ລາວ-ຫວຽດນາມ ລົງນາມການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ

    ເນື່ອງໃນໂອກາດສະເຫຼີມສະຫຼອງສອງວັນປະຫວັດສາດສຳຄັນຂອງສອງຊາດລາວ-ຫວຽດນາມຄື: ວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 45 ປີ ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ທ່ານ ເຈົາ ວັນ ມິງ ປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 26-30 ກໍລະກົດ 2022. ວັນທີ 27 ກໍລະກົດ 2022 ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ບໍ່ວຽງຄໍາ ວົງດາລາ ໄດ້ຕ້ອນຮັບທ່ານ ບັນດິດ ສຈ. ເຈົາ ວັນ ມິງ ພ້ອມດ້ວຍຄະນະຖານອ້າຍນ້ອງເພື່ອນມິດສະຫາຍ ພ້ອມນັ້ນ ທັງສອງຝ່າຍຍັງໄດ້ຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ມີເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ມີຮອງລັດຖະມົນຕີ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

    ພາຍຫຼັງສໍາເລັດກອງປະຊຸມ ທັງສອງຝ່າຍຍັງໄດ້ຮ່ວມກັນລົງນາມເຊັນສັນຍາຮ່ວມມືວ່າດ້ວຍເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອຜັນຂະຫຍາຍການຮ່ວມມື ແລກປ່ຽນປະສົບການ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບົນຈິດໃຈຄວາມສາມັກຄີພິເສດ ຮ່ວມມືຮອບດ້ານ ມິດຕະພາບເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ໃນນັ້ນ ສອງຝ່າຍຕົກລົງເປັນເອກະພາບໃນການຮ່ວມມືຫຼາຍກິດຈະກໍາຄື: ສອງຝ່າຍເຫັນດີຕົກລົງແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນກົມຢ່າງໜ້ອຍປີລະຄັ້ງ ໂດຍຜັດປ່ຽນກັນເປັນເຈົ້າພາບ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ຍິນດີໃຫ້ການຊ່ວຍເຫຼືອກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການພັດທະນາຊັບພະຍາກອນມະນຸດພາຍໃຕ້ບັນດາຮູບແບບການເຝິກອົບຮົມ (ໄລຍະສັ້ນ ແລະ ໄລຍະຍາວ) ຈັດກອງປະຊຸມ ການສໍາມະນາ ແລະ ກອງປະຊຸມວິຊາການ ຮ່ວມມືສ້າງ ແລະ ຈັດຕັ້ງປະຕິບັດບັນດາໂຄງການຄົ້ນຄວ້າກ່ຽວກັບເຕັກໂນໂລຊີອັດສະລິຍະເຊັ່ນ: ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain) ກຸ່ມຂໍ້ມູນຂະໜາດໃຫຍ່ (Big Data) ການປະມວນຜົນຜ່ານລະບົບຄລາວ (Cloud Computing) ປັນຍາປະດິດ (AI) ແລະ ອິນເຕີເນັດສັບພະສິ່ງ (IoT) ແລກປ່ຽນຂໍ້ມູນ ສິ່ງພິມ ແລະ ບັນດາເອກະສານຜົນການຄົ້ນຄວ້າເຕັກໂນໂລຊີ ແລະ ນະວັດຕະກໍາ ແລກປ່ຽນຊ່ຽວຊານ ແລະ ນັກຄົ້ນຄວ້າ ຮ່ວມກັນສ້າງບົດສະເໜີໂຄງການ ສະເໜີເຖິງລັດຖະບານສອງປະເທດ ກ່ຽວກັບການຮ່ວມມືກໍ່ສ້າງສູນລະດັບຊາດເພື່ອເກັບກຳ ບໍລິຫານຂໍ້ມູນ ແລະ ປະມວນຜົນຜ່ານລະບົບຄລາວ (Cloud computing) ສູນເກັບຮັກສາຂໍ້ມູນ ແລະ ເເຈ້ງເຕືອນແຜ່ນດິນໄຫວຂອງ ສປປ ລາວ ຮ່ວມກັນສ້າງບົດສະເໜີໂຄງການສະເໜີເຖິງລັດຖະບານສອງປະເທດ ກ່ຽວກັບການຮ່ວມມືກໍ່ສ້າງສູນຮຽນຮູ້ລະດັບຊາດດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ສູນບົ່ມເພາະເຕັກໂນໂລຊີ ແລະ ນະວັດຕະກໍາ ຮ່ວມມືສ້າງສູນຝຶກອົບຮົມ ແລະ ຖ່າຍທອດເຕັກໂນໂລຊີ ລາວ-ຫວຽດນາມ ແລະ ຮ່ວມມືຈັດເວທີສົ່ງເສີມການຖ່າຍທອດເຕັກໂນໂລຊີລາວ-ຫວຽດນາມ ທຸກໆປີ ແລະ ບັນດາຂົງເຂດຮ່ວມມືອື່ນໆທີ່ສອງຝ່າຍມີຄວາມສົນໃຈ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!