ປຸມເປົ້າທີ່ມີສານເສບຕິດ ເປັນສິ່ງທີ່ຜິດກົດໝາຍ

    ປັດຈຸບັນ  ເຫັນວ່າເດັກໄວໜຸ່ມຈໍານວນໜຶ່ງທີ່ໄປໃຊ້ບໍລິການຮ້ານກິນດື່ມຕ່າງໆ   ໄດ້ມີການເສບສິ່ງເສບຕິດຮູບຮ່າງຄືໝາກປຸມເປົ້າ ເຊິ່ງມີຜົນກະທົບຕໍ່ສຸຂະພາບ ເປັນສາເຫດທີ່ພາໃຫ້ເກີດປາກົດການຫຍໍ້ທໍ້ໃນສັງຄົມ ແລະ ໜ່ວຍງານກ່ຽວຂ້ອງໄດ້ກໍານົດເປັນສານເສບຕິດທີ່ຜິດກົດໝາຍ ແລະ ສາມາດດໍາເນີນຄະດີທາງອາຍາໄດ້.

    ທ່ານພັນເອກ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຊີ້ແຈງຕໍ່ຄໍາຊັກຖາມທີ່ສະມາຊິກສະພາຍົກຂຶ້ນໃນກອງປະຊຸມສະໄໝສາມັນເທື່ອທີ 3 ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 2 ວັນທີ 26 ກໍລະກົດ 2022 ວ່າ: ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 841/ຈນວ ເຊິ່ງສະມາຊິກສະພາມີຄວາມເປັນຫ່ວງແມ່ນການບໍລິການຂອງຮ້ານກິນດື່ມທີ່ມີການມົ້ວສຸມສິ່ງເສບຕິດໃນກຸ່ມຂອງໄວໜຸ່ມ ໂດຍສະເພາະ ການສູບປຸມເປົ້າທີ່ມີສານເສບຕິດ ເຫັນວ່າມີການແຜ່ຫຼາຍໃນບັນດາຮ້ານບໍລິການຕ່າງໆ ປັດຈຸບັນ ສານເສບຕິດທີ່ເສບໂດຍປຸມເປົ້າ ເປັນສິ່ງທີ່ຜິດກົດໝາຍ ສາມາດດໍາເນີນຄະດີທາງອາຍາໄດ້ ການແກ້ໄຂບັນຫາດັ່ງກ່າວ ໄດ້ຢຶດມາສືບສວນ-ສອບສວນ ແຕ່ກໍເປັນຂໍ້ຫຍຸ້ງຍາກ ເນື່ອງຈາກວ່າໃນເວລາກວດພົບເຫັນສິ່ງເສບຕິດ ເຈົ້າຂອງຮ້ານບໍ່ມີໃຫ້ບໍລິການ ຫຼື ຈໍາໜ່າຍ ຜູ້ໃຊ້ບໍລິການຖືມາເອງ ສະນັ້ນ ຕ້ອງໄດ້ພິສູດຂໍ້ມູນຫຼັກຖານທີ່ຮັດກຸມຈຶ່ງສາມາດດໍາເນີນຄະດີໄດ້ ຕົວຢ່າງ ຮ້ານເກມ ໃຫ້ບໍລິການສະເພາະເກມ ແຕ່ຜູ້ມາຫຼິ້ນເກມຖືມາບໍລິການສະເພາະໃນກຸ່ມປັນກັນເສບ ຕໍ່ບຸກຄົນເຫຼົ່ານີ້ ຖ້າເປັນຜູ້ເສບ ຖືວ່າເປັນຜູ້ຖືກເຄາະຮ້າຍ ແລະ ກໍລະນີທີ່ກວດພົບມີສິ່ງເສບຕິດຈໍານວນໜ້ອຍ 1-2 ເມັດ ບໍ່ສາມາດດໍາເນີນຄະດີໄດ້ ຖ້າມີຈໍານວນຫຼາຍຈຶ່ງສາມາດດໍາເນີນຄະດີຕາມກົດໝາຍ ກ່ຽວກັບເດັກທີ່ບໍ່ເຖິງກະສຽນອາຍຸເຂົ້າເຖິງບັນຫາຢາເສບຕິດໄດ້ງ່າຍ ເຊິ່ງທຸກພາກສ່ວນໃນສັງຄົມຕ້ອງມີຄວາມຮັບຜິດຊອບ ໂດຍເລີ່ມຕົ້ນຈາກຄອບຄົວເປັນເຈົ້າການສຶກສາອົບຮົມລູກ ແລະ ສະຖາບັນການສຶກສາຕ້ອງເປັນເຈົ້າການຮ່ວມກັນ ພ້ອມນັ້ນ ບັນດາມາດຕະການຂອງຂະແໜງການທີ່ກ່ຽວຂ້ອງ ເຊັ່ນ:ຫົວໜ່ວຍທຸລະກິດຈໍານວນໜຶ່ງເປັນບ່ອນສ້າງເງື່ອນໄຂໃຫ້ເດັກນ້ອຍໄປຕຸ້ມລຸມກັນ ຕ້ອງເບິ່ງບ່ອນໃດມີຄວາມສ່ຽງ ຕ້ອງຈັດຕັ້ງປະຕິບັດບັນດາມາດຕະການຄວບຄຸມເຂັ້ມງວດໃນການອະນຸຍາດໃຫ້ເປີດ ຫຼື ຢຸດຕິກິດຈະການ ຂໍສະເໜີບັນດາຫົວໜ່ວຍທຸລະກິດຈໍານວນໜຶ່ງໄດ້ສ້າງຜົນປະໂຫຍດທາງດ້ານເສດຖະກິດໃຫ້ແກ່ສັງຄົມ ແຕ່ກໍໄດ້ສ້າງຜົນເສຍຫາຍເຊັ່ນ: ຮ້ານເກມອອນລາຍໄປກວດໃນຈໍານວນ 100 ຮ້ານ ເຫັນວ່າມີພຽງແຕ່ 20% ທີ່ບໍ່ມີການພົວພັນກັບການພະນັນ ແລະ ສິ່ງເສບຕິດ ແລະ 80% ແມ່ນຕິດພັນກັບການພະນັນຕິດພັນກັບສິ່ງເສບຕິດ ເມື່ອເປັນແນວນັ້ນ ລູກຫຼານທີ່ໄປຫຼິ້ນໃນສະຖານທີ່ດັ່ງກ່າວ ຈະບໍ່ໄປໂຮງຮຽນ ຮ້າຍແຮງກວ່ານັ້ນ ເປັນສາເຫດໜຶ່ງທີ່ພາໃຫ້ເກີດອາດຊະຍາກໍາ ຂີ້ລັກງັດແງະ ປຸ້ນຈີ້ຊີງຊັບ ແລະ ອື່ນໆ ຕໍ່ກັບບັນຫານີ້ ນັບຕັ້ງແຕ່ອໍານາດການປົກຄອງບ້ານ ເມືອງ ຂະແໜງການຕ່າງໆ ອົງການຈັດຕັ້ງມະຫາຊົນຕ້ອງໄດ້ຊ່ວຍກັນຊຸກຍູ້ປຸກລະດົມ ສ້າງຄວາມຕື່ນຕົວຂອງບັນຫາໃຫ້ສັງຄົມຮັບຮູ້ ເພື່ອຮ່ວມກັນແກ້ໄຂ ນອກນັ້ນ ຍັງສະເໜີໃຫ້ເອົາສູນເຝິກອົບຮົມ ແລະ ປິ່ນປົວຜູ້ຕິດຢາເສບຕິດນະຄອນຫຼວງວຽງຈັນ ໄປຂຶ້ນກັບພາກສ່ວນອື່ນທີ່ກ່ຽວຂ້ອງເຊັ່ນ: ພະແນກສາທາລະນະສຸກ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລ້ວເອົາກໍາລັງປ້ອງກັນຄວາມສະຫງົບມາເປັນຜູ້ປ້ອງກັນຄວາມປອດໄພ ແລະ ອື່ນໆ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!