ກະຊວງຍຸຕິທໍາ ເຊື່ອມຊຶມມະຕິຄົບຄະນະບໍລິຫານງານສູນກາງພັກ

       ກະຊວງຍຸຕິທຳ ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ XI ຂຶ້ນວັນທີ 28 ກໍລະກົດ 2022 ຢູ່ກະຊວງດັງກ່າວ ໂດຍເປັນປະທານຂອງທ່ານ ໄພວີ ສີບົວລີພາ ລັດຖະມົນຕິກະຊວງຍຸຕິທຳ ມີບັນດາຄະນະພັກ ຄະນະນຳກະຊວງ ແລະ ສະມາຊິກພັກ ພະນັກງານຫຼັກແຫ່ງເຂົ້າຮ່ວມ.

   ທ່ານ ໄພວີ ສີບົວລີພາ ໄດ້ຍົກໃຫ້ເຫັນເນື້ອໃນຕົ້ນຕໍຂອງມະຕິກອງປະຊຸມດັ່ງກ່າວ ໂດຍລົງເລິກຄົ້ນຄວ້າ ປຶກສາຫາລືບັນດາຫົວຂໍ້ສະເພາະແຜນດຳເນີນງານ ຂອງຄະນະບໍລິຫານງານ ສະໄໝທີ XI ເຊິ່ງມີບັນດາຫົວຂໍ້ຄື: ການປະເມີນສະພາບແວດລ້ອມຢູ່ພາກພື້ນ ແລະ ສາກົນໃນປັດຈຸບັນ ແລະ ຄາດຄະເນທ່າຂະຫຍາຍໃນຕໍ່ໜ້າ ການຕີລາຄາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ແລະ ແຜນເງິນຕາ ຕົ້ນປີ 2022 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ການເສີມຂະຫຍາຍທ່າແຮງ ຄວາມສາມາດບົ່ມຊ້ອນໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ ການຊຸກຍູ້ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ ຂະໜາດກາງ ແລະ ຈຸນລະວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ ການເພີ່ມທະວີການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ລະບົບການຈັດຕັ້ງ ກົງຈັກ ແລະ ກົນໄກການເຄື່ອນໄຫວຂອງອົງການບໍລິຫານລັດ ຕາມທິດເຂັ້ມແຂງ ແລະ ມີປະສິດທິພາບ ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ  ການກະກຽມດໍາເນີນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ວຽກງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ບັນດາວຽກງານຈຸດສຸມຂອງຄະນະບໍລິຫານງານສູນກາງພັກ ແຕ່ນີ້ຫາກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ XI ທັງນີ້ ເພື່ອແນໃສ່ໃຫ້ສະມາຊິກພັກ ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງຍຸຕິທຳ ມີຄວາມຮັບຮູ້ ແລະ ເຂົ້າໃຈກຳໄດ້ເນື້ອໃນມະຕິຂອງກກອງປະຊຸມດັ່ງກ່າວຢ່າງເລີກເຊິ່ງ ແລະ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ມີຜົນສຳເລັດເປັນກ້າວໆ.

  ໂອກາດນີ້ ໃນກອງປະຊຸມຍັງໄດ້ປະກາດແຕ່ງຕັ້ງ ແລະ ຊັບຊ້ອນພະນັກງານຂັ້ນພະແນກທີ່ຂຶ້ນກັບກະຊວງຍຸຕິທຳຈຳນວນໜຶ່ງ ໃນນັ້ນມີ ຫົວໜ້າພະແນກກົມໂຄສະນາ 2 ທ່ານ  ຮອງພະແນກ ກົມທະບຽນສານ 1 ທ່ານ  ຫົວໜ້າພະແນກ ແລະ ຮອງພະແນກ ສູຸນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດພາກສ່ວນລະ 1 ທ່ານ  ແລະ ຮອງພະແນກ ສະຖາບັນຍຸຕິທຳແຫ່ງຊາດ 2 ທ່ານ ແລະ ຜູ້ຊ່ວຍສະຖາບັນທຽບເທົ່າຫົວໜ້າພະແນກ 1 ທ່ານ  

# ຂ່າວ – ພາບ : ລັດເວລາ

error: Content is protected !!