ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສພຂ ສະຫວັນນະເຂດຈະພິຈາຮັບຮອງບັນຫາສໍາຄັນ

   ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ວັນທີ 27 ກໍລະກົດ 2022 ທີ່ຫໍວັດທະນະທຳໄກສອນ ພົມວິຫານ ເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານ ສພຂ ສະຫວັນນະເຂດ ມີທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ບັນດາການນຳຂັ້ນເເຂວງ ສສຊ ແລະ ສະມາຊິກສະພາປະຊາຊົນແຂວງ ( ສສຂ) ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

     ກອງປະຊຸມທ່ານ ກົງແກ້ວ ມີວໍລະຈັກ ໄດ້ກ່າວສູນທອນພົດໄຂກອງປະຊຸມ ເຊິ່ງມີເນື້ອໃນບາງຕອນວ່າ: ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສພຂ ສະຫວັນນະເຂດ ຊຸດທີ II ຈະໄດ້ພິຈາລະນາ ຮັບຮອງ ບັນຫາສໍາຄັນຄື: ພິຈາລະນາ ຮັບຮອງເອົາການລາຍງານໂດຍສັງເຂບຂອງທ່ານເຈົ້າແຂວງສະຫວັນນະເຂດ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ການຄຸ້ມຄອງການຂຸດຄົ້ນແຮ່ທາດພາຍໃນແຂວງສະຫວັນນະເຂດ ການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນທຸກສາຍໃນໄລຍະໃໝ່ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ການປະຕິບັດພາລະບົດບາດຕິດຕາມກວດກາທົ່ວໄປ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ຂໍ້ສະດວກ ຂໍ້ຫຍຸ້ງຍາກໃນການຕັດສິນຄະດີແພ່ງ ຄະດີອາຍາ ກົນໄກການປະສານສົມທົບໃນການດໍາເນີນຄະດີຂອງສານປະຊາຊົນແຂວງ ເຂດ ໂດຍຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານທະບຽນສານ ແລະ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດໃນໄລຍະຜ່ານມາ ພ້ອມທັງລາຍງານກ່ຽວກັບການຂຶ້ນບັນຊີເຕົ້າໂຮມຊັບສິນທີ່ສານຕັດສິນຮິບເປັນຂອງລັດ ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດນິຕິກໍາໃຕ້ກົດໝາຍໃນໄລຍະຜ່ານມາ ໂດຍສະເພາະຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການກໍານົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງທົ່ວແຂວງສະຫວັນນະເຂດ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຮັບຮອງເອົາແຜນຈັດສັນທີ່ດິນເບື້ອງຕົ້ນຂອງແຂວງສະຫວັນນະເຂດ ຮອດປີ 2025.

    ນອກນີ້ ກອງປະຊຸມຍັງພິຈາລະນາຮັບຮອງເອົາການປະເມີນບ້ານເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານຂອງອົງການປົກຄອງແຂວງ ພິຈາລະນາ ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ ແຕ່ກອງປະຊຸມສະໄໝສາມັນເທື່ອທີ 2 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ເຊິ່ງກອງປະຊຸມດັ່ງກ່າວຈະໄດ້ດຳເນີນໄປຈົນເຖິງວັນທີ 29 ກໍລະກົດ 2022 ໃນໄລຍະດຳເນີນກອງປະຊຸມທ່ານສາມາດຝາກຄຳຄິດເຫັນ ແລະ ຂໍ້ສະເໜີຕ່າງໆໄປຍັງສາຍດ່ວນ 041156.

# ຂ່າວ – ພາບ : ຂັນທະວີ

error: Content is protected !!