ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຊີ້ແຈງການພັດທະນາເສດຖະກິດ-ສັງຄົມ

    ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 2 ວັນທີ 22 ກໍລະກົດ 2022 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ຊີ້ແຈງໂດຍລວມ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງນະຄອນຫຼວງວຽງຈັນ ເຊິ່ງບາງຕອນວ່າ: ພື້ນຖານອົງການປົກຄອງ ແມ່ນຢືນຢັນຈະພະຍາມໃຫ້ອັດຕາການເຕີບໂຕຂອງເສດຖະກິດມະຫາພາກປີ 2022 ໃຫ້ຂະຫຍາຍຕົວບໍ່ຫຼຸດ 4,36% ໃນນັ້ນ ຂະແໜງກະສິກຳບໍ່ໃຫ້ຫຼຸດ 3,78% ຂະແໜງອຸດສາຫະກຳ ບໍ່ໃຫ້ຫຼຸດ 5,37% ແລະ ຂະແໜງບໍລິການ ບໍ່ໃຫ້ຫຼຸດ 2,48% ຈະສູ້ຊົນໃຫ້ອັດຕາເຕີບໂຕຂອງເສດຖະກິດຂະຫຍາຍຕົວໃນລະດັບ 6,5% ສໍາລັບການຈັດຕັ້ງປະຕິບັດວາລະແຫ່ງຊາດໃນ 5 ວຽກຈຸດສຸມຂອງການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ 6 ວຽກຈຸດສຸມຂອງການແກ້ໄຂບັນຫາຢາເສບຕິດ ພື້ນຖານອົງການປົກຄອງພວກເຮົາ ມີແຜນວຽກ ແຜນງານ ແຕ່ຕາມການຕີລາຄາ ກໍເຫັນວ່າເປັນຂະບວນການຢູ່ໃນຂັ້ນນະຄອນຫຼວງເທົ່ານັ້ນ ສ່ວນຢູ່ຂັ້ນເມືອງແມ່ນຍັງບໍ່ທັນເຫັນຂະບວນການແຮງປານໃດ ເນື່ອງຈາກບັນດາຂະແໜງການໄດ້ມີວຽກຈຸດສຸມໃນການຊຸກຍູ້ການຜະລິດແລ້ວ ບາງເມືອງກໍໄດ້ມີວຽກຈຸດສຸມແລ້ວ ແຕ່ການຈັດຕັ້ງປະຕິບັດເປັນຄືວຽກປົກກະຕິ ເພາະຍັງບໍ່ໄດ້ເຊື່ອມສານແຜນວຽກຈຸດສຸມຂອງຂະແໜງການເຂົ້າແຜນຜັນຂະຫຍາຍຂອງບັນດາເມືອງ ເຊິ່ງຕໍ່ໜ້າ ອົງການປົກຄອງຈະໄດ້ເອົາໃຈໃສ່ບັນຫາດັ່ງກ່າວ ໂດຍຈະໄດ້ລົງຊຸກຍູ້ກັບບັນດາຂະແໜງການ ແລະ ເມືອງຕື່ມ.

    ສໍາລັບການປະເມີນກົດໝາຍ 4 ສະບັບຂອງຂົງເຂດເສດຖະກິດນັ້ນ ພື້ນຖານໄດ້ດຳເນີນຂະບວນການ ແລະ ໄດ້ລາຍງານໄປຍັງລັດຖະບານແລ້ວ ເຊິ່ງພາຍຫຼັງການປະເມີນ ເຫັນວ່າກົດໝາຍ ເປັນເຄື່ອງມືໃຫ້ແກ່ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍເປັນຢ່າງດີ ແຕ່ອັນທີ່ຍັງເປັນຈຸດອ່ອນ ແມ່ນຄວາມເຂັ້ມງວດໃນການປະຕິບັດກົດໝາຍ ແລະ ຄວາມເປັນເຈົ້າການຂອງສັງຄົມຕໍ່ການຈັດຕັ້ງປະຕິບັດກົດໝາຍ ໃນຕໍ່ໜ້າ ອົງການປົກຄອງຈະໄດ້ເພີ່ມທະວີສ້າງຄວາມຮັບຮູ້ ແລະ ເຂັ້ມງວດການຈັດຕັ້ງປະຕິບັດກົດໝາຍຢູ່ຂັ້ນຮາກຖານ ໂດຍສະເພາະຂັ້ນເມືອງ ບ້ານ ລວມເຖິງປະຊາຊົນໃຫ້ເຂັ້ມແຂງຂຶ້ນຕື່ມ ກ່ຽວກັບການແກ້ໄຂບັນຫາລັກລອບຂົນສິນຄ້າຂ້າມຊາຍແດນ ໂດຍທ່ານສະມາຊິກສະພາ ສະເໜີໃຫ້ອົງການປົກຄອງບ້ານ ມີບົດບາດຕໍ່ການເຄື່ອນໄຫວຕິດຕາມຂອບເຂດບໍລິເວນດ່ານສາກົນ ແລະ ດ່ານປະເພນີນັ້ນ ພື້ນຖານອົງການປົກຄອງນະຄອນຫຼວງ ແມ່ນເຫັນດີສະໜັບສະໜູນ ປັດຈຸບັນກໍປະຕິບັດແບບນັ້ນ ໂດຍການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ກໍແມ່ນບ້ານຮ່ວມກັບທະຫານຊາຍແດນເປັນຜູ້ຕິດຕາມກວດກາ ແລະ ລາດຕະເວນ ສ່ວນການສະເໜີໃຫ້ອົງການປົກຄອງກວດກາເບິ່ງລະບົບໄຟເຍືອງທາງ ແລະ ໄຟອຳນາດ ປັດຈຸບັນ ນະຄອນຫຼວງວຽງຈັນໄດ້ມອບໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງເປັນຜູ້ຄຸ້ມຄອງ ແຕ່ການຈັດຕັ້ງປະຕິບັດຕົວຈິງເຫັນວ່າມີຄວາມຫຍຸ້ງຍາກ ຍ້ອນເຮົາບໍ່ມີວິຊາການ ດັ່ງນັ້ນ ອົງການປົກຄອງນະຄອນຫຼວງຈຶ່ງຕົກລົງທີ່ຈະຮ່ວມມືກັບລັດວິສາຫະກິດໄຟຟ້າລາວ ໃນການແກ້ໄຂບັນຫາດັ່ງກ່າວ ເຊິ່ງກໍາລັງປັບປຸງເນື້ອໃນຮ່າງສັນຍາວ່າດ້ວຍການຄຸ້ມຄອງ ບຳລຸງຮັກສາ ແລະ ສ້ອມແປງລະບົບໄຟເຍືອງທາງ 21 ເສັ້ນ ແລະ ໄຟອໍານາດໃນນະຄອນຫຼວງວຽງຈັນ ຄາດວ່າພາຍໃນເດືອນກໍລະກົດ ຈະໄດ້ເລີ່ມຈັດຕັ້ງປະຕິບັດ ສໍາລັບບັນຫາແຮງງານທີ່ສະໝັກເຂົ້າເຮັດວຽກຢູ່ໂຄງການທາງລົດໄຟລາວ-ຈີນ ທາງອົງການປົກຄອງຈະໄດ້ສົມທົບກັບພາກສ່ວນກ່ຽວຂ້ອງເພື່ອກວດກາລະອຽດກ່ອນ ເພື່ອເບິ່ງສະພາບບັນຫາໃຫ້ຊັດເຈນ ແລ້ວຈະໄດ້ຕອບມາຍັງສະພາປະຊາຊົນ ດ້ານການທ່ອງທ່ຽວໃນ 6 ເດືອນທ້າຍປີນີ້ ຈະມີຫຼາຍກິດຈະກໍາທີ່ຈະເປັນການກະຕຸກຊຸກຍູ້ໃຫ້ເກີດການທ່ອງທ່ຽວ ເປັນຕົ້ນ: ການສ້າງເຂດວຽງລາຕີເກົ່າ ໃຫ້ເປັນບ່ອນຈັດກິດຈະກຳ ສຳລັບນັກວິຈິດສີນ ສ້າງກິດຈະກຳລາຕີວຽງຈັນ ການປັບປຸງສະຖານບໍລິການຢູ່ເຂດນໍ້າງື່ມ (ຂົວທ່າງ່ອນ) ສ່ວນການທ່ອງທ່ຽວຢູ່ບູຮານສະຖານ ໄດ້ປັບປຸງການບໍລິການ ເປັນຕົ້ນ ຫໍພະແກ້ວ ວັດສີສະເກດ ພະທາດຫຼວງ ສວນວັດທະນະທຳຊຽງຄວນ ພ້ອມນີ້ ຍັງໄດ້ຮ່ວມກັບແຂວງໜອງຄາຍ ຈັດງານແຂ່ງຂັນເຮືອປະເພນີຢູ່ເມືອງປາກງື່ມ ແລະ ກະກຽມຈັດງານແຂ່ງຂັນເຮືອຊ່ວງຢູ່ທ່າວັດຈັນ ລວມທັງຈັດງານບຸນນະມັດສະການພະທາດຫຼວງວຽງຈັນ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!