ສະຖາບັນພັດທະນາສີມືແຮງງານລາວ ຮ່ວມກັບ ສ ເກົາຫຼີ ສ້າງຄວາມເຂັ້ມແຂງວຽກງານແຂ່ງຂັນສີມືແຮງງານ

    ກອງປະຊຸມປຶກສາຫາລືກ່ຽວກັບການສ້າງຄວາມເຂັ້ມແຂງວຽກງານແຂ່ງຂັນສີມືແຮງງານ ຈັດຂຶ້ນລະຫວ່າງວັນທີ 25-26 ກໍລະກົດ 2022 ທີ່ໂຮງແຮມແລນມາກ ເປັນປະທານຮ່ວມຂອງທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ທ່ານ ລີ ມຽງ ຮຸນ ຜູ້ອຳນວຍການສະຖາບັນພັດທະນາສີມືແຮງງານສາກົນແຫ່ງ ສ. ເກົາຫຼີ (GIFTS) ທ່ານ ຢູ ກຽວຊັງ ສາດສະດາຈານ ຊ່ຽວຊານຈາກມະຫາວິທະຍາໄລເຕັກໂນໂລຊີ ແລະ ການສຶກສາປະເທດ ສ. ເກົາຫຼີ (KOREATECH) ມີບັນດາຮອງຫົວໜ້າຫ້ອງການ ຮອງຫົວໜ້າກົມ ຮອງຫົວໜ້າສະຖາບັນ ຮອງຫົວໜ້າສູນພັດທະນາສີມືແຮງງານ ສູນຝຶກອົບຮົມ ແລະ ແຂກຖືກເຊີນ (ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ).

    ກອງປະຊຸມດັ່າງກ່າວ ເປັນໜຶ່ງໃນກິດຈະກຳທີ່ຈຳເປັນ ແລະ ສຳຄັນໃນວຽກງານການສົ່ງເສີມການພັດທະນາສີມືແຮງງານທີ່ນອນຢູ່ໃນບັນດາ 4 ກິດຈະກຳຄື: ການອອກແບບລະບົບການແຂ່ງຂັນສີມືແຮງງານ ລົງເລິກການພັດທະນາ ປັບປຸງນະໂຍບາຍການພັດທະນາສີມືແຮງງານ ການຈັດຕັ້ງປະຕິບັດ ແລະ ການດຳເນີນການແຂ່ງຂັນສີມືແຮງງານ ລົງເລິກການແລກປ່ຽນບົດຮຽນ ແລະ ປະສົບການຂອງການແຂ່ງຂັນສີມືແຮງງານສອງຝ່າຍ ການສ້າງຄວາມເຂັ້ມແຂງໃຫ້ຊ່ຽວຊານຝ່າຍລາວ ນັກແຂ່ງຂັນສີມືແຮງງານ ຄູຝຶກ ແລະ ການປັບປຸງມາດຕະຖານ ແລະ ຫຼັກສູດສີມືແຮງງານ ເພື່ອໃຫ້ສາມາດເຊື່ອມໂຍງມາດຕະຖານເຕັກນິກ  ແລະ ນະວັດຕະກຳໃໝ່ໆ ທີ່ນຳໃຊ້ເຂົ້າໃນການແຂ່ງຂັນສີມືແຮງງານພາກພື້ນ ແລະ ສາກົນ ພາຍໃຕ້ສັນຍາຮ່ວມມືລະຫວ່າງ ກະຊວງ ຮສສ ແລະ ສະຖາບັນພັດທະນາສີມືແຮງງານສາກົນແຫ່ງປະເທດ ສ.ເກົາຫຼີ ໃນການສ້າງຄວາມເຂັ້ມແຂງໃນວຽກງານແຂ່ງຂັນສີມືແຮງງານຂອງ ສປປ ລາວ ເພື່ອສ້າງລະບົບການແຂ່ງຂັນສີມືແຮງງານທີ່ມີຄວາມຍຶນຍົງ ແລະ ເພື່ອລິເລີ່ມການຮ່ວມມືໃນການກິດຈະກໍາພາຍໃຕ້ໂຄງການສ້າງຂີດຄວາມສາມາດຂອງການແຂ່ງຂັນສີມືແຮງງານ ເພື່ອເຮັດໃຫ້ຊ່ອງຫວ່າງສີມືແຮງງານຫຼຸດລົງ ພາຍໃຕ້ໂຄງການສັນຍາຮ່ວມມື ໃນແຜນງານດັ່ງກ່າວ ແມ່ນເພື່ອປັບປຸງນະໂຍບາຍ ແລະນິ ຕິກໍາທີ່ກ່ຽວຂ້ອງໃນການແຂ່ງຂັນສີມືແຮງງານໃນ ສປປ ລາວ ສ້າງພື້ນຖານລະບົບການແຂ່ງຂັນສີມືແຮງງານໃຫ້ມີຄວາມເຂັ້ມແຂງ ສາມາດແຂ່ງຂັນໃນເວທີລະດັບພາກພື້ນ ສາກົນໄດ້ ແລະ ເຜີຍແຜ່ຄວາມສຳຄັນຂອງການແຂ່ງຂັນສີມືແຮງງານໃນທົ່ວປະເທດ.

