ໂຄງການສ້າງໂຮງຮຽນອະນຸບານບ້ານດົງບອງ ມີຄວາມຄືບໜ້າ 27,17%

    ວັນທີ 28 ກໍລະກົດ 2022 ທ່ານ ນາງ ໂຕທິບິກເຈົ່າ ຄະນະປະຈໍາພັກ ປະທານຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມ ນະຄອນໂຮ່ຈິມິງ ພ້ອມຄະນະ ຢ້ຽມຢາມໂຄງການສ້າງໂຮງຮຽນອະນຸບານບ້ານດົງບອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດທີ່ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ວັນທີ 27-28 ກໍລະກົດນີ້ ໂດຍມີທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ພ້ອມດ້ວຍຜູ້ຕາງໜ້າຈາກອົງການປົກຄອງເມືອງນາຊາຍທອງ ອໍານາດການປົກຄອງບ້ານ ພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນໃຫ້ການຕ້ອນຮັບ.

    ທ່ານ ຖະໜອມ ທໍາທອງ ໄດ້ສະແດງຄວາມຂອບໃຈມາຍັງຄະນະກໍາມະການແນວໂຮມແຫ່ງຊາດ ຫວຽດນາມ ນະຄອນໂຮ່ຈິມິງ ທີ່ໄດ້ໃຫ້ການຊ່ວຍເຫຼືອຄະນະກໍາມະການແນວລາວສ້າງຊາດນະຄອນຫຼວງວຽງຈັນ ກໍ່ສ້າງໂຮງຮຽນອະນຸບານບ້ານດົງບອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈໍານວນ 1 ຫຼັງ ຮູບແບບຊັ້ນດຽວ ມີ 3 ຫ້ອງຮຽນຄື: ອະນຸບານ 1, 2 ແລະ ອະນຸບານ 3 ປະກອບດ້ວຍກໍາແພງອ້ອມຮອບໂຮງຮຽນ ລວມເນື້ອທີ່ທັງໝົດ 168 ຕາແມັດ ລວງກວ້າງ 21 ຕາແມັດ  ຄວາມຍາວ 8 ຕາແມັດ  ລວມເນື້ອທີ່ເດີນໂຮງຮຽນທັງໝົດ 712 ຕາແມັດ ກວ້າງ 44 ແມັດ ແລະ ຄວາມຍາວ 20 ຕາແມັດ ຄິດໄລ່ມູນຄ່າການກໍ່ສ້າງໂຮງຮຽນທັງໝົດ 458.732.000 ກີບ ປະມານ 40.403 ໂດລາສະຫະລັດ ຜ່ານການດໍາເນີນການກໍ່ສ້າງມາເຖິງປັດຈຸບັນ ຄືບໜ້າແລ້ວ 27,17% ມູນຄ່າ 124.667.000 ກີບ ແລະ ຄະນະກໍາມະການແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ຈະໄດ້ສືບຕໍ່ສ້າງໂຮງຮຽນໃຫ້ສໍາເລັດ.

    ການເຄື່ອນໄຫວຄັ້ງນີ້ທ່ານ ນາງ ໂຕທິບິກເຈົ່າ ຍັງໄດ້ມອບເງິນຈໍານວນ 240.000.000 ດົງ ປະມານ 18.000 ໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງໂຮງຮຽນອະນຸບານບ້ານດົງບອງ ໂດຍຕາງໜ້າຮັບຂອງທ່ານາງ ຕຸລາຄໍາ ສຸລິວົງສາ  ອໍານວຍການໂຮງຮຽນປະຖົມສົມບູນດົງບອງ ພ້ອມນັ້ນ ຍັງໄດ້ຮ່ວມປູກຕົ້ນໄມ້ຢູ່ຕໍ່ໜ້າໂຄງການກໍ່ສ້າງໂຮງຮຽນອະນຸບານ ເພື່ອສະເຫຼີມສະຫຼອງສອງວັນະຫວັດສາດ ປີສາມັກຄີມິດຕະພາບລາວ-ຫວຽດນາມ ຫວຽດນາມ-ລາວ ປີ 2022 ຕື່ມອີກ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!