ສ້າງຄວາມເຂັ້ມແຂງ ເພື່ອການພັດທະນານັກທຸລະກິດ ແລະ ຂະຫຍາຍເຄືອຂ່າຍທາງທຸລະກິດ

    ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (ສລຍ) ມະຫາວິທະຍາໄລແຫ່ງຊາດ ເປັນໂຄງການຮ່ວມມືກັບອົງການຮ່ວມມືສາກົນຍີ່ປຸ່ນ JAIKA ຈັດກອງປະຊຸມຄັ້ງທີ 3 ຄະນະກໍາມະການປະສານງານໃນການສ້າງຄວາມເຂັ້ມແຂງເພື່ອການພັດທະນານັກທຸລະກິດ ແລະ ຂະຫຍາຍເຄືອຂ່າຍທາງທຸລະກິດ ໂດຍຜ່ານ ສລຍ ວັນທີ 27 ກໍລະກົດ 2022 ທີ່ສະຖາບັນດັ່ງກ່າວ ເປັນປະທານຮ່ວມຂອງທ່ານ ໂພສີ ທິບດາວັນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ  ແລະ ທ່ານ Toshio NAGASE ຫົວໜ້າອົງການໄຈກາ ປະຈໍາລາວ ມີຜູ້ຕາງໜ້າຈາກກົມພົວພັນ ແລະ ຮ່ວມມື ກະຊວງສຶກສາທິການ ແລະ ກີລາ ກະຊວງແຜນການ ແລະ ການລົງທຶນ ຫົວໜ້າຫ້ອງການຕ່າງໆພາຍໃນມະຫາວິທະຍາໄລແຫ່ງຊາດ ຄະນະບໍລິຫານ-ຊ່ຽວຊານ ສະຖາບັນ ນອກນີ້ຍັງມີທ່ານ Mika OMORI ເລຂາສອງຈາກສະຖານທູດຍີ່ປຸ່ນປະຈໍາລາວ  ທ່ານ Atsuki SAKAMOTO  ຫົວໜ້າຂະແໜງພັດທະນາທຸລະກິດ ຈາກອົງການໄຈາຍີ່ປຸ່ນປະຈໍາປະເທດຍີ່ປຸ່ນພ້ອມຄະນະເຂົ້າຮ່ວມຜ່ານລະບົບທາງໄກ.

    ກອງປະຊຸມທ່ານ ໂພສີ ທິບດາວັນ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະ 1 ປີ ນັບແຕ່ເດືອນກັນຍາ 2021 ເຖິງ ສິງຫາ 2022 ໄດ້ສືບຕໍ່ຜັນຂະຫຍາຍການປະຕິບັດວຽກງານທາງດ້ານວິຊາການ ຊຸກຍູ້ສົ່ງເສີມການພັດທະນານັກທຸລະກິດ ຜູ້ປະກອບການໃໝ່ ເຄືອຂ່າຍທາງທຸລະກິດໃຫ້ມີການຂະຫຍາຍຕົວເປັນກ້າວໆ ແລະ ສົ່ງເສີມສາຍພົວພັນຜ່ານການແລກປ່ຽນວັດທະນາທຳຂອງສອງຊາດລາວ-ຍີ່ປຸ່ນ ໄດ້ສືບຕໍ່ດຳເນີນການພັດທະນາຊັບພະຍາກອນມະນຸດຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໂດຍສະເພາະ ທາງດ້ານການພັດທະນາທຸລະກິດ ແລະ ຜູ້ປະກອບການໃໝ່ ໂດຍຜ່ານໂຄງການ LJI SUSU (Start-up and Scale-up) ພ້ອມນັ້ນ ໄດ້ພັດທະນາຫຼັກສູດເຝິກອົບຮົມຜູ້ບໍລິຫານລະດັບສູງ ແລະ ສືບຕໍ່ດຳເນີນການຮຽນ-ການສອນຫຼັກສູດປະລິນຍາໂທບໍລິຫານທຸລະກິດ ດ້ານແລກປຽ່ນວັດທະນະທຳ ໄດ້ສ້າງຫຼັກສູດສອນພາສາລາວໃຫ້ກັບຄົນຍີ່ປຸ່ນ ຈັດງານແລກປ່ຽນທາງດ້ານວິຊາການ ແລະ ວັດທະນະທຳຮ່ວມກັບນັກສຶກສາຈາກມະຫາວິທະຍາໄລຍີ່ປຸ່ນ ໂດຍຜ່ານລະບົບອ່ອນລາຍ ນອກນີ້ ສະຖາບັນໄດ້ຂະຫຍາຍການຮ່ວມມືທາງດ້ານວິຊາການ ແລກປຽ່ນຂໍ້ມູນຂ່າວສານກັບອົງກອນພາຍໃນເຊັ່ນ: ບັນດາມະຫາວິທະຍາໄລພາກລັດ ແລະ ສະຖາບັນອ້ອມຂ້າງງ ແລະ ໄດ້ເຊັນບົດບັນທຶກການຮ່ວມືກັບສາກົນ ເພື່ອສ້າງຄວາມເຂັ້ມແຂງໃນການພັດທະນາທາງທຸລະກິດ ແລະ ການແລກປຽ່ນຂໍ້ມູນຂ່າວສານ.

