ຢູ່ເຮືອນກໍກວດໄດ້ ! ເປິດຕົວ “Butterfly iQ” ອຸປະກອນທົດສອບ COVID-19 ທາງໄກ

ບໍ­ລິ­ສັດ Butterfly Network ຂອງ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ໄດ້​ເປີດ​ຕົວ “Butterfly iQ” ອຸ­ປະ­ກອນ​ທີ່​ຊ່ວຍ​ໃຫ້​ແພດ ສາ­ມາດ​ກວດ​ສອບ​ອາ­ການ​ຕິດ­ເຊື້ອ COVID-19 ຈາກ​ທາງ­ໄກ​ໄດ້​ຢ່າງ​ປອດ​ໄພ ສຳ­ລັບ​ຄົນ​ເຈັບ​ທີ່​ອາ­ໄສ​ຢູ່​ທີ່​ເຮືອນ​ຂອງ​ຕົນ​ເອງ​ໄດ້ ທາງ​ບໍ­ລິ­ສັດ​ໄດ້​ລະ­ບຸ​ວ່າ Butterfly iQ ສາ­ມາດ​ທົດ​ສອບ​ປອດ​ຂອງ​ຄົນ​ເຈັບ​ດ້ວຍ​ອັນ​ຕຣາ​ຊາວ ເຊິ່ງ​ຈະ​ເຊື່ອມ​ຕໍ່​ເຂົ້າ​ກັບ​ສະ­ມາດ ໂຟນ​ລະ­ບົບ iOS ແລະ Android ໂດຍ​ທາງ​ບໍ­ລິ­ສັດ​ໄດ້​ກ່າວ​ວ່າ “ການ​ທົດ​ສອບ​ປອດ​ດ້ວຍ​ອັນ​ຕຣາ​ຊາວ ໄດ້​ຮັບ​ການ​ພິ­ສູດ​ແລ້ວ​ວ່າ​ສາ­ມາດ​ຊ່ວຍ​ໃນ​ການ​ຄັດ​ແຍກ​ຄົນ​ເຈັບ ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ອາດ​ຕິດ­ເຊື້ອ​ໄວ​ຣັສ COVID-19 ໄດ້”.

ໃນ​ຂະ­ນະ​ນີ້ Butterfly iQ ໄດ້​ຮັບ​ການ​ວາງ​ຈຳ­ໜ່າຍ​ສຳ­ລັບ​ແພດ​ໃນ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ເທົ່າ​ນັ້ນ ໂດຍ​ຜູ້​ໃຊ້​ສາ­ມາດ​ເຊື່ອມ​ຕໍ່​ອຸ­ປະ­ກອນ​ເຂົ້າ​ກັບ​ສະ­ມາດ​ໂຟນ ລະ­ບົບ iOS ແລະ Android ຂອງ​ຕົນ ແລະ ຈະ​ມີ​ການ​ແນະ­ນຳ​ຂັ້ນ​ຕອນ​ການ​ໃຊ້​ຢ່າງ​ມື​ອາ­ຊີບ ປາ­ກົດ​ເທິງ​ໜ້າ​ຈໍ​ສະ­ມາດ​ໂຟນ

ຖ້າ​ຫາກ​ຜູ້​ໃຊ້​ຖື​ອຸ­ປະ­ກອນ​ໃນ​ການ​ກວດ​ຢ່າງ​ຜິດ​ວິ­ທີ ແພດ​ທີ່​ກຳ­ລັງ​ໃຫ້​ຄຳ​ປຶກ­ສາ​ຢູ່ ສາ­ມາດ​ໃຫ້​ຄຳ​ແນະ­ນຳ​ຕ່າງໆ ລວມ​ເຖິງ​ສາ­ມາດ​ດຳ­ເນີນ​ການ​ທົດ​ສອບ ດ້ວຍ​ການ​ຄວບ​ຄຸມ​ໄລ­ຍະ​ໄກ ເຊັ່ນ: ການ​ຊູມ​ເພື່ອ​ເບິ່ງ​ຈຸດ​ທີ່​ຄາດ​ວ່າ​ອາດ​ເປັນ​ບັນ­ຫາ​ໃຫ້​ແຈ້ງ​ຂຶ້ນ​ໄດ້ ໂດຍ​ພາບ​ດັ່ງ­ກ່າວ ຈະ​ໄດ້​ຮັບ​ການ​ບັນ­ທຶກ​ເພື່ອ​ນຳ­ໄປ​ວິ­ເຄາະ​ຕໍ່​ໄປ.

