ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດ ຮ່ວມກັບສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ກຸ່ມບໍລິສັດ ກໍ່ສ້າງທາງລົດໄຟແຫ່ງປະເທດຈີນ ຈຳກັດ ໄຂເຝິກອົບຮົມ ແລະ ມອບຮັບຫຼັກສູດການຮຽນ-ການສອນ ພາຍໃຕ້ໂຄງການສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ດ້ວຍທຶນຊ່ວຍເຫຼືອລ້າຂອງລັດຖະບານ ສປ ຈີນ ຂຶ້ນວັນທີ 28 ກໍລະກົດ 2022 ໂດຍມີທ່ານ ປອ ປະດັບໄຊ ໄຊຍະໂຄດ ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ທ່ານ ເຟິງເຕິງ ຕາງໜ້າກຸ່ມບໍລິສັດ ກໍ່ສ້າງທາງລົດໄຟແຫ່ງປະເທດຈີນ ຈຳກັດ ທ່ານ ຈາງ ລູ້ ຮອງປະທານບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດ ເຂົ້າຮ່ວມ.

ໂອກາດນີ້ ກໍໄດ້ຮັບຟັງກ່ຽວກັບທີ່ມາ ແລະ ຈຸດປະສົງໂຄງການເຝິກອົບຮົມ ແລະ ການປະກອບຄຳຄິດເຫັນຈາກພາກສ່ວນກ່ຽວຂ້ອງ ຄື: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກຸ່ມບໍລິສັດ ກໍ່ສ້າງທາງລົດໄຟແຫ່ງປະເທດຈີນ ຈຳກັດ ແລະ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດ ພ້ອມທັງຮັບຮອງເອົາບັນດາຫຼັກສູດ ICT ເພື່ອຮັບໃຊ້ ແລະ ສະໜັບສະໜູນການເຝິກອົບຮົມ ທີ່ສະຖາບັນສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເຊິ່ງໂຄງການດັ່ງກ່າວ ຕັ້ງຢູ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ນະຄອນຫຼວງວຽງຈັນ ຈະເຝິກອົບຮົມ 312 ຄົນ ພາຍໃນເວລາ 2 ປີ ໃນນີ້ ອາຈານ 72 ຄົນ ຜູ້ເຂົ້າຮັບການເຝິກອົບຮົມ 240 ຄົນ ແລະ ຈະມີການສອບເສັງເພື່ອຮັບຮອງເອົາໃບຢັ້ງຢືນ ຫຼັງຈາກຈົບການເຝິກອົບຮົມ ໂຄງການນີ້ເລີ່ມຈາກການສ້າງອາຄານສູນເຝິກອົບຮົມ 5 ຊັ້ນ ເນື້ອທີ່ 5.524,56 ຕາແມັດ ປະກອບມີຫ້ອງຮຽນ ຫ້ອງບັນລະຍາຍ ຫ້ອງຮຽນສື່ຫຼາຍແບບ (Multimedia classroom) ຫ້ອງທົດລອງ ຫ້ອງການ ຫໍສະໝຸດ ຫ້ອງປະຊຸມ ລວມ 24 ຫ້ອງ ໂດຍອອກແບບບົນພື້ນຖານສະຖາປັດຕະຍະກຳທີ່ທັນສະໄໝ ທີ່ໂຄງການກໍ່ສ້າງທາງລົດໄຟຈີນ ໄດ້ເຊື່ອມໂຍງບັນດາຮູບແບບ ແລະ ສັນຍະລັກຂອງລາວແບບດັ່ງເດີມ ເພື່ອສ້າງສູນເຝິກອົບຮົມ ແລະ ສະພາບແວດລ້ອມທີ່ເປັນເອກກະລັກ.

