ຊຸກຍູ້ວຽກງານເຂດແດນເຊື່ອມຕໍ່ແຂວງສະຫວັນນະເຂດ

    ກອງປະຊຸມຊຸກຍູ້ວຽກງານເຂດແດນເຊື່ອມຕໍ່ ລະຫວ່າງກະຊວງພາຍໃນ ແລະ ແຂວງສະຫວັນນະເຂດ ຈັດຂຶ້ນວັນທີ 28 ກໍລະກົດ 2022 ເປັນປະທານຮ່ວມຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ແລະ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ ຈາກກະຊວງພາຍໃນ ບັນດາຫົວໜ້າພະແນກ-ຮອງຫົວໜ້າພະແນກທີ່ຢູ່ໃນຄະນະຮັບຜິດຊອບແກ້ໄຂບັນຫາເຂດແດນເຊື່ອມຕໍ່ຂອງແຂວງສະຫວັນນະເຂດ ແລະ ບັນດາເຈົ້າເມືອງ ພ້ອມດ້ວຍພະນັກງານວິຊາການຂອງກະຊວງພາຍໃນ ແລະ ພະແນກພາຍໃນແຂວງສະຫວັນນະເຂດ ເຂົ້າຮ່ວມ.

    ທ່ານ ລັດຕະນະບັນເລີງ ໄກສອນ ຮອງຫົວໜ້າພະແນກພາຍໃນແຂວງສະຫວັນນະເຂດ ໄດ້ລາຍງານສະພາບການແກ້ໄຂບັນຫາເຂດແດນເຊື່ອມຕໍ່ຂອງແຂວງສະຫວັນນະເຂດ ກັບບັນດາແຂວງອ້ອມຂ້າງທີ່ມີເຂດແດນເຊື່ອມຕໍ່ຕິດຈອດກັບສະຫວັນນະເຂດ ເພື່ອເຮັດໃຫ້ການແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງແຂວງກັບແຂວງ ໄດ້ຮັບການແກ້ໄຂ ແລະ ມີຜົນສຳເລັດນັ້ນ ແຂວງສະຫວັນນະເຂດ ໄດ້ເອົາໃຈໃສ່ຄົ້ນຄວ້າ ເຊື່ອມຊຶມ ເຜີຍແຜ່ວຽກງານດັ່ງກ່າວໃຫ້ມີຄວາມເປັນເອກະພາບ ແລະ ແຕ່ງຕັ້ງຄະນະກຳມະການແກ້ໄຂເຂດແດນເຊື່ອມຕໍ່ຂັ້ນແຂວງ ແຕ່ງຕັ້ງຄະນະກຳມະການແກ້ໄຂເຂດແດນເຊື່ອມຕໍ່ຂັ້ນເມືອງ ແລະ ຄະນະກຳມະການແກ້ໄຂເຂດແດນເຊື່ອມຕໍ່ແຕ່ລະຂັ້ນໄດ້ທົບທວນຄືນ ເຂດແດນເຊື່ອມຕໍ່ໃນແຕ່ລະຈຸດທີ່ມີບັນຫາ ແລະ ໃນບາງຈຸດທີ່ບໍ່ທັນມີຄວາມເອກພາບກັນກັບບັນດາແຂວງທີ່ມີເຂດແດນຕິດຈອດກັນ ພ້ອມທັງສັງລວມບັນດາຂໍ້ມູນຕ່າງໆ ໂດຍອີງໃສ່ແຜນທີ່ປີ 1983 ແລະ ບົດບັນທຶກ ປີ 1999 ແຂວງສະຫວັນນະເຂດ ມີເຂດແດນເຊື່ອມຕໍ່ຕິດກັບ 2 ແຂວງ ຄື: ສະຫວັນນະເຂດ-ຄໍາມ່ວນ ແລະ ສະຫັວນນະເຂດ-ສາລະວັນ ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດແກ້ໄຂວຽກງານເຂດແດນເຊື່ອມຕໍ່ໄດ້ໃນບາງຈຸດ ບາງຈຸດກຳລັງດຳເນີນການແກ້ໄຂ ແລະ ບາງຈຸດມີແຜນທີ່ຈະສຶບຕໍ່ແກ້ໄຂ ເຖິງຢ່າງໃດກໍຕາມ ເມື່ອອີງໃສ່ເນື້ອໃນຈິດໃຈຂອງຄຳສັ່ງ ສະບັບເລກທີ 56/ນຍ ແລະ ຄຳສັ່ງ ສະບັບເລກທີ 06/ນຍ ເຫັນວ່າ ການແກ້ໄຂບັນຫາເຂດແດນເຊື່ອມຕໍ່ຍັງມີຄວາມຊັກຊ້າ ແກ່ຍາວ ແລະ ບັນຫາດັ່ງກ່າວ ແຂວງສະຫວັນນະເຂດ ກໍຄືຂະແໜງ ການທີ່ກ່ຽຂ້ອງ ກໍາລັງສືບຕໍ່ແກ້ໄຂໃນປັດຈຸບັນ ເພື່ອເຮັດໃຫ້ບັນດາເຂດແດນເຊື່ອມຕໍ່ລະຫວ່າງແຂວງ ແລະ ລະຫວ່າງເມືອງໃຫ້ສໍາເລັດໂດຍໄວ ເຮັດໃຫ້ການປະກອບອາຊີບ ແລະ ການທໍາມາຫາກີນຂອງປະຊາຊົນ ມີຄວາມສະຫງົບ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!