ຫາລືການເຂົ້າເຖິງການບໍລິການສຸຂະພາບຈະເລີນພັນກຸ່ມດ້ອຍໂອກາດໃນໄລຍະການລະບາດໂຄວິດ-19

    ກອງປະຊຸມສົນທະນາແລກປ່ຽນກ່ຽວກັບນະໂຍບາຍໃນການເຂົ້າເຖິງການບໍລິການສຸຂະພາບຈະເລີນພັນສຳລັບກຸ່ມຜູ້ດ້ອຍໂອກາດ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ໄດ້ຈັດຂຶ້ນວັນທີ 27 ກໍລະກົດ 2022 ທີ່ ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ແລະ ທ່ານນາງ ຈັນສີ ພິມພະຈັນ ປະທານສະມາຄົມສົ່ງເສີມສຸຂະພາບຄອບຄົວ ມີຕາງໜ້າກະຊວງສາທາລະນະສຸກ ກະຊວງພາຍໃນ ສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ກອງປະຊຸມໃນຄັ້ງນີ້ ໄດ້ຈັດຂຶ້ນເພື່ອສະໜັບສະໜູນ ແລະ ສົ່ງເສີມບັນດາຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ ແລະ ພາກສ່ວນລັດຖະບານ ເພື່ອຊ່ວຍເຫຼືອກຸ່ມຄົນທີ່ດ້ອຍໂອກາດ ໃນການເພີ່ມທະວີການເຂົ້າເຖິງການບໍລິການສຸຂະພາບຈະເລີນພັນ ເພື່ອສົນທະນາແລກປ່ຽນກ່ຽວກັບນະໂຍບາຍໃນການເຂົ້າເຖິງການບໍລິການສຸຂະພາບຈະເລີນພັນສຳລັບກຸ່ມຜູ້ດ້ອຍໂອກາດ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ທັງເພື່ອແລກປ່ຽນປະສົບການ ແລະ ບົດຮຽນໃນກຸ່ມຄົນທີ່ມີຄວາມສ່ຽງ ແລະ ກຸ່ມປະຊາກອນໄວໜຸ່ມ ໃນການເຂົ້າເຖິງນະໂຍບາຍການບໍລິການສຸຂະພາບຈະເລີນພັນ.

# ຂ່າວ – ພາບ: ເພັດສະໝອນ

error: Content is protected !!