ທ່ານ ນັນຖະການ ຕິງພູທອງ ຕາງໜ້າບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດ ກ່າວວ່າ: ພາຍຫຼັງການເຝິກອົບຮົມນັກຮຽນຈະໄດ້ຮັບຮູ້ ແລະ ເຂົ້າໃຈພື້ນຖານກ່ຽວກັບເຄືອຂ່າຍຂະໜາດນ້ອຍ ຂະໜາດກາງ ແລະ ຂະໜາດໃຫຍ່ ເຂົ້າໃຈກ່ຽວກັບເຕັກໂນໂລຊີທົ່ວໄປສໍາລັບເຄືອຂ່າຍຂະໜາດນ້ອຍ ແລະຂະໜາດກາງ ແລະ ຄວາມສາມາດໃນການຊ່ວຍເຫຼືອອອກແບບ ແລະ ການປະຕິບັດການອອກແບບ ໂດຍໃຊ້ອຸປະກອນ (HCIA) ແລະ (HCIP) ນອກນີ້ ໂຄງການນີ້ຍັງເປັນແນວທາງທີ່ສຳຄັນສຳລັບນັກສຶກສາທີ່ກໍາລັງຈະເຂົ້າສູ່ໄວເຮັດວຽກ ສາມາດນຳໃຊ້ໃບຢັ້ງຢືນ ແລະ ຄວາມຮູ້ໄປນຳໃຊ້ໃນວຽກງານອຸດສາຫະກຳດ້ານ ICT ຢ່າງວ່ອງໄວຫຼາຍຂຶ້ນ.
ທ່ານ ເຟິງເຕິງ ກ່າວວ່າ: ໂຄງການເຝິກອົບຮົມນີ້ ໄດ້ສະທ້ອນໃຫ້ເຫັນແນວຄວາມຄິດຂອງບໍລິສັດກໍ່ສ້າງທາງລົດໄຟຢູ່ຕ່າງປະເທດຂອງຈີນ ທີ່ມີຊື່ວ່າ “ໂຄງການກໍ່ສ້າງຕຶກອາຄານ ແລະ ການສ້າງອະນຸສອນສະຖານ” ພາຍຫຼັງໂຄງການດັ່ງກ່າວສຳເລັດ ການຮ່ວມມືລະຫວ່າງຈີນກັບລາວ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຈະໄດ້ຮັບການເສີມຂະຫຍາຍຕື່ມອີກ ກຸ່ມຜູ້ມີພອນສະຫວັນດ້ານເຕັກໂນໂລຊີສື່ສານທີ່ຄຸ້ນເຄີຍກັບເຕັກໂນໂລຊີ 4G/5G ຈະໄດ້ຮັບການເຝິກອົບຮົມ ລະບົບການເຝິກອົບຮົມແບບໃໝ່ຈະໄດ້ຮັບການສ້າງມາດຕະຖານດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານຂອງປະຊາຊົນລາວ ກໍຄືນັກສຶກສາທີ່ຈະກາຍເປັນເມັດພັນ ແລະ ຊັບພະຍາກອນທີ່ມີຄຸນນະພາບໃນອະນາຄົດ ພ້ອມນີ້ ຈີນ-ລາວ ກໍຈະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ ແລະ ບັນລຸຈຸດໝາຍຮ່ວມຂອງການພັດທະນາເສດຖະກິດຮອບດ້ານຂອງສອງປະເທດ.
ທ່ານ ປອ ປະດັບໄຊ ໄຊຍະໂຄດ ກ່າວວ່າ: ການພັດທະນາບຸຄະລາກອນ ເປັນວຽກໜຶ່ງທີ່ທ້າທາຍ ແລະ ຈຳເປັນທີ່ສຸດ ເຊິ່ງ ສປປ ລາວ ມີຄວາມຕ້ອງການບຸຄະລາກອນດ້ານໄອຊີທີເພີ່ມຂຶ້ນເຖິງ 10 ເທົ່າຂອງຈຳນວນທີ່ສາມາດສ້າງໄດ້ໃນປັດຈຸບັນ ໂດຍມັນເປັນທັງໂອກາດ ແລະ ສິ່ງທ້າທາຍສຳລັບສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໃນການປະກອບສ່ວນໃນວຽກງານດັ່ງກ່າວ ໂດຍສະເພາະ ການສ້າງ ແລະ ພັດທະນາບຸຄະລາກອນທີ່ຮັບປະກັນດ້ານຄຸນນະພາບ ແລະ ປະລິມານ ໃນການຮັບໃຊ້ສັງຄົມ ນອກນີ້ ທ່ານຍັງໄດ້ກ່າວເຖິງຄວາມຄືບໜ້າ ແລະ ຄວາມພ້ອມຂອງການລິເລີ່ມເຝິກອົບຮົມໃຫ້ຄູ-ອາຈານ ຜູ້ທີ່ມີເປົ້າໝາຍຈະເປັນຄູເຝິກໃຫ້ສູນເຝິກດັ່ງກ່າວ ຕື່ມອີກ.
# ຂ່າວ – ພາບ : ສະບາໄພ