ສືບຕໍ່ຮ່ວມມືທາງດ້ານການເຕີບໂຕສີຂຽວ ແລະ ປະຕິບັດການດ້ານດິນຟ້າອາກາດ

    ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງກົມແຜນການ ແລະ ການເງິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຫ້ອງການສະຖາບັນເຕີບໂຕສີຂຽວ ປະຈຳ ສປປ ລາວ (GGGI) ຈັດຂຶ້ນວັນທີ 26 ກໍລະກົດ 2022 ທີ່ໂຮງແຮມຄຣາວພລາຊາ ຕາງໜ້າລົງນາມເຊັນບົດບັນທຶກຄວາມເຂົ້າໃຈໂດຍທ່ານ ສຸນະເດດ ສຸກຈະເລີນ ຮອງຫົວໜ້າກົມແຜນການ ແລະ ການເງິນ ແລະ ທ່ານນາງ Helena McLeod ຮອງຫົວໜ້າສະຖາບັນເຕີບໂຕສີຂຽວ (GGGI) ເຂົ້າຮ່ວມເປັນສັກຂີພະຍານໂດຍທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະກົມ ຫ້ອງການ  ຜູ້ຕາງໜ້າຈາກກະຊວງແຜນການ ການລົງທຶນ ແລະ ພະນັກງານກ່ຽວຂ້ອງ.

     ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ແມ່ນການສືບຕໍ່ເຈດຕະນາລົມການຮ່ວມມືຂອງສອງຝ່າຍ ໃນຫົວຂໍ້ “ການຮ່ວມມືທາງດ້ານການເຕີບໂຕສີຂຽວ ແລະ ປະຕິບັດການດ້ານດິນຟ້າອາກາດໃນ ສປປ ລາວ ເຊິ່ງໄດ້ລົງນາມ MOU ສະບັບທໍາອິດ ໃນປີ 2017.

    ສະຖາບັນເຕີບໂຕສີຂຽວສາກົນ GGGI ນັບວ່າເປັນອົງການໜຶ່ງທີ່ຖືກຮັບຮອງຈາກກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ (GCF) ແລະ ຜ່ານມາ ໄດ້ປະກອບສ່ວນຊ່ວຍເຫຼືອທາງດ້ານວິຊາການ ຮ່ວມກັບກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ ແລະ ກົມແຜນການ ແລະ ການເງິນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍພົ້ນເດັ່ນແມ່ນວຽກງານການສ້າງ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC) ການເຝິກອົບຮົມສ້າງຄວາມສາມາດໃຫ້ແກ່ຈຸດປະສານງານແຫ່ງຊາດ ແລະ ພະນັກງານຂະແໜງການກ່ຽວຂ້ອງ ການຄາດຄະເນການປ່ອຍທາດອາຍເຮືອນແກ້ວ ແລະ ການສ້າງແບບຈໍາລອງພູມອາກາດໃຫ້ແກ່ ສປປ ລາວ ລວມທັງໄດ້ສະໜັບສະໜູນການເຊື່ອມສານວຽກງານປ່ຽນແປງດິນຟ້າອາກາດຢູ່ໃນຂະແໜງການຕ່າງໆໃນ ສປປ ລາວ.

    ທັງສອງຝ່າຍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນໄລຍະຜ່ານມາ ເຊິ່ງເປັນການລິເລິ່ມເຮັດວຽກຮ່ວມມືກັນເປັນຮູບປະທໍາເທື່ອລະກ້າວ ກໍຄືການຈັດຕັ້ງປະຕິບັດ MOU ສະບັບທໍາອິດ ແລະ ທັງສອງຝ່າຍມີໄດ້ການຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ການຮ່ວມມືກັນມີຄວາມໝາຍຄວາມສໍາຄັນ ເປັນຕົ້ນ ໃນຂົງເຂດທີ່ຈະຮ່ວມມືກັນໃນຕໍ່ໜ້າເຊັ່ນ: ການສ້າງຄວາມເຂັ້ມແຂງດ້ານການວາງແຜນການເຕີບໂຕສີຂຽວ ແລະ ການປ່ຽນປ່ຽນແປງດິນຟ້າອາກາດ ການເຂົ້າເຖິງແຫຼ່ງທຶນ ການລົງທຶນທີ່ຍືນຍົງ ແລະ ສີຂຽວ ການແລກປ່ຽນຄວາມຮູ້ວິທະຍາສາດດ້ານການເຕີບໂຕສີຂຽວ ໂດຍນໍາເອົາບົດຮຽນທິດສະດີ ຫັນເຂົ້າສູ່ລວງເລິກໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນປະໂຫຍດສູງສຸດຕໍ່ ສປປ ລາວ ປະກອບສ່ວນບັນລຸບັນດາຄາດໝາຍຂອງສາກົນ ແລະ ພາກພື້ນ ເປັນຢ່າງດີໃນຕໍ່ໜ້າ.

         # ຂ່າວ  – ພາບ : ເພັດສະໝອນ

error: Content is protected !!