ຈະພັດທະນາອຸດສາຫະກໍາການທ່ອງທ່ຽວ ແລະ ສະໜາມກ໊ອບ ເມືອງວັງວຽງ

    ໂຄງການພັດທະນາອຸດສາຫະກໍາການທ່ອງທ່ຽວ ແລະ ສະໜາມກ໊ອບໃນເນື້ອທີ່ 261 ເຮັກຕາຢູ່ເຂດອ່າງນໍ້າຜາແຖມ ບ້ານປາກເປາະ ແລະ ບ້ານພູດິນແດງ ເມືອງວັງວຽງ ແຂວງວຽງຈັນ ໂຄງການດັ່ງກ່າວມີເປົ້າໝາຍພັດທະນາອຸດສາຫະກໍາການທ່ອງທ່ຽວ ແລະ ສະໜາມກ໊ອບແນໃສ່ສ້າງເປັນຈຸດໃຈກາງຂອງອຸດສາຫະກໍາການທ່ອງທ່ຽວທາງທໍາມະຊາດແຫ່ງໃໝ່ຂອງເມືອງວັງວຽງທີ່ເຕັມໄປດ້ວຍຄວາມສະດວກສະບາຍທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມປະກອບໄປດ້ວຍສິ່ງອໍານວຍຄວາມສະດວກພື້ນຖານໂຄງລ່າງຄົບຖ້ວນ ສົ່ງເສີມຂະຫຍາຍເອກກະລັກ ແລະ ຍືນຍົງ ເຊິ່ງແຫຼ່ງທ່ອງທ່ອງນີ້ແມ່ນບໍ່ໄກຈາກຕົວເມືອງວັງວຽງມີໄລຍະຫ່າງປະມານ 4 ກິໂລແມັດ ຫ່າງຈາກສະຖານນີລົດໄຟລາວ-ຈີນ ປະມານ 3,5 ກິໂລແມັດ ແລະ ຫ່າງຈາກທາງດ່ວນປະມານ 7 ກິໂລແມັດ ເນື້ອທີ່ໂຄງການທັງໝົດ 261ເຮັກຕາ ຢູ່ໃນເຂດອ່າງນໍ້າຜາແຖມອ້ອມຮອບດ້ວຍພູທີ່ເປັນເອກະລັກ ເປັນເຂດແຫຼ່ງທ່ອງທ່ຽວທີ່ໃຫຍ່ກວ່າໝູ່ໃນແຂວງວຽງຈັນ.

    ວັດຖຸປະສົງ ແລະ ວິໄສທັດໃນການພັດທະນານີ້ ທາງບໍລິສັດໄດ້ນໍາເອົາແຫຼ່ງທ່ອງທ່ຽວ ແລະ ອຸດສາຫະກໍາລວມເຂົ້າກັນເພື່ອເຮັດໃຫ້ມີຄວາມແຕກຕ່າງຈາກແຫຼ່ງທ່ອງທ່ຽວອຶ່ນ ເປັນສະຖານທີ່ອຸດສາຫະກໍາການທ່ອງທ່ຽວ ແລະ ສະໜາມກ໊ອບ ເຊິ່ງປະກອບມີເຂດສົ່ງເສີມອຸດສາຫະກໍາຫັດຖະກໍາໂດຍນໍາເອົາວັດທະນະທໍາຂອງລາວແຕ່ລະເຂດແຄວ້ນມາທໍາການຜະລິດໃຫ້ເປັນອຸດສາຫະກໍາຂະໜາດນ້ອຍ ເພື່ອປ້ອນເຂົ້າໃນແຫຼ່ງທ່ອງທ່ຽວທັງຫມົດທົ່ວປະເທດ ໂດຍໃຫ້ສິດທິພິເສດທາງດ້ານພາສີ ແລະ ຊ່ວຍສະໜອງ ແຫຼ່ງທຶນໃຫ້.

     ສ່ວນບັນດາກິດຈະກໍາຫຼັກທີ່ຈະໄດ້ໃຫ້ບໍລິການໃນໂຄງການ ຕາມແຜນນັ້ນປະກອບມີດັ່ງນີ້ຄື:ສະໜາມກ໊ອບ ສະໜາມແຂ່ງມ້າ ສະໜາມກີລາ ກິດຈະກຳບັນເທີງຕ່າງໆ ສູນເຝິກອົບຮົມ ສູນການຄ້າ ຮ້ານຄ້າປອດພາສີ ໂຮງແຮມ ຣີສອດລະດັບ 5 ດາວ ສ້າງສະຖາບັນສຶກສາ ໂຮງໝໍ ແລະ ກິດຈະກຳສາທາລະນະສຸກ ທັງ ໝົດນີ້ ເພື່ອພັດທະນາໂຄງການໃຫ້ເປັນແຫຼ່ງທ່ອງທ່ຽວທີ່ມີຄຸນນະພາບແບບຄົບວົງຈອນ ກ່ຽວກັບການກໍ່ສ້າງໂຄງການຄາດວ່າຈະໃຊ້ເວລາທັງໝົດ 8-9 ປີ ເຊິ່ງແບ່ງອອກເປັນ 3 ໄລຍະ ເຊິ່ງມີມູນຄ່າກໍ່ສ້າງທັງໝົດປະມານ 358 ລ້ານໂດລາສະຫາລັດ ໂດຍຮູບແບບການລົງທຶນແມ່ນແບບ BOT ແລະ ມີອາຍຸສໍາປະທານ 50 ປີ.

    ພິທີເຊັນສັນຍາສໍາປະທານ (CA) ໂຄງການພັດທະນາອຸດສາຫະກໍາການທ່ອງທ່ຽວ ແລະ ສະໜາມກ໊ອບຢູ່ເມືອງວັງວຽງ ແຂວງວຽງຈັນ ລະຫວ່າງລັດຖະບານລາວ ແລະ ບໍລິສັດ ວັງວິວລີ້ຮິວ ຈໍາກັດ ຈັດຂຶ້ນວັນທີ 26 ກໍລະກົດ 2022 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານເຊັນໂດຍທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ລົງທຶນ ທ່ານນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ເຕັ່ງເມັ່ງ ຢ່າງລືໄຊ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງວຽງຈັນ ແລະ ຕາງໜ້າບໍລິສັດ ວັງວິວລີ້ຮິວ ຈໍາກັດ ເຊັນໂດຍທ່ານ ນາງ ມະນີວອນ ສິດທິໄຊ ຮອງປະທານບໍລິສັດ ວັງວິວລີ້ຮິວ ຈຳກັດ ທ່ານ ໄຕຣລັກ ວິສີສົມບັດ ປະທານບໍລິສັດ ທີເຮັດບີ ກຣູບ ຈຳກັດຜູ້ດຽວ ແລະ ທ່ານ ນາງ ມະໂນລາ ປະເສີດ ຮອງປະທານຄະນະກໍາມະການບໍລິຫານພົວພັນລັດຖະບານ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ເຂົ້າຮ່ວມເປັນສັກຂີພິຍານພາກລັດມີທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ.

error: Content is protected !!