ໃນ​ຂະ­ນະ​ນີ້ Butterfly iQ ໄດ້​ຮັບ​ການ​ວາງ​ຈຳ­ໜ່າຍ​ໃຫ້​ສະ­ເພາະ​ກັບ​ແພດ​ໃນ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ​ເທົ່າ​ນັ້ນ ໃນ​ລາ­ຄາ 2.000 ໂດ​ລາ​ສະ­ຫະ­ລັດ (18.000.000 ກີບ) ຊຶ່ງ​ຖືກ​ກວ່າ​ເຄື່ອງ​ອັນ​ຕຣາ​ຊາວ​ປົກ­ກະ­ຕິ​ທີ່​ມີ​ລາ­ຄາ​ປະ­ມານ 75.000 ໂດ​ລາ (675.528.808 ກີບ) ຢ່າງ­ໃດ​ກໍ​ດີ ແພດ​ທີ່​ຈະ​ສາ­ມາດ​ຊື້​ອຸ­ປະ­ກອນ​ນີ້​ໄດ້ ຈະ​ຕ້ອງ​ໄດ້​ຮັບ​ອະ­ນຸ­ຍາດ​ຕາມ​ກົດ­ໝາຍ​ຂອງ​ລັດ ໃຫ້​ສາ­ມາດ​ເຝິກ­ຝົນ​ການ​ໃຊ້​ງານ ຫຼື​ສັ່ງ​ຊື້​ອຸ­ປະ­ກອນ​ໄດ້ ໂດຍ​ແພດ​ແຕ່­ລະ­ຄົນ​ຈະ​ເສຍ​ຄ່າ​ສະ­ມາ­ຊິກ​ຢູ່​ທີ່ 420 ໂດ​ລາ (3.782.961 ກີບ) ຕໍ່​ປີ ສ່ວນ​ທີມ​ແພດ​ຈຳ­ນວນ 5 ຄົນ ຈະ​ຈ່າຍ​ຄ່າ​ສະ­ມາ­ຊິກ​ທີມ​ລະ­ດັບ​ມື​ອາ­ຊີບ​ຢູ່​ທີ່ 1.200 ໂດ​ລາ (10.808.460 ກີບ) ຕໍ່​ປີ.

ໂດຍ​ປົກ­ກະ­ຕິ​ແລ້ວ ອົງ­ການ​ອາ­ຫານ ແລະ ຢາ​ແຫ່ງ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ (FDA: Food and Drug Administration) ຈະ​ບໍ່​ອະ­ນຸ­ຍາດ​ໃຫ້​ຄົນ​ເຈັບ​ດຳ­ເນີນ​ການ​ອັນ​ຕຣາ​ຊາວ​ຕົນ​ເອງ​ໄດ້ ແລະ ອຸ­ປະ­ກອນ​ໃນ​ລັກ­ສະ­ນະ​ດຽວ​ກັບ Butterfly IQ ຈະ​ຖືກ​ນຳ​ມາ​ໃຊ້​ສຳ­ລັບ​ການ​ວິ­ໄຈ​ເທົ່າ​ນັ້ນ ແຕ່​ເນື່ອງ​ຈາກ​ວິ​ກິດ COVID-19 ທີ່​ແຜ່​ລະ­ບາດ​ໄປ​ທົ່ວ​ໂລກ ເຮັດ​ໃຫ້​ມີ​ການ​ປ່ຽນ​ກົດ​ຂໍ້​ບັງ­ຄັບ​ຊົ່ວ­ຄາວ ແລະ ເມື່ອ​ເຫດ­ການ​ໄດ້​ກັບ​ມາ­ສູ່​ສະ­ພາ­ວະ​ປົກ­ກະ­ຕິ ກໍ​ຈະ​ກັບ​ມາ​ໃຊ້​ກົດ​ຂໍ້​ບັງ­ຄັບ​ເກົ່າ​ຕາມ​ເດີມ.

error: Content is protected !!