ເບິ່ງບ້ານເຂົາເອົາບົດຮຽນ 02/06/2020

ເນື່ອງ​ໃນ​ໂອ­ກາດ​ວັນ​ເດັກ​ສາ­ກົນ ຜູ້​ຂຽນ​ຂໍ​ສະ­ເໜີ​ກ່ຽວ​ກັບ​ນະ­ໂຍ­ບາຍ​ດີໆຂອງ ສປ ຈີນ ມາ​ເລ​ເຊຍ ແລະ ສ ເກົາ­ຫຼີ ເພື່ອ​ສົ່ງ­ເສີມ​ສຸ­ຂະ­ພາບ ແລະ ສະ­ຫວັດ­ດີ​ການ​ຂອງ​ເດັກ​ນັກ­ຮຽນ ຂັ້ນ​ປະ­ຖົມ ແລະ ມັດ­ທະ­ຍົມ ດັ່ງ​ລຸ່ມ​ນີ້.

ຈີນ-ມາ​ເລ​ເຊຍ: ມີ​ຂ່າວ​ຈາກ ສປ ຈີນ ແລະ ມາ​ເລ​ເຊຍ ກ່ຽວ​ກັບ​ທິດ​ທາງ​ຊ່ວຍ​ຫຼຸດ​ຄວາມ​ອິດ­ເມື່ອຍ ແລະ ຄວາມ​ຄຽດ​ຂອງ​ເດັກ​ນັກ­ຮຽນ ຈາກ​ການ​ຮຽນ ການ​ເສັງ ຊຶ່ງ​ໜັກ­ໜ່ວງ​ເກີນ​ໄປ​ສຳ­ລັບ​ຄົນ​ຢູ່​ໃນ​ໄວ​ເດັກ ຂ່າວ​ຕ່າງ­ປະ­ເທດ​ໃຫ້​ຮູ້​ໃນ​ວັນ​ທີ 1 ເດືອນ​ພະ­ຈິກ 2019 ວ່າ​ທາງ​ການ​ຂອງ​ແຂວງ​ເຊ​ຈຽງ (Zhejiang) ສປ ຈີນ ໄດ້​ອອກ​ຂໍ້​ແນະ­ນຳ ເພື່ອ​ຫຼຸດ­ຜ່ອນ​ການ​ແບກ​ຫາບ​ພາ­ລະ​ການ​ຮ່ຳ­ຮຽນ​ຂອງ​ເດັກ ທີ່​ເຫັນ​ວ່າ​ໜັກ­ໜ່ວງ​ເກີນ​ໄປ ສຳ­ລັບ​ເດັກ​ນັກ­ຮຽນ​ປະ­ຖົມ ແລະ ມັດ­ທະ­ຍົມ​ຕົ້ນ ຂໍ້​ແນະ­ນຳ​ໄດ້​ກຳ­ນົດ​ໃຫ້​ເດັກ​ນັກ­ຮຽນ​ເຂົ້າ​ນອນ​ໃນ​ເວ­ລາ​ອັນ​ເໝາະ​ສົມ ຄື: ບໍ່​ກາຍ 21 ໂມງ (9ໂມງ) ສຳ­ລັບ​ເດັກ​ນັກ­ຮຽນ​ປະ­ຖົມ ແລະ 22 ໂມງ (10 ໂມງ) ສຳ­ລັບ​ນັກ­ຮຽນ​ມັດ­ທະ­ຍົມ​ຕົ້ນ ເຖິງ​ວ່າ​ບົດ​ເຝິກ​ຫັດ​ທີ່​ຕ້ອງ​ເຮັດ​ຢູ່​ເຮືອນ​ຍັງ​ເຮັດ​ບໍ່​ສຳ­ເລັດ​ກໍ​ຕາມ ແຕ່​ຂໍ້​ແນະ­ນຳ​ນີ້​ຍັງ​ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ພໍ່​ແມ່ ຫຼື ຜູ້​ປົກ­ຄອງ​ຂອງ​ເດັກ​ນຳ ບົດ​ແນະ­ນຳ​ຈາກ​ທາງ​ການ​ຂອງ​ແຂວງ​ມີ​ລາຍ​ລະ­ອຽດ​ປີກ​ຍ່ອຍ ຈຳ­ນວນ 33 ຂໍ້ ເພື່ອ​ໃຫ້​ທາງ​ໂຮງ­ຮຽນ ສະ​ຖາ​ບັນ​ເຝິກ­ອົບ­ຮົມ ພໍ່​ແມ່​ຂອງ​ເດັກ ກໍ​ຄື ບັນ­ດາ​ໜ່ວຍ​ງານ​ຄຸ້ມ​ຄອງ ຂະ­ແໜງ​ສຶກ​ສາ ປະ­ຕິ­ບັດ​ແນ­ໃສ່​ຫຼຸດ­ຜ່ອນ​ພາ­ລະ​ແບກ​ຫາບ​ການ​ຮຽນ ໂດຍ​ສັງ​ລວມ​ແລ້ວ ຄຳ​ສັ່ງ​ແນະ­ນຳ​ມີ​ເປົ້າ​ໝາຍ ເພື່ອ​ຫຼຸດ­ຜ່ອນ​ບົດ­ຮຽນ​ທີ່​ເດັກ​ນັກ­ຮຽນ​ຕ້ອງ​ຫອບ​ມາ​ເຮັດ​ຕໍ່​ຢູ່​ເຮືອນ ແລະ ເພື່ອ​ຫຼຸດ­ຜ່ອນ​ຄວາມ​ຫຍຸ້ງ­ຍາກ​ຂອງ​ເດັກ​ໃນ​ການ​ກຽມ​ຂໍ້​ສອບ ຄຳ​ແນະ­ນຳ​ໄດ້​ສັ່ງ​ຫ້າມ​ການ​ຮຽນ​ການ​ສອນ​ເພີ່ມ​ນອກ​ໂມງ​ຮຽນ ເພື່ອ​ກຽມ​ໃສ່​ການ​ສອບ­ເສັງ ແລະ ອື່ນໆ ສຳ­ລັບ​ຢູ່​ມາ​ເລ​ເຊຍ​ນັ້ນ ທາງ​ກະ­ຊວງ​ສຶກ​ສາ​ຂອງ​ປະ­ເທດ​ນີ້ ກໍ​ໄດ້​ກຳ­ນົດ​ແຜນ​ຫຼຸດ ຜ່ອນ​ຄວາມ​ອິດ­ເມື່ອຍ​ຂອງ​ເດັກ​ນັກ­ຮຽນ ຄ້າຍໆ​ກັບ​ຢູ່​ແຂວງ​ເຊ​ຈຽງ​ຂອງ ສປ ຈີນ ຂ່າວ​ຕ່າງ­ປະ­ເທດ​ໃນ​ຕົ້ນ​ເດືອນ​ມິ­ຖຸ­ນາ 2018 ໃຫ້​ຮູ້​ວ່າ: ກະ­ຊວງ​ສຶກ​ສາ​ຂອງ​ມາ​ເລ​ເຊຍ ໄດ້​ລິ​ເລີ່ມ​ແຜນ​ປັບ­ປຸງ​ລະ­ບົບ​ການ​ສຶກ​ສາ​ຄືນ­ໃໝ່ ໂດຍ​ສະ­ເພາະ​ແມ່ນ​ການ​ຮຽນ​ໃນ​ຊັ້ນ​ປະ­ຖົມ ດ້ວຍ​ລະ­ບົບ​ການ​ສຶກ​ສາ​ທີ່​ສົ່ງ­ເສີມ​ການ​ຄົ້ນ​ຄິດ ການ​ເປັນ​ເຈົ້າ​ຂອງ​ເດັກ​ນັກ­ຮຽນ ໃນ​ການ​ຄົ້ນ­ຄວ້າ​ຊອກ​ສະ­ແຫວງ­ຫາ​ຄວາມ​ຮູ້​ແບບ​ບໍ່​ຕ້ອງ​ເພິ່ງ​ປຶ້ມ ຫຼື ຕຳ­ລາ​ຮຽນ​ເປັນ­ຕົ້ນ​ຕໍ ຖ້າ​ເຮັດ​ໄດ້​ຄື​ແນວ​ນີ້ ເດັກ​ນັກ­ຮຽນ​ກໍ​ຈະ​ບໍ່​ຈຳ­ເປັນ​ຕ້ອງ​ແບກ​ຖົງ​ປຶ້ມ​ໜັກໆ​ໄປ​ໂຮງ­ຮຽນ​ຄື­ເກົ່າ ເຊິ່ງ​ເປັນ​ການ​ທຳ­ລາຍ​ສຸ­ຂະ­ພາບ​ຂອງ​ເດັກ ທາງ​ກະ­ຊວງ​ສຶກ​ສາ​ມາ​ເລ​ເຊຍ ໄດ້​ໃຫ້​ເຫດ­ຜົນ​ວ່າ​ລະ­ບົບ ການ​ຮຽນ​ແບບ​ນີ້ ປະ­ຕິ­ບັດ​ກັນ​ຢ່າງ​ແຜ່​ຫຼາຍ​ໃນ​ບັນ­ດາ​ປະ­ເທດ​ທີ່​ພັດ­ທະ­ນາ​ແລ້ວ ແລະ ໄດ້­ຜົນ​ເປັນ​ທີ່​ປະ­ຈັກ​ຕາ.