    ໃນໄລຍະຜ່ານມາ ການດຳເນີນງານຂອງສະຖາບັນ ກໍຄືການສົ່ງເສີມ ແລະ ການພັດທະນາຊັບພະຍາກອນມະນຸດທາງດ້ານນັກທຸລະກິດ ແລະ ຂະຫຍາຍເຄືອຂ່າຍທາງທຸລະກິດ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດສັງຄົມລາວຢ່າງຕໍ່ເນື່ອງ ເຊິ່ງຜົນສຳເລັດໃນການຈັດຕັ້ງປະຕິບັດຜ່ານມາ ສະຖາບັນໄດ້ຮັບການຮັບຮອງສືບຕໍ່ໂຄງການໄລຍະທີ 2 ປີ 2022-2026 ເປັນເວລາ 4 ປີ ໃນຊື່ໂຄງການ “ການສ້າງຄວາມເຂັ້ມແຂງເພື່ອການພັດທະນານັກທຸລະກິດ ແລະ ຂະຫຍາຍເຄືອຂ່າຍທາງທຸລະກິດ ໂດຍຜ່ານ ສລຍ ໂຄງການດັ່ງກ່າວໄດ້ສືບຕໍ່ແຜນງານຈັດຕັ້ງປະຕິບັດການສ້າງຄວາມເຂັ້ມແຂງໃນການພັດທະນານັກທຸລະກິດ ແລະ ສົ່ງເສີມເຄືອຂ່າຍທາງທຸລະກິດໂດຍຜ່ານສະຖາບັນລາວ-ຍີ່ປຸ່ນ ໂດຍສະເພາະ ການພັດທະນານັກທຸລະກິດໃຫ້ມີຄວາມຊໍານານງານ ແລະ ເພີ່ມທັກສະດ້ານການບໍລິຫານຈັດການໃຫ້ຜູ້ບໍລິຫານລະດັບສູງໃນຫຼັກສູດ (Keiei-juku) ແລະ ຈັດສໍາມະນາແລກປ່ຽນຮ່ວມກັບເຄືອຂ່າຍຕ່າງປະເທດ ລວມໄປເຖິງໂຄງການ LJI SUSU ພາຍໃຕ້ການສົ່ງເສີມການພັດທະນານັກທຸລະກິດສາມາດພັດທະນາຜະລິດຕະພັນເພື່ອອອກມາຮັບໃຊ້ສັງຄົມຢູ່ທາງພາຍໃນ ແລະ ສົ່ງອອກຕ່າງປະເທດ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!