ໃນວັນທີ 26 ກໍລະກົດ 2022 ທີ່ຫ້ອງປະຊຸມໃຫຍ່ສູນກາງແນວລາວສ້າງຊາດ (ສນຊ) ການນໍາພັກ-ລັດ ສສ ຫວຽດນາມ ໄດ້ປະດັບຫຼຽນໄຊເອກະລາດຊັ້ນ III ຫຼຽນໄຊແຮງງານຊັ້ນ III ແລະ ຫຼຽນກາລະນຶກ ໃຫ້ແກ່ການນໍາແລະພະນັກງານ ສູນກາງແນວລາວສ້າງຊາດ ຜູ້ທີ່ມີຜົນງານປະກອບສ່ວນໃນການເຄື່ອນ ໄຫວວຽກງານເສີມສ້າງຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງສອງພັກ ສອງລັດ ເວົ້າລວມ ເວົ້າສະເພາະ ລະຫວ່າງສອງອົງການຈັດຕັ້ງແນວລາວສ້າງຊາດ ແລະ ສູນກາງແນວ ໂຮມປະເທດຊາດ ທີ່ມີມູນເຊື້ອມາແຕ່ດົນນານ ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ 2022.

ໃນພິທີທີ່ມີຄວາມໝາຍສໍາຄັນນີ້ ເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຝ່າຍຫຽດນາມໂດຍທ່ານ ໂດ ວັນ ຈຽນ ເລຂາທິການສູນກາງພັກກອມມູນິດຫວຽດນາມ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍພະນັກງານສອງຝ່າຍເຂົ້າຮ່ວມທີ່ສູນກາງແນວລາວສ້າງຊາດ.
ພັກ-ລັດຖະບານ ຫວຽດນາມ ໄດ້ມອບຫຼຽນໄຊເອກະລາດ ຊັ້ນ III ໃຫ້ການນໍາ ສນຊ 2 ທ່ານ ຫຼຽນໄຊແຮງງານຊັ້ນ III ຈຳນວນ 8 ທ່ານ ແລະ ຫຼຽນກາລະນຶກປີສາມັກຄີ 28 ທ່ານ.