ແນວລາວສ້າງຊາດນະຄອນຫຼວງ-ແນວໂຮມນະຄອນໂຮ່ຈິມີງ ເພີ່ມທະວີການຮ່ວມມື

   ກອງປະຊຸມພົບປະ ແລະ ລົງນາມບົດບັນທຶກການຮ່ວມມື ລະຫວ່າງແນວລາວສ້າງຊາດນະຄອນຫຼວງວຽງຈັນ (ນວ) ແລະ ແນວໂຮມແຫ່ງຊາດຫວຽດນາມ ນະຄອນໂຮ່ຈິມີງ ຈັດຂຶ້ນວັນທີ 27 ກໍລະກົດ 2022 ຢູ່ຫ້ອງວ່າການປົກຄອງ ນວ ໂດຍການລົງນາມຂອງທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນວ ແລະ ທ່ານນາງ ໂຕທິ ບິກເຈົາ ປະທານຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມ ນະຄອນໂຮ່ຂິມີງ ມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

    ການພົບປະຄັ້ງນີ້ ທັງສອງຝ່າຍໄດ້ລາຍງານສະພາບລວມວຽກງານສະຫຼຸບການຕີລາຄາການເຄື່ອນໄຫວຮ່ວມມື ແຕ່ປີ 2016-2019 ລະຫວ່າງແນວລາວສ້າງຊາດ ນວ ແຫ່ງ ສປປ ລາວ ແລະ ແນວໂຮມແຫ່ງຊາດຫວຽດນາມ ນະຄອນໂຮ່ຈິມີງ ແຫ່ງ ສສ ຫວຽດນາມໄລຍະຜ່ານມາ ພ້ອມທັງທິດທາງແຜນການຮ່ວມມືໄລຍະປີ 2022-2024.

   ສໍາລັບການລົງນາມບົດບັນທຶກການຮ່ວມມືຄັ້ງນີ້ ບົນພື້ນຖານສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ການຮ່ວມມືຮອບດ້ານ ລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ ກໍຄືສາຍພົວພັນມິດຕະພາບການຮ່ວມມືແຮກສ່ຽວ ລະຫວ່າງນະຄອນໂຮ່ຈິມີງ ແລະ ນະຄອນຫຼວງວຽງຈັນ ດ້ວຍຄວາມປາດຖະໜາຢາກເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມືໃນໄລຍະທີ່ຈະມາເຖິງນີ້ ລະຫວ່າງແນວໂຮມແຫ່ງຊາດຫວຽດນາມ ນະຄອນໂຮ່ຈິມີງ ແລະ ແນວລາວສ້າງຊາດ ນວ ຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ ນະຄອນໂຮ່ຈິມີງ ແລະ ຄະນະກຳມະການແນວລາວສ້າງຊາດ ນວ  ໄດ້ເອກະພາບກັນດ້ວຍບັນດາເນື້ອໃນການຮ່ວມມື ດັ່ງລຸ່ມນີ້:

    ເພີ່ມທະວີການໂຄສະນາເຜີຍແຜ່ມູນເຊື້ອຢ່າງກວ້າງຂວາງ ຍົກສູງໃນການປູກຈິດສຳນຶກໃຫ້ກັບປະຊາຊົນສອງຊາດ ຫວຽດນາມ-ລາວ ກໍຄືປະຊາຊົນນະຄອນໂຮ່ຈິມີງ ແລະ ປະຊາຊົນ ນວ ກ່ຽວກັບມູນເຊື້ອຄວາມສາມັກຄີ ສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ-ລາວ ຊຸກຍູ້ ແລະ ເປິດກວ້າງການທູດປະຊາຊົນສົມທົບ ເພື່ອຊ່ວຍເຫຼືອຊາວຫວຽດນາມທີ່ພວມອາໄສໃນ 2 ທ້ອງຖິ່ນທີ່ດໍາລົງຊິວີດ ແລະ ເຮັດວຽກ ຢູ່ ນວ ກໍຄືນະຄອນໂຮ່ຈິມີງ ມີເງື່ອນໄຂໃນການປົກປັກຮັກສາ ແລະ ສົ່ງເສີມເອກະລັກຂອງຊາດ ອຳນວຍຄວາມສະດວກໃນການໂຄສະນາພາບພົດຂອງປະເທດຕົນເອງ ພົບປະແລກ ປ່ຽນບົດຮຽນ ໃນວຽກງານແນວໂຮມກ່ຽວກັບມູນເຊື້ອການຂົນຂວາຍຂອງປະຊາຊົນ ແລກປ່ຽນສະພາບການພັດທະນາເສດຖະກິດ ວັດທະນະທໍາ-ສັງຄົມ ລະຫວ່າງ 2 ປະເທດ ສະພາບການລະຫວ່າງສອງທ້ອງຖິ່ນ ດຳເນີນການຮ່ວມມືຄົ້ນຄວ້າ ແລກປ່ຽນບັນດາຫົວຂໍ້ ແລະ ໂຄງການຄົ້ນຄວ້າຮັບໃຊ້ວຽກງານແນວໂຮມທີ່ສອງຝ່າຍຕ່າງໃຫ້ຄວາມສົນໃຈ.

