ເມືອງສີໂຄດຕະບອງ ສະຫຼຸບການນໍາພາຈັດຕັ້ງປະຕິບັດວຽກງານຮອບດ້ານ

   ກອງປະຊຸມຄົບຄະນະບໍລິຫານງານພັກເມືອງສີໂຄດຕະບອງ (ເປີດກວ້າງ) ຄັ້ງທີ 8 ສະໄໝ VII ເພື່ອສະຫຼຸບການນໍາພາຈັດຕັ້ງປະຕິບັດວຽກງານຮອບດ້ານ ໄລຍະ 6 ເດືອນຕົ້ນ ແລະ ວາງທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022 ຈັດຂຶ້ນວັນທີ 28-29 ກໍລະກົດ 2022 ຢູ່ສະໂມສອນເມືອງດັ່ງກ່າວ ເປັນປະທານຮ່ວມຂອງສະຫາຍ ນາງ ລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ທັງເປັນຜູ້ຊີ້ນໍາເມືອງສີໂຄດຕະບອງ ສະຫາຍ ທະວີໄຊ ເໝົາຊົມພູ ກໍາມະການພັກນະຄອນຫຼວງວຽງຈັນ (ນວ) ເລຂາພັກຄະນະບໍລິຫານງານພັກ ເຈົ້າເມືອງສີໂຄດຕະບອງ ມີບັນດາສະຫາຍຮອງເລຂາພັກ ຄະນະປະຈໍາກໍາມະການພັກເມືອງ ເລຂາຄະນະພັກຮາກຖານ ເລຊາໜ່ວຍພັກອ້ອມຂ້າງເມືອງ ມີຕາງໜ້າຄະນະກວດການພັກ-ລັດ ນວ ຄະນະຈັດຕັ້ງ ນວ ແລະ ສະຫາຍຫົວໜ້າຫ້ອງການອ້ອມຂ້າງ ເຂົ້າຮ່ວມ.

