ຮອງປະທານສະພາແຫ່ງຊາດ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

    ໂດຍຕອບສະໜອງຕາມຄໍາເຊີນຂອງສະຫາຍ ເຈິນ ແທ໋ງ ເໜິ້ນ ກໍາມະການກົມການເມືອງສູນກາງພັກ ຮອງປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ປະທານຄະນະມິດຕະພາບລັດຖະສະພາຫວຽດນາມ-ລາວ ໃນລະຫວ່າງວັນທີ 19-22 ກໍລະກົດ 2022 ສະຫາຍນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ປະທານຄະນະມິດຕະພາບລັດຖະສະພາລາວ-ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.

    ການຢ້ຽມຢາມໃນຄັ້ງນີ້ ມີຂື້ນໃນບັນຍາກາດສອງພັກ ສອງລັດ ແລະ ປະຊາຊົນສອງຊາດພວມມີການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ​ຫວຽດນາມ-ລາວ 2022 ຄື: ວັນຄົບຮອບ 60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 45 ປີ ວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື.

    ໃນວັນທີ 19 ກໍລະກົດ 2022 ສະຫາຍນາງ ສູນທອນ ໄຊຍະຈັກ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບຄະນະນໍາຂອງສະພາແຫ່ງຊາດ ສສ ຫວຽດນາມ ເຊິ່ງນໍາໂດຍສະຫາຍ ເຈິນ ແທ໋ງ ເໜີ້ນ ການພົບປະໃນຄັ້ງນີ້ເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດສະໜິດສະໜົມຖານອ້າຍນ້ອງ ເຊິ່ງທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບສະພາບການພົ້ນເດັ່ນຂອງທັງສອງປະເທດ ຕີລາຄາສູງຕໍ່ຜົນພົວພັນຮ່ວມມືແບບພິເສດລະຫວ່າງສອງພັກ ສອງລັດ ກໍຄືສອງອົງການນິຕິບັນຍັດລາວ-ຫວຽດນາມ ໃນໄລຍະທີ່ຜ່ານມາ ແລະ ແລກປ່ຽນບົດຮຽນການຊີ້ນໍາ-ນໍາພາຂອງຄະນະພັກຂອງສອງສະພາແຫ່ງຊາດ ບົດຮຽນກ່ຽວກັບວຽກງານສະມາຊິກສະພາແຫ່ງຊາດ ການພົວພັນລະຫວ່າງສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນ ກໍຄືການພົວພັນລະຫວ່າງຄະນະເລຂາທິການ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ວຽກງານການເຄື່ອນໄຫວຕ່າງປະເທດຂອງສະພາແຫ່ງຊາດໃນຕໍ່ໜ້າ.

    ໃນໄລຍະຢ້ຽມຢາມ ຄະນະໄດ້ເຂົ້າຢ້ຽມຄຳນັບສະຫາຍ ເວືອງ ດິງ ເຫວະ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ເຊິ່ງສະຫາຍໄດ້ຕີລາຄາສູງຕໍ່ການຢ້ຽມຢາມຫວຽດນາມຂອງຄະນະໃນຄັ້ງນີ້ ເພາະພໍດີກັບໄລຍະທີ່ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພວມສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ-ລາວ ສະຫາຍປະທານສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາສູງ ການພົວພັນຮ່ວມມືລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ເວົ້າລວມ ເວົ້າສະເພາະ ລະຫວ່າງສອງອົງການນິຕິບັນຍັດຫວຽດນາມ-ລາວ ແລະ ໄດ້ສະເໜີໃຫ້ສອງສະພາສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງອົງການໃນຕໍ່ໜ້າ.

    ນອກຈາກເຄື່ອນໄຫວຢູ່ນະຄອນຫຼວງຮ່າໂນ້ຍແລ້ວ ຄະນະຍັງໄດ້ຢ້ຽມຢາມ ແລະ ເຮັດວຽກກັບຄະນະພັກ ຄະນະນໍາຂອງແຂວງທ້າຍຫງວຽນ ແຂວງຮວາບິງ ແລະ ຢ້ຽມຊົມພື້ນຖານການຜະລິດ ແລະ ສະຖານ ທີ່ທ່ອງທ່ຽວອີກຈຳນວນໜຶ່ງຂອງແຂວງດັ່ງກ່າວ

    ການມາຢ້ຽມຢາມຂອງສະຫາຍຮອງປະທານສະພາໃນຄັ້ງນີ້ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ ເປັນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມເວົ້າລວມ ເວົ້າສະເພາະສອງອົງການໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂືື້ນ.

# ບຸນມີ ສີວິໄລ

error: Content is protected !!