ທີ່ ສ ເກົາ­ຫຼີ: ກົດ­ໝາຍ​ຫ້າມ​ຂາຍ­ເຄື່ອງ​ດື່ມ​ທີ່​ມີ​ທາດ​ກາ­ເຟ​ອິນ​ທຸກ​ຊະ­ນິດ​ຢູ່​ໂຮງ­ຮຽນ​ຊັ້ນ​ປະ­ຖົມ ມັດ­ທະ­ຍົມ​ຕົ້ນ ແລະ ປາຍ ໃນ​ທົ່ວ​ປະ­ເທດ ເລີ່ມ​ມີ​ຜົນ​ສັກ­ສິດ​ໃນ​ທົ່ວ​ປະ­ເທດ ສ ເກົາ­ຫຼີ ໃນ​ວັນ​ທີ 14 ກັນ­ຍາ 2018 ເປັນ­ຕົ້ນ​ມາ ເປັນ​ອັນ­ວ່າ​ເຄື່ອງ​ດື່ມ​ປະ­ເພດ​ນ້ຳ​ໂຊ­ດາ ນ້ຳ­ໝາກ​ໄມ້ ເຄື່ອງ​ດື່ມ​ປະ­ເພດ​ນົມ ທີ່​ມີ​ສ່ວນ​ປະ­ສົມ​ຂອງ​ກາ­ເຟ​ອິນ ໄດ້​ກາຍ­ເປັນ​ສິ່ງ​ຕ້ອງ​ຫ້າມ​ໃນ​ບັນ­ດາ​ໂຮງ­ຮຽນ ຍົກ­ເວັ້ນ​ກາ­ເຟ​ທີ່​ບີບ​ເອົາ​ຈາກ​ເຄື່ອງ​ຈັກ ສຳ­ລັບ​ຄູ-ອາ­ຈານ ເທົ່າ​ນັ້ນ ກົດ­ໝາຍ​ຫ້າມ​ດັ່ງ­ກ່າວ​ຊີ້​ອອກ​ວ່າ ເຄື່ອງ​ດື່ມ​ທີ່​ມີ​ທາດ​ກາ­ເຟ​ອິນ​ສູງ​ນັ້ນ ຈະ​ເຮັດ​ໃຫ້​ເກີດ​ອາ­ການ​ນອນ​ບໍ່​ຫຼັບ ຫົວ­ໃຈ​ເຕັ້ນ​ແຮງ​ຜິດ​ປົກ­ກະ­ຕິ ແລະ ມີ​ອາ­ການ​ງຸດ​ງິດ​ກະ­ວົນ­ກະ­ວາຍ ອາ­ການ​ເຫຼົ່າ​ນີ້ ລ້ວນ​ແຕ່​ເປັນ​ອັນ­ຕະ­ລາຍ​ສຳ­ລັບ​ຄົນ​ໃນ​ໄວ​ເດັກ ກົດ­ໝາຍ​ໄດ້​ກຳ­ນົດ​ວ່າ ອາ­ຫານ ແລະ ເຄື່ອງ​ດື່ມ​ຊະ­ນິດ​ໃດ​ກໍ​ຕາມ​ທີ່​ມີ​ທາດ​ກາ­ເຟ​ອິນ​ປະ­ສົມ ໃນ​ລະ­ດັບ 0,15 ມີ​ລີກ​ຣາມ ກໍ​ຖື​ວ່າ​ເປັນ​ປະ­ເພດ​ທີ່​ມີ​ທາດ​ກາ­ເຟ​ອິນ​ສູງ​ຫຼາຍ​ເກີນ​ກຳ­ນົດ.

error: Content is protected !!