ເສີມຂະຫຍາຍການຮ່ວມມືດ້ານການຄຸ້ມຄອງແຫຼ່ງນໍ້າແບບຍືນຍົງ.

   ນໍ້າຄືຊີວິດ ແຫຼ່ງຊັບພະຍາກອນນີ້ ເປັນສິ່ງຈໍາເປັນສໍາລັບທົ່ວໂລກ ແຕ່ການເຂົ້າເຖິງນໍ້າ ຍັງບໍ່ໄດ້ຮັບການຄໍ້າປະກັນໃນຫຼາຍຂົງເຂດຂອງໂ ລກ. ພ້ອມກັນນັ້ນ, ໂລກຍັງປະເຊີນກັບບັນດາສິ່ງທ້າທາຍທີ່ເກີດຂຶ້ນໃໝ່. ການປ່ຽນແປງທາງດ້ານດິນຟ້າອາກາດ ແລະ ຜົນກະທົບທີ່ເກີດຂຶ້ນເຊັ່ນ ໄພແຫ້ງແລ້ງ, ສະພາບອາກາດປ່ຽນແປງ ແລະ ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ ໄດ້ສ້າງສິ່ງກີດຂວາງໃໝ່ໃຫ້ກັບບັນດາຊຸມຊົນທີ່ມີຄວາມສ່ຽງ ແລະ ດ້ອຍໂອກາດ ໃນການເຂົ້າເຖິງນໍ້າດື່ມສະອາດ ແລະ ແຫຼ່ງສະບຽງອາຫານຢ່າງພຽງພໍ ເຊິ່ງນັ້ນ ເປັນສິ່ງສໍາຄັນທີ່ພວກເຮົາຕ້ອງເຮັດວຽກຮ່ວມກັນທັງພາຍໃນປະເທດ ແລະ ທົ່ວພາກພື້ນ ເພື່ອປະເຊີນໜ້າກັບບັນດາສິ່ງທ້າທາຍເຫຼົ່ານີ້. ພວກເຮົາທັງໝົດມີຄວາມຮັບຜິດຊອບຮ່ວມກັນໃນການປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດຂອງໂລກໃຫ້ມີຄວາມຍືນຍົງຕະຫຼອດໄປ.

ໜຶ່ງວິທີທີ່ສະຫະລັດອາເມລິກາ ຮ່ວມມືກັບ ສປປ ລາວ ໃນການແກ້ໄຂບັນດາສິ່ງທ້າທາຍເຫຼົ່ານີ້ ແມ່ນຜ່ານໂຄງການແລກປ່ຽນ Sister Rivers Partnership. ໂຄງການແລກປ່ຽນ Sister Rivers Partnership ຈັບຄູ່ແມ່ນໍ້າມິສຊິສຊິບປີ້ ໃນປະເທດສະຫະລັດອາເມລິກາ ແລະ ແມ່ນໍ້າຂອງ ເພື່ອສ້າງການຮ່ວມມືລະຫວ່າງ ຄະນະກໍາມາທິການແມ່ນໍ້າຂອງ ເຊິ່ງລວມມີ ສີ່ ປະເທດສະມາຊິກ ແລະ ຄະນະກໍາມາທິການແມ່ນໍ້າມິສຊິສຊິບປີ້. ແມ່ນໍ້າຂອງ ແລະ ແມ່ນໍ້າມິສຊິສຊິບປີ້ ແມ່ນ ‘ແມ່ນໍ້າເອື້ອຍນ້ອງ’ ຍ້ອນວ່າມີລັກສະນະຄ້າຍຄືກັນ ດັ່ງກັບພີ່ນ້ອງ. ແມ່ນໍ້າທັງສອງສາຍ ແມ່ນທາງນໍ້າຂ້າມແດນ ຄືແຫຼ່ງຊີວິດຂອງຫຼາຍຊຸມຊົນ ແລະ ປະເຊີນໜ້າກັບບັນດາສິ່ງທ້າທາຍຮ່ວມກັນ. ບາງສິ່ງທ້າທາຍເຫຼົ່ານີ້ລວມມີ ການບຸກລຸກນໍ້າເຄັມ, ການເຊາະເຈື່ອນຂອງຕາຝັ່ງ, ການປ່ຽນແປງທາງດ້ານອຸທົກກະສາດ ແລະ ການປ່ຽນແປງດິນຟ້າອາກາດ. ໂດຍການຈັບຄູ່ຄະນະກໍາມາທິການແມ່ນໍ້າຂອງ ແລະ ແມ່ນໍ້າມິສຊິສຊິບປີ້, ໂຄງການຈະຮ່ວມໂຕບັນດາຊ່ຽວຊານຈາກສະຫະລັດອາເມລິກາ ແລະ ສປປ ລາວ ເພື່ອແບ່ງປັນແນວທາງປະຕິບັດທີ່ດີທີ່ສຸດ ກ່ຽວກັບການຄຸ້ມຄອງແຫຼ່ງນໍ້າ ເພື່ອແກ້ໄຂບັນດາສິ່ງທ້າທາຍຮ່ວມກັນ ໂດຍເນື້ອໃນຈິດໃຈ ການຮ່ວມມືດັ່ງກ່າວ ແມ່ນເວທີໃຫ້ທັງສອງຄະນະກໍາມາທິການ ຮຽນຮູ້ຈາກກັນ ແລະ ກັນ ແລະ ຮ່ວມກັນສົ່ງເສີມແຫຼ່ງນໍ້າແບບຍືນຍົງ.

