ລາວ ມອບຫຼຽນກາມິດຕະພາບໃຫ້ຮອງຜູ້ຕາງໜ້າອົງການ UNICEF

    ວັນທີ 26 ກໍລະກົດ 2022 ທີ່ກະຊວງການຕ່າງປະເທດ ໄດ້ມີການຈັດພິທີປະດັບຫຼຽນກາມິດຕະພາບໃຫ້ ທ່ານ ນາງ ບີອາເຕ ດັດສເທວ (Ms. Beate Dastel) ຮອງຜູ້ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ ທີ່ມີຜົນງານອັນພົ້ນເດັ່ນໃນການປະກອບສ່ວນຢ່າງຫຼວງຫຼາຍໃນການຂົນຂວາຍການລະດົມທຶນຮອນ ແລະ ຊ່ວຍເຫຼືອເຕັກນິກວິຊາການໃຫ້ແກ່ ສປປ ລາວ ແລະ ໃນໂອກາດທີ່ ໄດ້ສິ້ນສຸດການປະຕິບັດໜ້າທີ່ຢູ່ ສປປ ລາວ ລັດຖະບານແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງເຫັນດີຍ້ອງຍໍ ແລະ ມອບຫຼຽນກາມິດຕະພາບໃຫ້ ຊຶ່ງຕາງໜ້າໃຫ້ລັດຖະບານ ສປປ ລາວ ເພື່ອປະດັບຫຼຽນດັ່ງກ່າວ ແມ່ນທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ ບັນດາກົມທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ ຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ແລະ ອົງການຈັດຕັ້ງສາກົນຕ່າງໆເຂົ້າຮ່ວມພິທີດັ່ງກ່າວ.

     ທ່ານ ນາງ ບີອາເຕ ດັດສເທວ ໄດ້ຖືກແຕ່ງຕັ້ງໃຫ້ມາເປັນຮອງຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ ຕັ້ງແຕ່ປີ 2019 ໂດຍຕະຫຼອດໄລຍະຂອງການປະຕິບັດໜ້າທີ່ ທ່ານໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວວຽກງານການຊ່ວຍເຫຼືອຂອງອົງການ UNICEF ຕໍ່ ສປປ ລາວ ກໍຄືການຊຸກຍູ້ ແລະ ສະໜັບສະໜູນລັດຖະບານ ສປປ ລາວ ໃນວຽກງານການພັດທະນາເດັກນ້ອຍ ສົ່ງເສີມໂພຊະນາການເດັກ ການ ປັບປຸງການສຶກສາໃນຂັ້ນອະນຸບານ ການເສີມຂະຫຍາຍ ແລະ ປັບປຸງການໃຫ້ບໍລິການ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດຕິດແປດຕ່າງໆ ນໍ້າສະອາດໃນເຂດຊຸມຊົນ ແລະ ສະຖານທີ່ການສຶກສາຕ່າງໆໃນເຂດຫ່າງໄກສອກຫຼີກ ການຊ່ວຍເຫຼືອສຸກເສີນໃນເວລາເກີດ ແລະ ການຟື້ນຟູພາຍຫຼັງໄພພິບັດ ໂດຍສະເພາະແມ່ນການຊຸກຍູ້ວຽກງານການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ທີ່ຕິດພັນກັບແມ່ຍິງ ແລະ ເດັກນ້ອຍ ກະກຽມຄວາມພ້ອມໃນການຮັບມື ແລະ ຟື້ນຕົວຈາກໂຄວິດ-19 ເຊັ່ນ: ສະໜອງອຸປະກອນທາງການແພດ ໂພຊະນາການ ແລະ ສຸຂາພິບານໃຫ້ແກ່ລັດຖະບານລາວ ຊ່ວຍລະດົມ ແລະ ປະສານງານກັບລັດຖະບານ ແລະ ສາກົນ ໃນການຂົນສົ່ງ ແລະ ການມອບຮັບວັກຊິນຕ້ານໂຄວິດ-19 ໃຫ້ແກ່ ສປປ ລາວ ໂດຍຜ່ານໂຄງການ COVAX.

    ນອກນັ້ນ ຍັງໄດ້ປະກອບສ່ວນເຂົ້າໃນການສະໜັບສະໜູນແຜນງານຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ UNICEF ໃນໄລຍະ 2017-2021 ເປັນເງິນຈໍານວນ 68 ລ້ານໂດລາ. ປັດຈຸບັນ ອົງການ UNICEF ກຳລັງຈັດຕັ້ງປະຕິບັດແຜນງານການຮ່ວມມືການພັດທະນາຢູ່ ສປປ ລາວ ສຳລັບສົກປີ 2022-2026 ຊຶ່ງໄດ້ສຸມໃສ່ວຽກງານສຸຂະພາບ ແມ່ ແລະ ເດັກ ແລະ ໂພຊະນາການ ວຽກງານສຶກສາແຜນງານນໍ້າ ແລະ ສຸຂະອະນາໄມ ວຽກງານປົກປ້ອງເດັກ ວຽກງານນະໂຍບາຍ ວາງແຜນ ຕິດຕາມ ແລະ ປະເມີນຜົນ ວຽກງານໂຄສະນາ ແລະ ສຶກສາມວນຊົນ.

error: Content is protected !!