ຮ່ວມມືກັນກິດຈະກໍາແຂ່ງຂັນເວົ້າເພື່ອຊາດ

    ກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປປລ) ຮ່ວມກັບໂທລະພາບແຫ່ງຊາດລາວ ກົມ ອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ແລະ ສູນຝຶກທັກສະ ຈັດພິທີເຊັນບົດບັນທຶກການຮ່ວມມືໃນການຈັດຕັ້ງ ແລະ ຜັນຂະຫຍາຍກິດຈະກໍາການແຂ່ງຂັນເວົ້າເພື່ອຊາດ ຄັ້ງທີ II ພາຍໃຕ້ຫົວຂໍ້ “ພັດທະນາຄົນ ພັດທະນາຊາດ” ປະຈໍາປີ 2022 ຂຶ້ນວັນທີ 27 ກໍລະກົດ 2023 ທີ່ສູນກາງຊາວໜຸ່ມ ໂດຍມີຕາງໜ້າ 4 ຝ່າຍຮ່ວມລົງນາມ ຊຶ່ງມີທ່ານ ນາງ ມີນາ ສີວິໄລ ຫົວໜ້າກົມຂະບວນການຊາວໜຸ່ມ ສູນກາງ ຊປປລ ທ່ານ ອຳຄາ ວົງໝື່ນກ້າ ຜູ້ອຳນວຍການໂທລະພາບແຫ່ງຊາດລາວ ທ່ານ ວິລັດສອນ ວິສອນນະວົງ ຮັກສາການຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ແລະ ທ່ານ ທອງດີ ພົມມະວົງສາ ຜູ້ອຳນວຍການສູນຝຶກທັກສະ ຊຶ່ງມີທ່ານ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານ ສຊປປລ ພ້ອມດ້ວຍແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    ການເຊັນສັນຍາຄັ້ງນີ້  ເພື່ອເປັນການຍົກສູງການຮ່ວມມືຂອງ  4  ຝ່າຍ  ໃຫ້ມີການຮ່ວມມືກັນຢ່າງສະໜິດ ແໜ້ນ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 47 ປີ ວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ເພື່ອເຮັດໃຫ້ຊາວໜຸ່ມ – ໄວໜຸ່ມກາຍເປັນຄົນກ້າເວົ້າ ແລະ ກ້າສະແດງອອກໃນການເວົ້າຕໍ່ໜ້າມວນຊົນຢ່າງມີສິລະປະທີ່ດີ ແນໃສ່ໂຄສະນາເຜີຍແຜ່ຜັນຂະຫຍາຍເນື້ອໃນສອງວາລະແຫ່ງຊາດ ແລະ ເປົ້າໝາຍພັດທະນາແບບຢືນຍົງໃນປີ 2030 ຕາມທິດທາງການພັດທະນາຂອງພັກ ແລະ ລັດຖະບານ ເວົ້າລວມ ເວົ້າສະເພາະ ກໍຄືແຜນພັດທະນາຊາວໜຸ່ມ-ເຍົາວະຊົນວາງອອກໃຫ້ປາກົດຜົນເປັນຈິງ ເພື່ອເປັນການສົ່ງເສີມພອນສະຫວັນ ແລະ ທັກສະຂອງຊາວໜຸ່ມໃນການເວົ້າຕໍ່ໜ້າມວນຊົນ ໃຫ້ກ້າສະແດງອອກໃນເວທີຕ່າງໆ ຊຶ່ງຄູ່ຮ່ວມມືທັງ 4 ຝ່າຍ ຈະໄດ້ເປັນເຈົ້າການເຜີຍແຜ່ການແຂ່ງຂັນທຸກຮອບລົງໃນສື່ໂຄສະນາຂອງພາກສ່ວນຕົນ.

   ສຳລັບການຮ່ວມມືມີໄລຍະເວລາ 6 ເດືອນ ຊຶ່ງຈະຈັດຂຶ້ນໃນລະຫວ່າງເດືອນກໍລະກົດ ຫາເດືອນພະຈິກ 2022 ຜູ້ເຂົ້າຮ່ວມແຂ່ງຂັນຈະໄດ້ຮັບການຝຶກອົບຮົມດ້ານສິລະປະການເວົ້າຕໍ່ໜ້າມວນຊົນ ການເລົ່າເລື່ອງສ້າງແຮງບັນດານໃຈ ການຂຽນບົດຄວາມສັ້ນ ແລະ ນໍາສະເໜີແບບມືອາຊີບ ຊຶ່ງມາດຖານເງື່ອນໄຂຜູ້ສະໝັກຕ້ອງເປັນສະມາຊິກຊາວໜຸ່ມ ແລະ ຊາວໜຸ່ມທົ່ວໄປທີ່ມີອາຍຸ 15-35 ປີ ເປັນບຸກຄົນທີ່ມີຄວາມຫ້າວຫັນ ແລະ ມີຄວາມສົນໃຈມັກຮັກໃນການເວົ້າຕໍ່ໜ້າມວນຊົນ ຜູ້ທີ່ສົນໃຈ ສາມາດສະໝັກຜ່ານຊ່ອງທາງອອນລາຍ ໂດຍການລົງຊື່ໃນ Google form ຜ່ານກອງເລຂາຊາວໜຸ່ມແຕ່ລະແຂວງທີ່ຮັບຜິດຊອບ, ການຝຶກອົບຮົມແມ່ນຈະຝຶກອົບຮົມແບບອອນລາຍຜ່ານລະບົບ Zoom ຄ່າລົງທະບຽນສະໝັກຜູ້ລະ 100.000 ກີບ/ຄົນ ເລີ່ມເປີດສະໝັກ ຟອມວັນທີ 18/7/2022 ປິດຮັບສະໝັກ 18/8/2022 ຜ່ານທາງອອນລາຍ.

error: Content is protected !!