ທ່ານນາຍົກລັດຖະມົນຕີ ຕ້ອນຮັບການນຳສູນກາງແນວໂຮມປະເທດຊາດຫວຽດນາມ

    ວັນທີ 27 ກໍລະກົດ 2022 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂອງທ່ານ ໂດ ວັນຈ້ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 26-28 ກໍລະກົດ 2022.

    ໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນຕີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ໂດ ວັນຈ້ຽນ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໂດຍສະເພາະ ເຮັດວຽກຮ່ວມກັບສູນກາງແນວລາວສ້າງຊາດໃນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ການປະກອບສ່ວນສຳຄັນຂອງ ທ່ານ ໂດ້ ວັນຈ້ຽນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃນຕະຫຼອດໄລຍະທີ່ຜ່ານມາ ເຮັດໃຫ້ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ເນື້ອເຊື່ອໃຈຈາກການນຳຂັ້ນສູງຂອງລາວ ແລະ ຫວຽດນາມ ເຊິ່ງພັກ ແລະ ລັດຖະບານແຫ່ງ ສປປ ລາວ ໄດ້ມອບຫຼຽນໄຊອິດສະຫຼະຊັ້ນ I ໃຫ້ທ່ານ ໂດ ວັນຈ້ຽນ ໃນໂອກາດຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃນວັນທີ 18 ກໍລະກົດ ທີ່ຜ່ານມາ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດອັນພົ້ນເດັ່ນ ໃນການປະຕິບັດພາລະບົດບາດຂອງສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍສະເພາະ ການເຕົ້າໂຮມຄວາມສາມັກຄີ ການມີສ່ວນຮ່ວມໃນການສ້າງ ແລະ ປັບປຸງກົດໝາຍ ການໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການ ການສະໜອງຂໍ້ມູນຕ່າງໆໃຫ້ແກ່ລັດຖະບານ ກໍຄືກົນໄກການເຮັດວຽກຮ່ວມກັບລັດຖະບານ ແລະ ອື່ນໆ ເຊິ່ງຜົນສຳເລັດດັ່ງກ່າວ ຈະກາຍເປັນຜົນດີໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ໄດ້ຖອດຖອນເປັນບົດຮຽນ ໄດ້ສະແດງຄວາມຂອບໃຈຕໍ່ພັກ ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອພັກ ລັດ ແລະ ປະຊາຊົນລາວຢ່າງສະເໝີຕົ້ນສະເໝີປາຍ ຕະຫຼອດມາ ນອກຈາກນັ້ນ ທ່ານ ນາຍົກລັດຖະມົນຕີຍັງໄດ້ແຈ້ງໃຫ້ຊາບກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະ ພາຍໃຕ້ການບໍລິຫານວຽກງານ ຂອງຄະນະລັດຖະບານ ຊຸດທີ 9.

    ໃນໂອກາດດຽວກັນ ທ່ານ ໂດ ວັນຈ້ຽນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ພ້ອມທັງນຳສະເໜີໃຫ້ຊາບກ່ຽວກັບຈຸດປະສົງ ແລະ ຜົນສຳເລັດເບື້ອງຕົ້ນ ໃນການເຮັດວຽກຮ່ວມກັບສູນກາງແນວລາວສ້າງຊາດ ແຫ່ງ ສປປ ລາວ ຜົນສຳເລັດອັນພົ້ນເດັ່ນ ໃນການປະຕິບັດພາລະບົດບາດຂອງສູນກາງແນວໂຮມປະເທດຊາດຫວຽດນາມໃນໄລຍະທີ່ຜ່ານມາ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເຮັດສຸດຄວາມສາມາດຂອງຕົນ ໃນການປະກອບສ່ວນເພີ່ມພູນຄູນສ້າງ ແລະ ປົກປັກຮັກສາສາຍພົວພັນອັນດີງາມຂອງສອງຊາດ ຫວຽດນາມ ແລະ ລາວ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

error: Content is protected !!