6 ເດືອນຕົ້ນປີ ນວ ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໄດ້ຫຼາຍກວ່າ 46% ຂອງແຜນການປີ

    ພະແນກການເງິນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ວາງທິດທາງແຜນການ 6 ເດືອນທ້າຍປີ 2022 ແລະ ຜັນຂະຫຍາຍວາລະແຫ່ງຊາດ ຂຶ້ນໃນວັນທີ 28 ກໍລະກົດ 2022 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ ເປັນກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຫົວໜ້າພະແນກ ເຈົ້າເມືອງ ແລະ ຫ້ອງການການເງິນເມືອງ 9 ຕົວເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານຫົວໜ້າພະແນກການເງິນ ນວ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານດັ່ງກ່າວວ່່າ: ສຳລັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2022 ທັງໝົດ 5.576,34 ຕື້ກີບ ຜ່ານການຈັດຕັ້ງປະຕິບັດແຕ່ຕົ້ນປີ ຫາວັນທີ 30 ມິຖຸນາ 2022 ໄດ້ 2.611,95 ຕື້ກີບ ເທົ່າກັບ 46,84% ຂອງແຜນປີ 2022 ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ລື່ນ 20,92% ເທົ່າກັບ 451,96 ຕື້ກີບ ໃນນັ້ນ ພູດສູນກາງ (ພາສີ) ແຜນການ 4.100 ຕື້ກີບ ປະຕິບັດໄດ້ 1.858,30 ຕື້ກີບ ເທົ່າກັບ 45,32% ຂອງແຜນການປີ 2022 ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ລື່ນ 15,23% ເທົ່າກັບ 245,66 ຕື້ກີບ ລາຍຮັບທ້ອງຖິ່ນຢູ່ ນວ ແຜນການ 1.476,34 ຕື້ກີບ ປະຕິບັດໄດ້ 753,65 ຕື້ກີບ ເທົ່າກັບ 51,05% ຂອງແຜນການປີ 2022 ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ລື່ນ 37,69% ເທົ່າກັບ 206,30 ຕື້ກີບ ໃນນີ້ ສ່ວຍສາອາກອນ ແຜນການ 1.400 ຕື້ກີບ ປະຕິບັດໄດ້ 689,34 ຕື້ກີບ ເທົ່າກັບ 49,24% ຂອງແຜນການປີ 2022 ຊັບສິນຂອງລັດ ແຜນການ 75,71 ຕື້ກີບ ປະຕິບັດໄດ້ 63,50 ຕື້ກີບ ເທົ່າກັບ 83,87% ຂອງແຜນການປີ ລັດວິສາຫະກິດ ແຜນການ 0,63 ຕື້ກີບ ປະຕິບັດໄດ້ 0,75 ຕື້ກີບ ເທົ່າກັບ 118,46%ຂອງແຜນການປີ.

        ໂອກາດນີ້ ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ໃຫ້ກຽດໂອ້ລົ້ມ ໂດຍໄດ້ເນັ້ນໃຫ້ຂະແໜງການເງິນ ນວ mສືບຕໍ່ບຸກທະລຸຕໍ່ການພັດທະນາເສດຖະກິດໃນປີ 2022 ນີ້ ຮັກສາຈັງຫວະການຂະຫຍາຍຕົວບໍ່ໃຫ້ຫຼຸດຄາດໝາຍ ແລະ ບຸກທະລຸການເກັບລາຍຮັບລື່ນແຜນ ປະຕິບັດ 8 ມາດຕະການເພີ່ມເຕີມທີ່ກຳນົດໃນມະຕິສະພາປະຊາຊົນ ນວ ຊຸກຍູ້ສົ່ງເສີມການພັດທະນາເຂດເສດຖະກິດພິເສດ ເຂດພັດທະນາສະເພາະອື່ນໆmເພື່ອຮັບປະກັນເຮັດໃຫ້ເຂດດັ່ງກ່າວມີການລົງທຶນຢ່າງແຂງແຮງ ພັດທະນາໂຄງລ່າງພື້ນຖານໂລຈິສຕິກ ການບໍລິການຜ່ານດ່ານ ແລະ ຂົນສົ່ງສິນຄ້າຂ້າມແດນຕາມແລວເສດຖະກິດ ສົ່ງເສີມຢ່າງແຂງແຮງຕໍ່ຜູ້ປະກອບການພາຍໃນ ພັດທະນາການທ່ອງທ່ຽວໃຫ້ເປັນຂະແໜງເສດຖະກິດໃໝ່ທີ່ມີສັກກະຍະພາບສູງ ຮຽກການລົງທຶນພັດທະນາການທ່ອງທ່ຽວ ສືບຕໍ່ເລັ່ງຈັງຫວະການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດໃຫ້ເປັນຮູບປະທຳ ສູ້ຊົນໃຫ້ເສດຖະກິດ ນວ ສືບຕໍ່ຂະຫຍາຍຕົວຕາມລະດັບຄາດໝາຍທີ່ວາງໄວ້ ໂດຍນຳໃຊ້ທຸກນະໂຍບາຍ ທຸກວິທີການ ພາຍໃຕ້ເງື່ອນໄຂ ແລະ ທ່າແຮງໃນປັດຈຸບັນ ເອົາໃຈໃສ່ຈັດຕັ້ງປະຕິບັດບັນດານິຕິກຳ ໂດຍສະເພາະ ມາດຕະການຂົງເຂດລາຍຮັບ 25 ມາດຕະການ ແລະ 92  ໜ້າວຽກ ແລະ ມາດຕະການຂົງເຂດລາຍຈ່າຍ 15 ມາດຕະການ ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ ແກ້ໄຂບັນດາຂັ້ນຂອດບໍລິການຕ່າງໆຢູ່ຈຸດບໍລິການຂອງເຈົ້າໜ້າທີ່ຂອງລັດ ໃນການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ ຊຸກຍູ້ສ້າງກົນໄກເພື່ອອຳນວຍຄວາມສະດວກໃຫ້ຜູ້ປະກອບການເສຍພັນທະດ້ວຍຕົນເອງໃຫ້ຫຼາຍຂຶ້ນ ເພີ່ມທະວີຂະຫຍາຍຖານອາກອນມູນຄ່າເພີ່ມ ແລະ ໃຫ້ຮີບຮ້ອນປັບປຸງບຸຄະລາກອນໃຫ້ສອດຄ່ອງກັບໜ້າວຽກເພື່ອໃຫ້ມີຄວາມເຂັ້ມແຂງ ແລະ ຄ່ອງຕົວ .

   ໃນພິທີດັ່ງກ່າວ ໄດ້ມີການມອບ-ຮັບໃບຢັ້ງຢືນໜ່ວຍພັກ ປອດໃສເຂັ້ມແຂງ ໜັກແໜ້ນ ປີ 2020-2021 ໃຫ້ 14 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກການເງິນ ນວ ພ້ອມນັ້ນ ກໍໄດ້ມອບໃບຍ້ອງຍໍ ແລະ ໃບຊົມເຊີຍເຈົ້າຄອງ ນວ ໃຫ້ກັບອົງການປົກຄອງເມືອງ ພະແນກການ ແລະ ຫ້ອງການການເງິນເມືອງ ທີ່ມີຜົນການດີເດັ່ນໃນການປະກອບສ່ວນເກັບລາຍຮັບເຂົ້າງົບປະມານໃນປີ 2021.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!