ງານບຸນຊ່ວງເຮືອເດືອນ 9 ທີ່ແຂວງຫຼວງພະບາງປີນີ້ ຈັດໃຫ້ມີຫຼາຍກິດຈະກໍາ

    ໃນວັນ 25 ກໍລະກົດ 2022 ຜ່ານມາ ທີ່ຫ້ອງວ່າການນະຄອຫຼວງພະບາງ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ໄດ້ຖະແຫຼງການກ່ຽວກັບການຈັດງານບຸນຫໍ່ເຂົ້າປະດັບດິນ 2022 ເຊິ່ງມີເນື້ອໃນບາງຕອນວ່າ: ໃນປີ 2022 ນີ້ ການຈັດງານບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນ 9 ທີ່ຍິ່ງຄານ ນະຄອນ ຫຼວງພະບາງ ຈະໄດ້ຈັດໃນລັກຊະນະເຕັມຮູບແບບຄືໃນໄລຍະສະພາບປົກກະຕິ ເຊິ່ງສອງປີທີ່ຜ່ານມາ ຍ້ອນສະພາບຄວມຫຍຸ້ງຍາກ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຈິ່ງບໍ່ສາມາດຈັດງານເຕັມຮູບແບບໄດ້ ເຮັດພຽງແຕ່ພິທີຄອບໄຂ່ວຕາມຮີດຄອງເທົ່ານັ້ນ ສະນັ້ນ ໃນປີນີ້ ລັດຖະບານໄດ້ອະນຸຍາດໃຫ້ເປີດປະເທດ ເປີດການທ່ອງທ່ຽວ ການຈັດງານບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນ 9 ປີນີ້ ຈຶ່ງໄດ້ຈັດໃຫ້ມີຫຼາຍກິດຈະກຳ.

    ກໍານົດເອົາແຕ່ວັນທີ 20-26 ສິງຫາ 2022

  • 16 ຫາ 26 ສິງຫາ 2022 ງານເປີດຕະຫຼາດນັດວາງສະແດງສິນຄ້າຢູ່ທີ່ເດີ່ນທາດຫຼວງ ວັນເສົາ
  • ທີ 20 ສິງຫາ 2022 ຊ່ວງເຮືອທີ່ບ້ານຫາດຮຽນ
  • 24 ສິງຫາ 2022 ຊ່ວງເຮືອທີ່ຍິ່ງດົງ ບ້ານສັງຄະໂລກ
  • 25 ສິງຫາ 2022 ມີການໂລະລາດ (ລົງຕະຫຼາດນັດແບບມວນຊົນ) ຕາມເສັ້ນທາງສີສະຫວ່າງວົງ ເລີ່ມແຕ່ 4 ແຍກສວນລາດແລງ ຫາ 3 ແຍກພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຕອນບ່າຍ ຈັດການແຂ່ງຂັນກີລາເຮືອແຈກກີ ຢູ່ທີ່ນໍ້າຂອງເຂດດອນຊາຍມຸງຄຸນ
  • 26 ສິງຫາ 2022 ຕອນເຊົ້າ ພິທີໃສ່ບາດຕາມວັດແຫ່ງຕ່າງໆ ແລະ ເຕົ້າໂຮມກັນຢູ່ສອງຝາກຝັ່ງຍິ່ງຄານ ເພື່ອຊົມການແຂ່ງຂັນຊ່ວງເຮືອປະເພນີ.

    ການແຂ່ງຂັນຊ່ວງເຮືອປະຈຳປີ 2022 ນີ້ ຄາດຄະເນຈະມີເຮືອເຂົ້າຮ່ວມປະມານ 35 ລໍາ ໃນນີ້ເຮືອປະເພນີ 25 ລໍາ ເຮືອກິລາ ຫຼືເຮືອສູດ (ເຮືອດັດແປງ) 10 ລໍາ ທັງໝົດມາຈາກບັນດາບ້ານຕ່າງໆພາຍໃນນະຄອນຫຼວງພະບາງ ເມືອງຊຽງເງິນ ເມືອງຈອມເພັດ ເມືອງປາກອູ ເມືອງພູຄູນ ນອກຈາກນັ້ນ ຍັງໄດ້ເຊີນຄະນະຮັບຜິດຊອບເຮືອຊ່ວງຈາກແຂວງໄຊຍະບູລີ ແລະ ນະຄອນຫຼວງວຽງຈັນເຂົ້າຮ່ວມອີກ ແລະ ຍັງມີການແຂ່ງຂັນເຮືອເຈັສກີ ມີ 20 ລໍາ ມາຈາກບັນດາແຂວງເຂົ້າຮ່ວມຕື່ມອີກ.

    ໂອກາດນີ້ ທ່ານ ວຽງທອງ ຫັດສະຈັນ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນ ພະນັກງານ ທະຫານ ຕຳຫຼວດຜູ້ປະກອບການທຸລະກິດ ຜູ້ຈັດການ-ຜູ້ບໍລິການດ້ານຕ່າງໆ ຈົ່ງພ້ອມກັນຮ່ວມຈິດຮ່ວມໃຈ ເປັນເຈົ້າການທີ່ດີເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນເຈົ້າການໃນການປະກອບສ່ວນທາງດ້ານເຫື່ອແຮງ ແລະ ວັດຖຸປັດໄຈເຂົ້າໃນການຈັດງານບຸນຫໍ່ເຂົ້າປະດັບດິນໃນຄັ້ງນີ້ໃຫ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ເຊີນຊວນປະຊາຊົນບັນດາເຜົ່າ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມຫຼວງພະບາງ ເມືອງມໍລະດົກໂລກ ຮັບຮອງວ່າທ່ານຈະໄດ້ຮັບຄວາມປະທັບໃຈ ທີ່ໄດ້ສໍາພັດກັບວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາວຫຼວງພະບາງ ທີ່ສືບທອດກັນມາແຕ່ບູຮານນະການ ດັ່ງຄໍາເວົ້າທີ່ວ່າ: “ ຫຼວງພະບາງ ຄວາມປະທັບໃຈ ທີ່ບໍ່ມີວັນສິ້ນສຸດ ”.

error: Content is protected !!