ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີຝຣັ່ງ

    ໃນວັນທີ 22 ກໍລະກົດ 2022 ຜ່ານມາ ທີ່ທຳນຽບປະທານາທິບໍດີແຫ່ງ ສາທາລະນະລັດຝຣັ່ງ ນະຄອນຫຼວງປາຣີ ທ່ານ ຄຳອິນ ຄິດຈະເດດ ໄດ້ຍື່ນສານຕາຕັ້ງຕໍ່ພະນະທ່ານ ແອມມານູຍແອນ ມາຄຣົງ (H.E. Emmanuel MACRON) ປະທານາທິບໍດີແຫ່ງປະເທດ ສາທາລະນະລັດຝຣັ່ງ ເພື່ອເປັນເອກອັກຄະຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳ ປະເທດສາທາລະນະລັດ ຝຣັ່ງ.

    ໂອກາດນີ້ ທ່ານທູດລາວໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ຄວາມຮັກແພງ ແລະ ຄວາມອວຍພອນໄຊອັນປະເສີດ ເພື່ອສັນຕິພາບ ມິດຕະພາບ ຄວາມສົມບູນພູນສຸກ ການພົວພັນຮ່ວມມືທີ່ດີຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ຝາກເຖິງພະນະທ່ານປະທານປະເທດແຫ່ງ ສາທາລະນະລັດຝຣັ່ງ ແລະ ພ້ອມທັງຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນຝຣັ່ງທຸກທົ່ວໜ້າ.

    ທ່ານທູດລາວ ໄດ້ສະແດງຄວາມດີໃຈທີ່ໄດ້ຖືກແຕ່ງເປັນເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳປະເທດສາທາລະນະລັດຝຣັ່ງ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະທີ່ດຳລົງຕຳແໜ່ງ ຕົນຈະເຮັດສຸດຄວາມສາມາດ ໃນການເພີ້ມທະວີການສົ່ງເສີມ ສຳພັນໄມຕີ ການຮ່ວມມືຂອງສອງປະເທດທີ່ດີມາແຕ່ດົນນານໃຫ້ດີຂຶ້ນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ພະນະທ່ານປະທານາທິບໍດີ ລັດຖະບານ ແລະ ປະຊາຊົນຝຣັ່ງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອທາງດ້ານການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າຈະໄດ້ຮັບການສືບຕໍ່ຮ່ວມມືຢ່າງດີໃນຕໍ່ໜ້າ ຕອນທ້າຍ ທ່ານເອກອັກຄະລັດຖະທູດ ໄດ້ອວຍພອນໄຊອັນປະເສີດໃຫ້ພະນະທ່ານປະທານາທິບໍດີ ພ້ອມດ້ວຍຄອບຄົວ ແລະ ປະຊາຊົນຝຣັ່ງທຸກທົ່ວໜ້າ.

    ໂອກາດດຽວກັນນີ້ ພະນະທ່ານ ປະທານາທິບໍດີ ມາຄຣົງ ໄດ້ສະແດງຄວາມຊົມເຊີຍທູດລາວຄົນໃໝ່ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ ຄວາມຮັກແພງ ຄວາມອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີ ມາມາຍັງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ລັດຖະບານ ແລະ ປະຊາຊາຊົນລາວທຸກທົ່ວໜ້າ.

    ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຝຣັ່ງ ໄດ້ສ້າງສາຍພົວພັນການທູດນຳກັນໃນວັນທີ 22 ຕຸລາ 1953 ສປປ ລາວ ມີສະຖານທູດຕັ້ງຢູ່ນະຄອນຫຼວງປາຣີ ແລະ ສາທາລະນະລັດ ຝຣັ່ງ ມີສະຖານທູດຕັ້ງຢູ່ນະຄອນຫລວງວຽງຈັນ.

# ບຸນມີ

error: Content is protected !!