ໜຶ່ງໃນອົງປະກອບຂອງ ໂຄງການແລກປ່ຽນ Sister River Partnership ແມ່ນອໍານວຍຄວາມສະດວກ ການຢ້ຽມຢາມເຊິ່ງກັນ ແລະ ກັນ ໃຫ້ແກ່ຜູ້ຕາງໜ້າຈາກສະຫະລັດອາເມລິກາ ເພື່ອເດີນທາງໄປຢ້ຽມຢາມ ແມ່ນໍ້າຂອງ ແລະ ຜູ້ຕາງໜ້າຈາກ ສປປ ລາວ, ໄທ, ກໍາປູເຈຍ, ຫວຽດນາມ ແລະ ຄະນະກຳມາທິການແມ່ນ້ຳຂອງ ເພື່ອເດີນທາງໄປຢ້ຽມຢາມ ແມ່ນໍ້າມິສຊິສຊິບປີ້ ການມາຢ້ຽມຢາມດ້ວຍຕົວເອງ ຂອງຄະນະໃນຄັ້ງນີ້ ໄດ້ເນັ້ນໃຫ້ເຫັນເຖິງມິດຕະພາບ ແລະ ການຮ່ວມມືແບບຍືນຍົງ ລະຫວ່າງຄະນະກຳມາທິການແມ່ນໍ້າທັງສອງຝ່າຍ, ແລະ ຊ່ວຍໃຫ້ພວກເຮົາເຂົ້າໃຈເຖິງສິ່ງທ້າທາຍທີ່ສົ່ງຜົນກະທົບຕໍ່ຊຸມຊົນທີ່ອາໄສຢູ່ຕາມແຄມຝັ່ງ ຂອງແມ່ນໍ້າທັງສອງສາຍ. ການຢ້ຽມຢາມດ້ວຍຕົວເອງນີ້ ເຮັດໃຫ້ພວກເຮົາມີໂອກາດໄດ້ຮຽນຮູ້ຈາກກັນ ແລະ ກັນ ກ່ຽວກັບແນວທາງປະຕິບັດທີ່ດີທີ່ສຸດ ແລະ ບົດຮຽນຕ່າງໆ ໃນການປົກປັກຮັກສາແຫຼ່ງນໍ້າຂອງ.

ພົນຕີ ດາຍແອນນາ ເອັມ ຮອນແລນ, ປະທານຄະນະກໍາມາທິການແມ່ນໍ້າມິສຊິສຊິບປີ້ ແລະ ຜູ້ບັນຊາການພະແນກຫຸບເຂົາມິສຊິສຊິບປີ ແລະ ທີມງານ ໄດ້ໄປຢ້ຽມຢາມ ສປປ ລາວ ເມື່ອບໍ່ດົນມານີ້ ແລະ ມີຄວາມປະທັບໃຈຫຼາຍຕໍ່ກັບຄວາມສຳຄັນ ແລະ ຄວາມຍິ່ງໃຫຍ່ຂອງແມ່ນໍ້າຂອງ ຄວາມສຳຄັນຂອງແມ່ນໍ້າຂອງທີ່ມີຕໍ່ຊຸມຊົນ ແລະ ການດຳລົງຊີວິດຂອງປະຊາຊົນລາວນັ້ນ ເຮັດໃຫ້ຄິດເຖິງຊີວິດ ປະຊາຊົນ ທີ່ຢູ່ລຽບຕາມແຄມຝັ່ງແມ່ນໍ້າມິສຊິສຊິບປີ້.

ໃນຊ່ວງເວລາຢູ່ ສປປ ລາວ, ທາງຄະນະໄດ້ມີໂອກາດໄປຢ້ຽມຊົມແມ່ນໍ້າຂອງທີ່ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ໄຊຍະບູລີ ແລະ ຍັງໄດ້ພົບປະກັບຜູ້ຕາງໜ້າອາວຸໂສຈາກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ສຳນັກງານໃຫຍ່ຄະນະກຳມາທິການແມ່ນ້ຳຂອງ ທີ່ນະຄອນຫຼວງວຽງຈັນ.

ຄະນະ ໄດ້ສັງເກດເຫັນເຖິງຄວາມເອົາໃຈໃສ່ຂອງ ສປປ ລາວ ໃນການປົກປັກຮັກສາແມ່ນໍ້າຂອງເພື່ອຄົນຮຸ່ນຕໍ່ໄປ ໃນນາມ ປະທານຄະນະກໍາມາທິການແມ່ນໍ້າມິສຊິສຊິບປີ້, ທ່ານກ່າວວ່າ ຈະມຸ່ງໝັ້ນທີ່ຈະສືບຕໍ່ການຮ່ວມມືກັບ ສປປ ລາວ ແລະ ກໍ່ລໍຖ້າໂອກາດທີ່ຈະໄດ້ຕ້ອນຮັບ ຄະນະຜູ້ຕາງໜ້າຈາກ ສປປ ລາວ ຢ່າງອົບອຸ່ນ ເພື່ອມາຢ້ຽມຢາມແມ່ນໍ້າມິສຊິສຊິບປີ້ ໃນໂຄງການແລກປ່ຽນ Sister River Partnership ຄັ້ງຕໍ່ໄປ.

error: Content is protected !!