    ສະຫາຍ ທະວີໄຊ ເໝົາຊົມພູ ກ່າວວ່າ: ກອງປະຊຸມຂອງພວກເຮົາໃນມື້ນີ້ ແມ່ນດໍາເນີນຂຶ້ນຢູ່ໃນໄລຍະທີ່ພວກເຮົາພວມສືບຕໍ່ຜ່ອນຜັນບັນດາມາດຕະການຕ່າງໆຢ່າງມີຫຼັກການ ບົນພື້ນຖານການຕິດຕາມເຝົ້າລະວັງ ແລະ ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງໃກ້ຊິດ ແລະ ເຂັ້ມແຂງ ເຊິ່ງມາຮອດປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອທັງໝົດ 210.386 ຄົນ ເສຍຊີວິດສະສົມ 754 ຄົນ ໃນນີ້ ຢູ່ນະຄອນຫຼວງວຽງຈັນມີຜູ້ຕິດເຊື້ອສະສົມທັງໝົດ 89.822 ຄົນ ເສຍຊີວິດ 314 ຄົນ ສະເພາະເມືອງສີໂຄດຕະບອງຂອງພວກເຮົາ ແມ່ນມີຜູ້ຕິດເຊື້ອທັງໝົດ 12.286 ຄົນຍິງ 6.467 ຄົນ ມີຜູ້ເສຍຊີວິດ 39 ຄົນ ຍິງ 19 ຄົນ ຜູ້ຕິດເຊື້ອກວມເອົາ 60 ບ້ານ (ທົ່ວເມືອງ). ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ ການແຜ່ລະບາດຂອງພະຍາດໂຄວິດ-19 ກໍເຮັດໃຫ້ທົ່ວໂລກມີຜົນກະທົບຢ່າງໜັກໜ່ວງສົມຄວນແລ້ວ ພາຍຫຼັງທີ່ສະພາບການລະບາດຂອງພະຍາດໂຄວິດ-19 ມີທ່າອ່ຽງຫຼຸດລົງ ແຕ່ບັນດາປະເທດໃນໂລກຊ້ຳພັດພົບພໍ້ກັບບັນຫາ ແລະ ສິ່ງທ້າທາຍອັນໃໝ່ເກີດຂຶ້ນ ໂດຍສະເພາະ ສະພາບຂອງໂລກໃນປັດດຈຸບັນມີຫຼາຍປະເທດຢູ່ໃນໂລກ ພວມປະສົບບັນຫາຫຍຸ້ງຍາກຫຼາຍປະການ ບໍ່ວ່າຈະເປັນບັນຫາຄວາມບໍ່ສະຫງົບຂອງສົງຄາມລະຫວ່າງປະເທດຣັດເຊຍ ແລະ ອູແກຣນ ທີ່ຍັງບໍ່ທັນມີທ່າທີຈະຢຸດຕິ ບັນຫາຂໍ້ພິພາດຕ່າງໆ ການຍາດຊິງ ແບ່ງຂົ້ວ ແບ່ງຝ່າຍຂອງບັນດາປະເທດມະຫາອໍານາດໃນໂລກ ນັບມື້ມີຄວາມຫຼໍ່ແຫຼມທີ່ຈະເກີດມີການຜະເຊີນໜ້າໃນສົງຄາມ ອັນໄດ້ສ້າງຜົນກະທົບຢ່າງໃຫ່ຍຫຼວງໃຫ້ຫຼາຍປະເທດໃນໂລກປະສົບພົບພໍ້ກັບບັນຫາ ເປັນຕົ້ນແມ່ນລາຄາສິນຄ້າສູງຂຶ້ນ ພະລັງງານນ້ຳມັນເຊື້ອໄຟຂາດແຄນ ບັນຫາເງິນເຟີ້ ແລະ ອື່ນໆ ສະເພາະປະເທດ ສປປ ລາວ ຂອງພວກເຮົາ ກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງເຊັ່ນດຽວກັນກັບຫຼາຍປະເທດໃນໂລກ ເຊິ່ງມັນໄດ້ສ້າງຄວາມຫຍຸ້ງຍາກຫຼາຍດ້ານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ເວົ້າລວມ ເວົ້າສະເພາະ ນວ ກໍຄືການດຳລົງຊີວິດຂອງປະຊາຊົນຊາວເມືອງສີໂຄດຕະບອງພວກເຮົາຢ່າງໜັກໜ່ວງສົມຄວນ. ສະນັ້ນ ໃນກອງປະຊຸມໃນມື້ນີ້ ຈຶ່ງຖືເປັນໂອກາດອັນດີ ແລະ ມີຄວາມສຳຄັນຫຼາຍທີ່ພວກເຮົາຈະໄດ້ພ້ອມກັນພິຈາລະນາຄືນການນໍາພາ-ຊີ້ນໍາວຽກງານຮອບດ້ານຂອງອົງຄະນະພັກເມືອງໃນໄລຍະ 6 ເດືອນຕົ້ນປີຜ່ານມາ ວ່າພວກເຮົາສາມາດປະຕິບັດໄດ້ຫຼາຍນ້ອຍສ່ໍາໃດ ໂດຍສະເພາະວຽກງານທີ່ມີຜົນສໍາເລັດ ແລະ ຈຸດອ່ອນຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ພ້ອມທັງກຳນົດແຜນວຽກຈຸດສຸມໃນການນຳພາ-ຊີ້ນຳວຽກງານໃນຕໍ່ໜ້າຂອງອົງຄະນະພັກເມືອງ ກໍຄືການຊີ້ນຳບັນຊາໂດຍກົງຂອງບັນດາສະຫາຍຄະນະພັກ ເລຂາໜ່ວຍພັກ ໃນວຽກງານວິຊາສະເພາະຂົງເຂດຄວາມຮັບຜິດຊອບຂອງຕົນ ຢ່າງມີປະສິດທິພາບ ແລະ ມີຜົນສຳເລັດດີຂຶ້ນກ່ວາເກົ່າ.

# ຂ່າວ – ພາບ : ສີພອນ

error: Content is protected !!