ຄະນະຜູ້ແທນຂັ້ນສູງຂອງພັກ ປປ ລາວ ເຂົ້າຮ່ວມສໍາມະນາສາກົນຂອງບັນດາພັກການເມືອງລັດທິມາກ

    ໃນວັນທີ 28 ກໍລະກົດ 2022 ທີ່ຫ້ອງວ່າການສູນກາງພັກ ນະຄອນຫຼວງວຽງຈັນ ຄະນະຜູ້ແທນຂັ້ນສູງຂອງ ພັກ ປປ ລາວ ນໍາໂດຍສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມສໍາມະນາສາກົນຂອງບັນດາພັກການເມືອງລັດທິມາກ ທີ່ພັກກອມມູນິດຈີນ ເປັນເຈົ້າພາບຈັດຂຶ້ນຜ່ານລະບົບທາງໄກ ພາຍໃຕ້ຫົວຂໍ້ “ການໝູນໃຊ້ທິດສະດີລັດທິມາກໃຫ້ແທດເໝາະກັບສະພາບການຂອງປະເທດຕົນເອງ ແລະ ຍຸກສະໄໝປັດຈຸບັນ ຂອງລັດທິມາກ ໃນສັດຕະວັດທີ 21” ເຊິ່ງມີຜູ້ຕາງໜ້າບັນດາພັກການເມືອງ ແລະ ອົງການຈັດຕັ້ງທາງສັງຄົມ ທີ່ຍຶດໝັ້ນໃນລັດທິມາກເຂົ້າຮ່ວມທັງໝົດ 100 ກວ່າພັກ ຈາກ 70 ກວ່າປະເທດ ເຂົ້າຮ່ວມ.

    ໂອກາດນີ້ ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ປະກອບຄໍາເຫັນ ໂດຍໄດ້ຕີລາຄາສູງຕໍ່ການຈັດກອງປະຊຸມດັ່ງກ່າວຂອງພັກກອມມູນິດຈີນ ເຊິ່ງເປັນເວທີສໍາຄັນ ເປັນໂອກາດດີໃຫ້ບັນດາພັກການເມືອງລັດທິມາກໃນໂລກ ໄດ້ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງນໍາກັນ ໄດ້ຕີລາຄາສູງ ແລະ ຊົມເຊີຍຜົນສໍາເລັດຂອງພັກກອມມູນິດຈີນ ທີ່ໄດ້ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ທິດສະດີມາກໃຫ້ແທດເໝາະກັບສະພາບການຕົວຈິງຂອງ ສປ ຈີນ ຢ່າງມີຜົນສຳເລັດ ໂດຍໄດ້ສະເໜີອອກແນວຄິດ ເໝົາເຈີຕົງ ທິດສະດີເຕິ້ງສຽວຜິງ ແນວຄິດສໍາຄັນ 3 ຕົວແທນ ທັດສະນະການພັດທະນາຢ່າງມີວິທະຍາສາດ ແລະ ອັນໃໝ່ຫລ້າສຸດແມ່ນ “ແນວຄິດສີຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່” ເຊິ່ງເປັນແນວຄິດທີ່ເປັນລະບົບຄົບຊຸດ ເປັນທິດນໍາຍຸດທະສາດໃນການສືບຕໍ່ດຳເນີນພາລະກິດອັນຍິ່ງໃຫຍ່ຂອງພັກກອມມູນິດຈີນ ອັນໄດ້ເຮັດໃຫ້ການນໍາພາຂອງພັກກອມມູນິດຈີນຍິ່ງມີຄວາມໜັກແໜ້ນ ເຂັ້ມແຂງ ພາລະກິດແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ກໍຄືພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ຕາມສີສັນພິເສດຂອງຈີນ ສືບຕໍ່ມີຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ອັນພົົ້ນເດັ່ນແມ່ນພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ທີ່ມີສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງ ກໍຄືແນວຄິດສີຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ເປັນທິດນໍານັ້ນ ສປ ຈີນ ສາມາດບັນລຸເປົ້າໝາຍສູ້ຊົນ 100 ປີ ເຫດການທໍາອິດ ເຊິ່ງສາມາດລົບລ້າງຄວາມທຸກຍາກໄດ້ໃນທົ່ວປະເທດຈີນ ກໍຄືການສ້າງສໍາເລັດ ສັງຄົມນິຍົມອີ່ມໜໍາສໍາລານຢ່າງຮອບດ້ານ ຜົນສໍາເລັດຂອງພັກກອມມູນິດຈີນ ຍັງໄດ້ປະກອບສ່ວນສໍາຄັນເຂົ້າການປົກປັກຮັກສາສັນຕິພາບ ຄວາມໝັ້ນຄົງ ແລະ ການສົ່ງເສີມການພັດທະນາຂອງພາກພື້ນ ແລະ ຂອງໂລກ.

    ສະຫາຍ ນາງ ປານີ ຢາທໍ່ຕູ້ ຍັງໄດ້ຍົກໃຫ້ເຫັນບາງບົດຮຽນ ແລະ ຜົນສໍາເລັດຂອງພັກ ປປ ລາວ ໃນການໝູນໃຊ້ລັດທິມາກ ແລະ ແນວຄິດ ປະທານ ໄກສອນ ພົມວິຫານ ຢູ່ ສປປ ລາວ ໂດຍສະເພາະແມ່ນບົດຮຽນໃນການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ ບົນພື້ນຖານການຢຶດໝັ້ນອຸດົມການພັດທະນາປະເທດ ກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ ພັກໄດ້ນຳພາປະຊາຊົນບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນຂຶ້ນເປັນກ້າວໆ ຕາມເນື້ອໃນ 9 ປະຖົມປັດໄຈ ເພື່ອສ້າງພື້ນຖານໃຫ້ແກ່ການກໍ່ຕົວ ແລະ ຂະຫຍາຍຕົວຂອງຮູບຖານເສດຖະກິດ-ສັງຄົມ ສັງຄົມນິຍົມ ສະຫາຍໄດ້ແຈ້ງໃຫ້ກອງປະຊຸມຊາບ ບາງຜົນສໍາເລັດເບື້ອງຕົ້ນ ຂອງການສ້າງບັນດາປະຖົມປັດໄຈ ໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມ ຕາມແນວທາງປ່ຽນແປງໃໝ່ຂອງພັກ ແລະ ບາງຄາດໝາຍໃນການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ ສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກ.

    ໂອກາດດັ່ງກ່າວ ສະຫາຍ ນາງ ປານີ ຢາທໍ່ຕູ້ ຍັງໄດ້ຮຽກຮອງໃຫ້ບັນດາພັກການເມືອງລັດທິມາກ ເພີ່ມພະລັງແຫ່ງຄວາມສາມັກຄີ ປະສານສົມທົບເຊິ່ງກັນ ແລະ ກັນ ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເປັນກໍາລັງແຮງໜຶ່ງໃນການຊຸກຍູ້ການພັດທະນາຂອງມວນມະນຸດ ຕາມທ່າອ່ຽງຍຸກສະໄໝແຫ່ງການຫັນເປັນໂລກາພິວັດ ແລະ ການຮ່ວມມືແບບຫຼລາຍຂົົ້ວ ຫຼາຍຝ່າຍ ປະກອບສ່ວນເຂົ້າໃນພາລະກິດການຕໍ່ສູ້ ເພື່ອຄວາມກ້າວໜ້າທາງສັງຄົມ ກໍຄືການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.

# ບຸນມີ

error: Content is protected !!