    ຕັ້ງໜ້າຂົນຂວາຍ ຊຸກຍູ້ບັນດານັກທຸລະກິດຂອງສອງທ້ອງຖິ່ນ ຄົ້ນຄວ້າຊອກຫາຕະຫຼາດ ປະຕິບັດບັນດາໂຄງການຮ່ວມມື ອຳນວຍເງື່ອນໄຂຄວາມສະດວກ ເພື່ອຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໃນວຽກງານເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ພ້ອມກັນນັ້ນ ຕັ້ງໜ້າປະຕິບັດບັນດານະໂຍບາຍ ກົດໝາຍ ແລະ ກົດລະບຽບຕ່າງໆເຊິ່ງກັນ ແລະ ກັນ ໃນແຕ່ລະປີ ແລກປ່ຽນຄະນະຢ້ຽມຢາມ ແລະ ເຮັດວຽກນຳໂດຍການນຳຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ ນະຄອນໂຮ່ຈິມີງ ແລະ ການນຳຄະນະກຳມະການແນວລາວສ້າງຊາດ ນວ ເປັນຫົວໜ້າຄະນະ ຈຳນວນຄະນະແມ່ນບໍ່ເກີນ 10 ທ່ານ ໃນໄລຍະເວລາບໍ່ເກີນ 6 ມື້ ສ່ວນຄ່າໃຊ້ຈ່າຍ ໂດຍວິທີການເທົ່າທຽມກັນ: ຝ່າຍຮັບຕ້ອນແມ່ນຮັບຜິດຊອບການກິນຢູ່-ພັກເຊົາ ການເຄື່ອນໄຫວພາຍໃນປະເທດ ຝ່າຍຖືກເຊີນ ແມ່ນຮັບຜິດຊອບການເດີນທາງໄປ-ກັບ ລະຫວ່າງປະ ເທດ.

    ອີງຕາມຄວາມຕ້ອງການຂອງແຕ່ລະຝ່າຍ ສາມາດສົ່ງຄະນະເພື່ອມາສຳຫຼວດ ແລກປ່ຽນ ແລະ ຮຽນຮູ້ແລກປ່ຽນວິຊາສະເພາະ ເຊິ່ງກັນ ແລະ ກັນ ສ່ວນຄ່າໃຊ້ຈ່າຍໃນການເດີນທາງໄປ-ກັບ ແມ່ນພາກສ່ວນນັ້ນຮັບຜິດຊອບ ສ່ວນຝ່າຍຮັບຕ້ອນແມ່ນຊ່ວຍເຫຼືອ ແລະ ອຳນວຍເງື່ອນໄຂຄວາມສະດວກໃຫ້ແກ່ບັນດາການເຄື່ອນໄຫວ ຂອງຄະນະທີ່ມາສຳຫຼວດ.

    ແຕ່ປີ 2022 ເຖິງປີ 2024 ຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມ ນະຄອນໂຮ່ຈິມີງ ຈະຮັບຜິດຊອບທຶນການສຶກສາໃຫ້ແກ່ພະນັກງານຂອງແນວລາວສ້າງຊາດ ນວ 1 ທຶນ ເພື່ອເດີນທາງໄປສຶກສາຮໍ່າຮຽນຕໍ່ລະດັບປະລິນຍາໂທ ແລະ ທຶນການສຶກສາລະດັບປະລິນຍາຕີ 1 ທຶນ ເພື່ອເດີນທາງໄປຮຽນຢູ່ນະຄອນໂຮ່ຈິມີງ ພ້ອມກັນນັ້ນ ສົມທົບກັບນະຄອນໂຮ່ຈິມີງ ເພື່ອຂົນຂວາຍບັນດາຄອບຄົວ ເຂົ້າຮ່ວມໂຄງການຮັບເອົານັກຮຽນລາວເປັນລູກລ້ຽງ ທີ່ກຳລັງສຶກສາຮໍ່າຮຽນຢູ່ນະຄອນໂຮ່ຈິມິງ.

    ບົດບັນທຶກຊ່ວຍຈຳສະບັບນີ້ ມີຜົນສັກສິດໃນໄລຍະປີ 2022–2024 ຖ້າຫາກຕ້ອງການຂະຫຍາຍເວລາ ຫຼື ປ່ຽນແປງບັນດາເນື້ອໃນ ສອງຝ່າຍພ້ອມກັນປັບປຸງແລກປ່ຽນເພື່ອໃຫ້ເປັນເອກະພາບກັນ ບົດບັນທຶກຊ່ວຍຈຳສະບັບນີ້ ບໍ່ໄດ້ສ້າງພັນທະຜູກມັດ ລະຫວ່າງ ສອງຝ່າຍ ບົດບັນທຶກຊ່ວຍຈຳສະບັບນີ້ ບໍ່ໄດ້ສະກັດກັ້ນ ບໍ່ໃຫ້ຝ່າຍໃດປະຕິບັດມາດຕະການ ແລະ ປະຕີບັດພັນທະຕາມກົດໝາຍຂອງແຕ່ລະຝ່າຍ.

# ຂ່າວ – ພາບ : ສີພອນ

error: Content is protected !!