    ໂຄງການຮ່ວມມືນີ້ຈະເປັນຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ ສປປ ລາວ ໃນວຽກງານພັດທະນາສີມືແຮງງານ ກໍ່ຄືວຽກແຂ່ງຂັນສີມືແຮງງານໄດ້ມີການພັດທະນາ ແລະ ມີຄວາມເຂັ້ມແຂງ ພະນັກງານບໍລິຫານການແຂ່ງຂັນ ຄູຝຶກ ແລະ ນັກແຂ່ງຂັນຈະໄດ້ຮັບການເຝິກອົບຮົມສ້າງຄວາມເຂັ້ມແຂງທາງດ້ານການຈັດການແຂ່ງຂັນສີມືແຮງງານ ເຕັກນິກ ແລະ ຄວາມຮູ້ດ້ານວິຊາສະເພາະ ເພື່ອສ້າງຂີດຄວາມສາມາດໃນການແຂ່ງຂັນໃນເວທີພາກພື້ນ ແລະ ສາກົນ ມີຄວາມເຂົ້າໃຈ ແລະ ກໍາໄດ້ລະບຽບຫຼັກການຈັດຕັ້ງການແຂ່ງຂັນສີມືແຮງງານໂດຍຖອດຖອນບົດຮຽນຈາກ ສ.ເກົາຫຼີ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ໃນວຽກງານ ຮສສ ໂດຍສະເພາະ ວຽກງານພັດທະນາສີມືແຮງງານ ໄດ້ຮັບການຂະຫຍາຍ ແລະ ຕໍ່ເນື່ອງ ກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາຄະນະຮັບຜິດຊອບເປັນເວທີໃນການປຶກສາຫາລືແລກປ່ຽນບົດຮຽນ ຄໍາຄິດຄໍາເຫັນ ປຶກສາຫາລື ແລະ ວາງແຜນຮ່ວມມືກັນໃນຕໍ່ໜ້າ ລະຫວ່າງພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນຂອງ ສປປ ລາວ ຮ່ວມກັບ ຊ່ຽວຊານຈາກ ສ. ເກົາຫຼີ ໃນການສົ່ງເສີມແລະມີສ່ວນຮ່ວມຂອງວຽກງານການແຂ່ງຂັນສີມືແຮງງານໃຫ້ແຮງງານລາວສາມາດກ້າວເຖິງການແຂ່ງຂັນສີມືແຮງງານລະດັບພາກພື້ນ ແລະ ໄປສູ່ການເຂົ້າຮ່ວມແຂ່ງຂັນສີມືແຮງງານໂລກຕໍ່ໄປ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!