ທັບນັກກີລາຄົນພິການລາວ ອອກເດີນທາງຮ່ວມກີລາອາຊຽນພາຣາເກມ

    ທັບນັກກີລາຄົນພິການລາວ ຫຼາຍກວ່າ 70 ຄົນ ຈາກ 6 ປະເພດກີລາ ໄດ້ອອກເດີນທາງດ້ວຍສາຍການບິນLao Airline ຢ່າງເປັນທາງການແລ້ວ ໃນວັນທີ 24 ກໍລະກົດ 2022 ເພື່ອເຂົ້າຮ່ວມແຂ່ງຂັນງານມະຫະກຳກີລາອາຊຽນພາຣາເກມ ຄັ້ງທີ XI ປີ 2022 ທີ່ນະຄອນໂຊໂລ (SOLO) ປະເທດອິນໂດເນເຊຍ ໃນວັນທີ 30 ກໍລະກົດ ຫາ 6 ສິງຫາ 2022 ນຳໂດຍທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກີລາມວນຊົນ ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານ ແລະ ເລຂາທິການຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ໂດຍໃຫ້ກຽດຮ່ວມສົ່ງຂອງທ່ານນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກີລາ (ສສກ) ທັງເປັນຮອງຫົວໜ້າຄະນະນຳທັບນັກກີລາຄົນພິການທີມຊາດລາວ ພ້ອມດ້ວຍຮອງຫົວໜ້າກົມ ແລະ ບັນດາພະນັກງານທີ່ກ່ຽວຂ້ອງ ຕະຫຼອດຮອດຍາດພີ່ນ້ອງ ແລະ ຊາວນະຄອນຫຼວງ.

   ໂອກາດນີ້ ທ່ານ ວິລະວັນ ບຸນສຸກໄທ ໃຫ້ສໍາພາດຕໍ່ສື່ມວນຊົນລາວວ່າ: ທັບນັກກີລາຄົນພິການລາວຊຸດນີ້ ແມ່ນມີຄວາມພ້ອມ ພາຍຫຼັງໄດ້ມີການເຝິກຊ້ອມ ແລະ ເຂົ້າສູນເກັບຕົວ 45 ວັນ ໂດຍພວກເຮົາສົ່ງເຂົ້າຮ່ວມ 6 ປະເພດ ມີຄະນະນໍາ ຄູເຝິກ ທີມແພດ ສື່ມວນຊົນ ແລະ ນັກກີລາທັງໝົດ 79 ຄົນ ໃນນັ້ນ ເປັນນັກກີລາ 37 ຄົນ ແນວໃດກໍຕາມ ໃນການເຂົ້າຮ່ວມງານດັ່ງກ່າວ ພວກເຮົາຈະພະຍາຍາມເຮັດໃຫ້ດີທີ່ສຸດ ເພື່ອສ້າງຜົນງານໃຫ້ໄດ້ຫຼຽນຫຼາຍກວ່າຜ່ານມາ ແລະ ກໍຕ້ອງຂໍຂອບໃຈມາຍັງຄະນະນຳພັກ-ລັດຖະບານ ທີ່ໄດ້ຕັດສິນໃຈ ແລະ ໃຫ້ງົບປະມານໃນການເຂົ້າຮ່ວມການແຂ່ງຂັນຄັ້ງນີ້ິ້ເປັນຢ່າງສູງ ການແຂ່ງຂັນທີ່ຈະຈັດຂຶ້ນທີ່ນະຄອນໂຊໂລ ປະເທດອິນໂດເນເຊຍໃນຄັ້ງນີ້ ມີການຊີງໄຊກັນທັງໝົດ 14 ປະເພດ ໃນນັ້ນ ສປປ ລາວ ຈະສົ່ງຄະນະະນຳ ຄູເຝິກ ແລະ ນັກກີລາທັງໝົດເຂົ້າຮ່ວມປະມານ 70 ກວ່າຊີວິດ ໃນ 6 ປະເພດກີລາ ປະກອບມີ: ຍົກນໍ້າໜັກ ລອຍນໍ້າ ແລ່ນ-ລານ ບ໋ອດເຊຍ ບານບ້ວງລໍ້ເລື່ອນ ແລະ ໂກນບານ.  

     ຂະນະທີ່ຜົນງານຂອງທັບນັກກີລາຄົນພິການລາວ ໃນການເຂົ້າຮ່ວມ ອາຊຽນພາຣາເກມ ຄັ້ງຫຼ້າສຸດ ກໍຄື ຄັ້ງທີ 9 ປີ 2017 ຈັດຂຶ້ນທີ່ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ ສາມາດຍາດໄດ້ 4 ຫຼຽນເງິນ ແລະ 4 ຫຼຽນທອງ ຖືກຈັດຢູ່ອັນດັບທີ 11 ຂອງຕາຕະລາງຄະແນນສະຫຼຸບຫຼຽນ ສ່ວນຜົງານໃນງານກີລາອາຊຽນພາຣາເກມ ຄັ້ງທີ 10 ທີ່ປະເທດຟິລິບປິນ ໃນປີ 2020 ແມ່ນຖືກຍົກເລີກ ເນື່ີອງຈາກໄດ້ຮັບການກະທົບຈາກການລະບາດຂອງໂຄວິດ-19.

# ຂ່າວ – ພາບ : ສີພອນ

error: Content is protected !!