ຫົງສາ ມີໂຄງການບັນຊີຮຽກການລົງທຶນເອກະຊົນພາຍໃນທັງໝົດ 12 ໂຄງການ

    ວັນທີ 26 ກໍລະກົດ 2022 ທີ່ຫ້ອງປະຊຸມຫ້ອງວ່າການເມືອງໆຫົງສາ ແຂວງໄຊຍະບູລີ ໄດ້ເຂົ້າຮ່ວມປະຊຸມທາງໄກ ໃນການຮັບຮອງບັນຊີຮຽກການລົງທຶນຂອງແຂວງໄຊຍະບູລີ ຜ່ານລະບົບອອນລາຍ ນຳພາໂດຍທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ຜູ້ຊີ້ນຳວຽກງານເສດຖະກິດ ແລະ ມີຂະແໜງການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.

    ເມືອງຫົງສາ ມີໂຄງການບັນຊີຮຽກການລົງທຶນເອກະຊົນພາຍໃນທັງໝົດ 12 ໂຄງການຄື: ໂຄງການກໍ່ສ້າງນ້ຳປະປາບ້ານຫ້ວຍຈ້ວງ ໂຄງການກໍ່ສ້າງນ້ຳປະປາບ້ານຄົກແອກ ໂຄງການທ່ອງທ່ຽວວັດທະນະທຳ ໂຄງການບໍລິການແຫຼ່ງທ່ອງທ່ຽວທຳມະຊາດຕິດພັນກັບວິຖີຊີວິດຂອງຊົນເຜົ່າ ໂຄງການກໍ່ສ້າງສູນເຝິກອົບ ຮົມວິຊາຊີບ ໂຄງການກໍ່ສ້າງຕະຫຼາດບ້ານເມືອງຫານ ໂຄງການກໍ່ສ້າງສູນການຄ້າເມືອງຫົງສາ ໂຄງການກໍ່ສ້າງຈຸດພັກລົດ ເມືອງຫົງສາ-ນະຄອນຫຼວງພະບາງ ໂຄງການສົ່ງເສີມການປູກຍາງພາລາເປັນສິນຄ້າເພື່ອສົ່ງອອກ ຮູບແບບ 2+3 ໂຄງການປູກພືດສະບຽງອາຫານເປັນສິນຄ້າ (ໝາກເຜັດ) ໂຄງການສົ່ງເສີມການລ້ຽງສັດໃຫຍ່ ງົວ-ຄວາຍ ຮູບແບບ 2+3 ໂຄງການສົ່ງເສີມການລ້ຽງໝູພັນຊີ້ນ ຮູບແບບ 2+3 ແລະ ຄາດຄະເນການລົງທຶນທັງໝົດ ປະມານ 78 ຕື້ກວ່າກີບ ໃນນັ້ນ ຂະແໜງກະສິກຳ ແລະ ປ່າໄມ້ ມີ 4 ໂຄງການ ມູນຄ່າ 32 ຕື້ກວ່າກີບ ຂະແໜງໂຍທາທິການ ແລະ ຂົນສົ່ງ ມີ 2 ໂຄງການ ມູນຄ່າ 6 ຕື້ກວ່າກີບ ຂະແໜງອຸດສາຫະກຳ ແລະ ການຄ້າ ມີ 3 ໂຄງການ ມູນຄ່າ 33  ຕື້ກວ່າກີບ ຂະແໜງສຶກສາທິການ ແລະ ກີລາ ມີ 1 ໂຄງການ ມູນຄ່າ 1 ຕື້ກວ່າກີບ ແລະ ຂະແໜງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ມີ 2 ໂຄງການ ມູນຄ່າ 5 ຕື້ກວ່າກີບ.

    ທັງໝົດນີ້ ແມ່ນສ້າງຂຶ້ນມາເພື່ອຮຽກການລົງທຶນຈາກນັກລົງທຶນພາຍໃນ ແລະ ຕ່າງປະເທດທີ່ສົນໃຈເຂົ້າມາລົງທຶນໃນດ້ານຕ່າງໆພາຍໃນເມືອງ ແລະ ທັງເປັນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງເມືອງຫົງສາ ຕາມ 6 ເປົ້າໝາຍ 26 ແຜນງານ 75 ໂຄງການໃຫ້ບັນລຸໃນປີ 2024 ແລະ ເພື່ອເປັນການຫັນປ່ຽນໂຄງປະກອບດ້ານເສດຖະກິດຂອງເມືອງມີການພັດທະນາໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງຕາມທິດສີຂຽວ ສະອາດງາມຕາ.

# ບຸນມີ

error: Content is protected !!