ສ້າງການຫັນປ່ຽນໃນການພັດທະນາກະສິກຳເປັນສິນຄ້າ ຕາມທິດຍືນຍົງ ຢູ່ 4 ແຂວງພາກໃຕ້

    ກອງປະຊຸມສ້າງການຫັນປ່ຽນໃນການພັດທະນາກະສິກຳເປັນສິນຄ້າ ຕາມທິດຍືນຍົງ ຢູ່ 4 ແຂວງພາກໃຕ້ ຈັດຂຶ້ນທີ່ຫ້ອງວ່າການແຂວງຈຳປາສັກ ເມື່ອບໍ່ດົນຜ່ານມານີ້ ໂດຍເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ມີທ່ານຫົວໜ້າຄະນະຜູ້ຊ່ວຍວຽກນາຍົກລັດຖະມົນຕີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ມີຜູ້ຕາງໜ້າເອກອັກຄະລາຊະທູດຍິ່ປຸ່ນ ປະຈຳລາວ ຮອງເຈົ້າແຂວງອຸດົມໄຊ ບັນດາການນຳ ພະແນກກະສິກຳ-ປ່າໄມ້ ພະແນກອຸດສະຫະກຳ ແລະ ການຄ້າ 4 ແຂວງພາກໃຕ້ ຄື: ຈຳປາສັກ ສາລະວັນ ເຊກອງ ແລະ ແຂວງອັດຕະປື ບັນດາຫົວໜ່ວຍທຸລະກິດ ການຜະລິດ ການນຳນະຄອນ-ເມືອງ ຊ່ຽວຊານ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມສຳຄັນຫຼາຍ ຊຶ່ງຜູ້ເຂົ້າຮ່ວມໄດ້ຮັບຟັງລາຍງານກາຜະລິດກະສິກຳເປັນສິນຄ້າຈາກພາກສ່ວນຕ່າງໆ ໄດ້ມີຄົ້ນຄ້ວາ ເຊຶ່ອມຊຶມ ແລະ ສ້າງຄວາມເຂົ້າໃຈຢ່າງຖືກຕ້ອງ ແລະຊຸກຍູ້ໃຫ້ການຮ່ວມມືຈັດຕັ້ງປະຕິບັດຢ່າງແຂງແຮງ ໃນການພັດທະນາກະສິກຳເປັນສິນຄ້າ ຕາມທິດຍືນຍົງ ໂດຍສະເພາະ ຢູ່ 4 ແຂວງພາກໃຕ້ ແນໃສ່ເຮັດໃຫ້ທິດນຳຂອງພັກ-ລັດຖະບານ ຕໍ່ການນຳພາ ສົ່ງເສີມການຜະລິດເປັນສິນຄ້າ ຕາມທ່າແຮງບົ່ມຊ້ອນຂອງແຕ່ລະເຂດ ແຕ່ລະທ້ອງຖິ່ນມີການຂະຫຍາຍຕົວຢ່າງກ້ວາງຂວາງ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ກໍຄືການລົບລ້າງຄວາມທຸກຍາກຂອງປະຊາຊົນທີ່ລັດຖະບານ ກໍຄືແຕ່ລະແຂວງວາງອອກໃຫ້ປາກົດຜົນເປັນຈິງ.

    ເພື່ອບັນລຸຈຸດປະສົງເປົ້າໝາຍສ້າງການຫັນປ່ຽນໃນການພັດທະນາກະສິກຳເປັນສິນຄ້າ ຕາມທິດຍືນຍົງຢູ່ 4 ແຂວງພາກໃຕ້ໃນຄັ້ງນີ້ ໄດ້ມີການປະກອບຄຳເຫັນ ແລກປ່ຽນສຳຄັນຫຼາຍຫົວຂໍ້ເຊັ່ນ: ປະກອບຄຳເຫັນ ແລະສົນທະນາແລກປ່ຽນກ່ຽວກັບການພັດທະນາກະສິກຳເປັນສິນຄ້າ ຕິດພັນກັບການກຳນົດເຂດ Zering ຢູ່ 4 ແຂວງພາກໃຕ້ ການຫັນເປັນອຸດສາຫະກຳ ໃນຂະແໜງກະສິກຳ ການພັດທະນາເສດຖະກິດຮ່ວມມືກັບປະຊາຊົນ ຄວາມເຫັນກ່ຽວກັບການນໍາໃຊ້ R&D ໃນການຫັນກະສິກຳ ເປັນອຸດສາຫະກຳ ແລະ ສະຫະກອນ ການປັບປຸງການເຄື່ອນໄຫວຂອງສະມາຄົມ-ກຸ່ມທຸລະກິດຢູ່ແຂວງ ໃນຂະແໜງການຜະລິດສິນຄ້າກະສິກຳ (ເປັນຕົ້ນ: ກາເຟ ມັນຕົ້ນ ຢາງພາລາ…) ຄວາມເຫັນໃນຫົວຂໍ້ ການພັດທະນາດ້ານການຄ້າການຂົນສົ່ງ ການສົ່ງອອກສິນຄ້າກະສິກຳຢູ່ບັນດາແຂວງພາກໃຕ້ ບົດຮຽນໃນການສ້າງຄວາມເຂັ້ມແຂງຂອງອົງການຈັດຕັ້ງທຸລະກິດ ການເຊື່ອມໂຍງການເຄື່ອນໄຫວຂອງພາກທຸລະກິດຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນແຂວງ ແລະ ຫົວຂໍ້ສຳຄັນອື່ນໆອີກ.

error: Content is protected !!