ນະຄອນຫຼວງວຽງຈັນ-ນະຄອນໂຮ່ຈິມິງ ຮັດແໜ້ນຄວາມສາມັກຄີ

    ວັນທີ 27 ກໍລະກົດ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານນາງ ໂຕທິບິກເຈົ່າ ຄະນະປະຈໍາພັກ ປະທານຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມ ນະຄອນໂຮ່ຈີມິງ ພ້ອມຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ.

    ທ່ານ ອານຸພາບ ຕຸນາລົມ ໄດ້ສະແດງຄວາມຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະປະຈໍາພັກ ປະທານຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມ ນະຄອນໂຮ່ຈີມິງ ພ້ອມຄະນະໃນຄັ້ງນີ້ ເຊິ່ງເປັນຮັດແໜ້ນຄວາມສາມັກຄີ ການເສີມຂະຫຍາຍສາຍພົວພັນການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າສະເພາະ ແມ່ນປະຊາຊົນນະຄອນໂຮ່ຈີມິງ ແລະ ນະຄອນຫຼວງວຽງຈັນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ພິເສດ ການມາຢ້ຽມຢາມຂອງຄະນະດັ່ງກ່າວ ຍັງເປັນສ່ວນໜຶ່ງໃນການປະກອບສ່ວນສະເຫຼີມສະຫຼອງສອງຫວັດປະຫວັດສາດລາວ-ຫວຽດນາມ ປີ 2022 ໃຫ້ເປັນຂະບວນຟົດຟື້ນ.

    ໂອກາດນີ້ ທ່ານ ນາງ ໂຕທິບິກເຈົ່າ ໄດ້ສະແດງຄວາມຂອບໃຈຕໍ່ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມນັ້ນ ຍັງໄດ້ສະເໜີຈຸດປະສົງ ແລະ ຜົນຂອງການເຄື່ອນໄຫວມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!