ້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ ແລະ ເຫັນດີເປັນເອກະພາບກັນ ໃນການສືບຕໍ່ຮັດແໜ້ນການພົວພັນ ແລະ ຮ່ວມມືໃນຂອບເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ແມ່ນການຮ່ວມມືໃນຂອບອາຊຽນ ບັນດາອະນຸພາກພື້ນແມ່ນໍ້າຂອງ ອົງການສະຫະປະຊາຊາດ ເປັນຕົ້ນ. ໂດຍສະເພາະ ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານແຫ່ງການພົວພັນ ອາຊຽນ-ອົດສະຕຣາລີ ປະຈຳສົກປີ 2021-2024, ທັງ 2 ຝ່າຍ ຈະຮ່ວມມືກັນຢ່າງໃກ້ຊິດ ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ໃຫ້ກ້າວຂຶ້ນສູ່ລະດັບສູງຍິ່ງໆຂຶ້ນ.

    ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ໂດຍສະເພາະການຊ່ວຍເຫຼືອເພື່ອການພັດທະນາ (ODA) ໃນຂົງເຂດວຽກງານການສຶກສາ ການພັດທະນາຊັບພະຍາກອນມະນຸດ ກະສິກໍາ ສາທາລະນະສຸກ ການຄ້າ-ການລົງທຶນ ໂດຍສະເພາະ ໃນໄລຍະມີການລະບາດຂອງພະຍາດໂຄວິດ ລັດຖະບານ ອົດສະຕາລີ ໄດ້ໃຫ້ການຊ່ວຍເຫຼືອວັກຊີນ ການຂົນສົ່ງ ແລະ ການຊ່ວຍເຫຼືອດ້ານເຕັກນິກອື່ນໆ ໃນການປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ຊ່ວຍເຮັດໃຫ້ການຄວບຄຸມການລະບາດຂອງພະຍາດດັ່ງກ່າວຢູ່ ສປປ ລາວ ໄດ້ດີຂຶ້ນ.

    ທ່ານລັດຖະມົນຕີຕ່າງປະເທດ ອົດສະຕຣາລີ ກໍ່ໄດ້ເຊື້ອເຊີນທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ເດີນທາງຢ້ຽມຢາມຢ່າງເປັນທາງການ ປະເທດອົດສະຕຣາລີ ໃນເວລາທີ່ເໝາະ ສົມ.

# ຂ່າວ – ;ພາບ : ກົມການຂ່າວ ກະຊວງການຕ່າງປະເທດ

error: Content is protected !!