ສ້າງຝັນ-ການເຂົ້າເຖິງເເຫຼ່ງທຶນດອກເບ້ຍຕ່ໍາ ແລະ ການບໍລິຫານທຸລະກິດໃນຍຸກວິຖີຊີວິດໃໝ່ ໃຫ້ MSME

    ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດງານສະເຫຼີມສະຫຼອງວັນຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ເເລະ ກາງ ສາກົນ ປະຈໍາປີ 2022 (International MSME Day) ໃນວັນທີ 22-24 ກໍລະກົດ 2022 ເນື່ອງໃນໂອກາດນີ້ ໃນວັນທີ 22 ກໍລະກົດ 2012 ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ “ຊ່ວຍ MSME ສ້າງຝັນ-ການເຂົ້າເຖິງເເຫຼ່ງທຶນດອກເບ້ຍຕ່ໍາ ແລະ ການບໍລິຫານທຸລະກິດໃນຍຸກວິຖີຊີວິດໃໝ່ ໃຫ້ເເກ່ MSME ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ເລີ່ມຕັ້ງແຕ່ 13:00ໂມງ-18:00ໂມງ ໂດຍການໃຫ້ກຽດເປັນປະທານຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ປະທານສະພາບໍລິຫານກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຮອງປະທານກໍາມະການກວດກາ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ພ້ອມທັງການເຂົ້າຮ່ວມຈາກຜູ້ຕາງໜ້າຈາກຫຼາຍພາກສ່ວນ ແລະ ຫຼາຍຂະແໜງການ ເຊັ່ນ:ກະຊວງອຸດສາຫະກໍາ ແລະ ການຄ້າ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກະຊວງສຶກສາທິການ ແລະ ກີລາ ກະຊວງການເງິນ ຕາງໜ້າຈາກທະນາຄານໂລກປະຈໍາ ສປປ ລາວ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທະນະຄານທຸລະກິດ ສະຖາບັນການເງິນ ສະມາຄົມທຸລະກິດໜຸ່ມ ສະມາຄົມຜູ້ປະກອບກິດຈະການ SME ລາວ ລາວໂທລະຄົມ Unilever Lao ສູນບໍລິການ SME ແລະ ຫົວໜວຍທຸລະກິດ ທົ່ວປະເທດ.

    ຈຸດປະສົງຂອງກອງປະຊຸມ-ສໍາມະນາໃນຫົວຂໍ້ “ຊ່ວຍ MSME ສ້າງ໖ນ-ການເຂົ້າເຖິງເເຫຼ່ງທຶນດອກເບ້ຍຕ່ໍາ ແລະ ການບໍລິຫານທຸລະກິດໃນຍຸກວິຖີຊີວິດໃໝ່ ໃຫ້ເເກ່ MSME” ໃນຄັ້ງນີ້ ແມ່ນເພື່ອໃຫ້ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ) ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບເງື່ອນໄຂ ແລະ ລະບຽບການເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າຂອງ ທສວ ພ້ອມທັງໄດ້ຮັບຟັງປະສົບການ ການບໍລິຫານ ທຸລະກິດແບບໃໝ່ໃຫ້ປະສົບຜົນສໍາເລັດໃນຍຸກຊີວິດໃໝ່ (NEW NORMAL) ແລະ ວິກິດເສດຖະກິດກະທົບກັບໄພເງິນເຟີ້ ແລະ ໂຄວິດ-19 ຈາກ ຈວນກ ທີ່ສາມາດແຂ່ງຂັນໄດ້ໃນປັດຈຸບັນ ພ້ອມກັນນັ້ນ ງານສະເຫຼີມສະຫຼອງວັນຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ຍັງໄດ້ໃຫ້ພະນັກງານສິນເຊື່ອຂອງສະຖາບັນການເງິນໄດ້ຮຽນຮູ້ ເເລະ ເເລກປ່ຽນປະສົບການດ້ານເຕັກນິກວິຊາການໃນການປະເມີນສິນເຊື່ອໃຫ້ ຈວນກ ທີ່ມີຄວາມສົນໃຈໃນການປັບປຸງ ແລະ ຕໍ່ຍອດທຸລະກິດຂອງຕົນ ໃນສະພາບການລະບາດ ຂອງໂຄວິດ-19 ອີກດ້ວຍ.

    ກອງປະຊຸມ-ສໍາມະນາ ໃນຄັ້ງນີ້ ແມ່ນໄດ້ຈັດໃນຮູບແບບການເເລກປ່ຽນບົດຮຽນ ແລະ ປະສົບການ ແບບກົງໄປກົງມາ ລະຫວ່າງຜູ້ຮ່ວມບັນຍາຍ ໂດຍມີປະທານກອງປະຊຸມ ຫຼື ຜູ້ດໍາເນີນລາຍການ ເປັນຄົນຕັ້ງຄໍາຖາມໃຫ້ເເກ່ຜູ້ເຂົ້າຮ່ວມບັນຍາຍ ເພື່ອໄດ້ມີການຖາມຕອບ ເຊິ່ງໄດ້ປະກອບມີ 3 ວາລະ ເຊັ່ນ: ພະນັກງານສິນເຊື່ອຈາກສະຖາບັນກາເງິນຈຸລະພາກ ເເລະ 1 ກອງທຶນທີ່ເຂົ້າຮ່ວມ ໂຄງການນໍາ ທສວ ເພື່ອມາແລກປ່ຽນບົດຮຽນ ພະນັກງານສິນເຊື່ອຈາກທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການນໍາ ທສວ ແລະ ການແລກປ່ຽນຄວາມຮູ້ ເເລະ ປະສົບການລະຫວ່າງ ຈວນກ ທີ່ສາມາດບໍລິຫານທຸລະກິດ ແລະ ເຕີບໂຕໃນຍຸກວິຖີຊີວິດໃໝ່ ແລະ ຈວນກ ທີ່ເປັນລູກຄ້າຂອງສະຖາບັນການເງິນ ແລະ ກອງທຶນ.

    ນອກຈາກນັ້ນ ພາຍໃນງານຫົວໜ່ວຍ ຈວນກ ແລະ ສະຖາບັນການເງິນຕ່າງໆ ຍັງໄດ້ມີການນໍາ ຜະລິດຕະພັນສິນຄ້າ ແລະ ການບໍລິການ ໃນຂະເເຫນງການຂອງຕົນທີ່ເປັນຂອງຄົນລາວມາວາງຈໍາໜ່າຍ ເພື່ອສ້າງເງື່ອນໄຂໃຫ້ກັບ MSME ແລະ ຜູ້ເຂົ້າຮ່ວມງານທັງຫຼາຍ ໂດ້ເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານກ່ຽວກັບສິນເຊື່ອ ສິນຄ້າ ແລະ ບໍລິການອື່ນໆທີ່ສໍາຄັນເເບບໂຕຕໍ່ໂຕຢ່າງຄຶກຄື້ນ ອີກດ້ວຍ.

# ຂ່າວ  – ພາບ : ສີພອນ

error: Content is protected !!