ລາວ-ຍີ່ປຸ່ນ ຫາລືແລກປ່ຽນການພົວພັນຮ່ວມມືວຽກງານຂົງເຂດຍຸຕິທຳ

   ວັນທີ 27 ກໍລະກົດ 2022 ທີ່ກະຊວງຍຸຕິທຳ ທ່ານ ໄພວິ ສີບົວລິພາລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມພົບປະຂອງທ່ານ ຊືຊະມະ ຈຸນ ຮອງລັດຖະມົນຕີກະຊວງຍຸຕິທຳແຫ່ງຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານ ແລະ ຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 26-28 ກໍລະກົດນີ້.

    ການຢ້ຽມພົບປະຄັ້ງນີ້ ທັງສອງຝ່າຍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານຍຸຕິທໍາໃຫ້ກັບຊາບ ແລະ ໄດ້ສົນທະນາແລກປ່ຽນບົດຮຽນກ່ຽວກັບວຽກງານຍຸຕິທຳ ພ້ອມທົບທວນຄືນການຢ້ຽມຄໍານັບຂອງທ່ານ ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາລາວໃນໄລຍະຜ່ານມາ ແລະ ໄດ້ປຶກສາຫາລືການພົວພັນທາງດ້ານການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຂົງເຂດວຽກງານຍຸຕິທຳໃນຕໍ່ໜ້າໃຫ້ນັບມື້ມີການເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ ໃນນີ້ ກະຊວງຍຸຕິທຳໄດ້ສະເໜີແລກບົດຮຽນບາງບົດຮຽນກັບກະຊວງຍຸຕິທຳຍີ່ປຸ່ນ ເປັນຕົ້ນ ວຽກງານການສ້າງລັດທີີ່ປົກຄອງດ້ວຍກົດໝາຍ ການສ້າງຄວາມເຂັ້ມແຂງໃຫ້ສະຖາບັນຍຸຕິທຳແຫ່ງຊາດ ໃນການປັບປຸງຫຼັກສູດການຮຽນ-ການສອນ ການສ້າງວິຊາຊີບທາງດ້ານຍຸຕິທຳ ຜູ້ພິພາກສາ ພະນັກງານໄອຍະການ ທະນາຍຄວາມ ແລະ ວຽກງານກ່ຽວຂ້ອງອື່່ນໆທີ່ຕິດພັນກັບຂົງເຂດຍຸຕິທຳ.

    ໂອກາດນີ້ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ຍັງໄດ້ສະແດງຄວາມຊົມເຊີຍແລະ ຕີລາຄາສູງຕໍ່ທ່ານ ຊຶຊະມະ ຈຸນ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຢູ່ ສປປ ລາວຄັ້ງນີ້ ຫວັງຢ່າງຍິ່ງການພົວພັນຮ່ວມມືສອງຝ່າຍໃນຂົງເຂດວຽກງານຍຸຕິທຳລະຫວ່າງສອງປະເທດລາວ ແລະ ຍີ່ປຸ່ນ ຈະກ້າວເຂົ້າສູ່ລວງເລີກຫຼາຍຂຶ້ນ.

# ຂ່າວ – ພາບ : ລັດເວລາ

error: Content is protected !!