ພຣູເດັນໂຊລ໌ ລາວ ປະກອບສ່ວນໜ້າກາກປ້ອງກັນໃບໜ້າ ໃຫ້ກະຊວງສາທາລະນະສຸກຕອບໂຕ້ພະຍາດ COVID-19

ບໍ­ລິ­ສັດ ພຣູ​ເດັນ​ໂຊລ໌ ປະ­ກັນ​ໄພ​ຊີ­ວິດ (ລາວ) ຈຳ­ກັດ ປະ­ກອບ­ສ່ວນ​ສົມ­ທົບ​ໜ້າ​ກາກ​ປ້ອງ​ກັນ​ໃບ​ໜ້າ​ແບບ​ເປັນ​ຢາງ​ໃສ່ 3.000 ອັນ ໃຫ້​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ວັນ​ທີ 28 ພຶດ­ສະ­ພາ​ທີ່​ຜ່ານ​ມາ ເພື່ອ​ຊ່ວຍ­ເຫຼືອ​ພະ­ນັກ­ງານ​ສາ­ທາ­ລະ­ນະ​ສຸກ​ແຖວ​ໜ້າ ທີ່​ມີ​ບົດ­ບາດ​ສຳ­ຄັນ​ໃນ​ການ​ຕອບ​ໂຕ້​ກັບ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ໃນ​ລາວ ເຊິ່ງ​ມອບ​ໂດຍ​ທ່ານ ວຽງ​ວາດ​ສະ­ໜາ ວົງ​ທອງ​ຈິດ ຫົວ­ໜ້າ​ຝ່າຍ​ການ​ຕະ­ຫຼາດ​ບໍ­ລິ­ສັດ ພຣູ​ເດັນ​ໂຊລ໌ ປະ­ກັນ​ໄພ​ຊີ­ວິດ (ລາວ) ຈຳ­ກັດ ແລະ ຮັບ​ໂດຍ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ວຽງ​ວາດ​ສະ­ໜາ ວົງ​ທອງ​ຈິດ ກໍ​ໄດ້​ກ່າວ​ວ່າ: ໃນ​ຖາ­ນະ​ທີ່​ເປັນ​ຜູ້​ໃຫ້​ປະ­ກັນ​ໄພ​ຊັ້ນ​ແນວ​ໜ້າ​ໃນ​ອາ­ຊີ ພຣູ​ເດັນ​ໂຊລ໌ ມີ​ຄວາມ​ມຸ່ງ​ໝັ້ນ​ໃນ​ການ​ປົກ​ປ້ອງ​ສຸ­ຂະ­ພາບ ແລະ ຄວາມ​ເປັນ​ຢູ່​ທີ່​ດີ​ຂອງ​ບຸກ­ຄົນ ຄອບ­ຄົວ ແລະ ຊຸມ​ຊົນ ບໍ­ລິ­ສັດ ພຣູ​ເດັນ​ໂຊລ໌ ປະ­ກັນ​ໄພ​ຊີ­ວິດ (ລາວ) ຈຳ­ກັດ ມີ​ຄວາມ​ຍິນ​ດີ​ທີ່​ໄດ້​ຮ່ວມ​ມື​ກັບ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໃນ​ການ​ປົກ​ປ້ອງ ແລະ ສະ­ໜັບ­ສະ­ໜູນ​ພະ­ນັກ­ງານ​ສາ­ທາ­ລະ­ນະ​ສຸກ​ແຖວ​ໜ້າ ໃນ​ຄວາມ​ພະ­ຍາ­ຍາມ​ຢ່າງ​ບໍ່​ຮູ້​ອິດ­ເມື່ອຍ​ໃນ​ການ​ປົກ​ປ້ອງ​ປະ­ຊາ­ຊົນ​ລາວ ແລະ ຕ້ານ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19.

# ຂ່າວ & ພາບ: ສະ­ບາ​ໄພ

error: Content is protected !!