ສະຫຼອງວັນຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ

    ງານສະເຫຼີມສະຫຼອງວັນຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ປະຈຳປີ 2022 (27 ມິຖຸນາ) ໄດ້ຈັດຂຶ້ນໃນວັນທີ 22-24 ກໍລະກົດ 2022 ທີ່ສູນການຄ້າວຽງຈັນເຊັນເຕີ ໂດຍການເປັນປະທານຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງມີຕາງໜ້າຈາກພາກລັດ ພາກທຸລະກິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເຂົ້າຮ່ວມ.

    ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ການສະເຫຼີມສະຫຼອງວັນຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ ຫຼື MSME) ສາກົນ ວັນທີ 27 ມິຖຸນາ ແມ່ນໄດ້ເລີ່ມຈັດມາແຕ່ ປີ 2017 ພາຍຫຼັງທີ່ສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາຍັດຕິສະບັບເລກທີ 71/279 ໃນເດືອນເມສາ 2017 ເຊິ່ງກໍານົດເອົາວັນທີ 27 ມິຖຸນາຂອງທຸກປີ ເປັນວັນຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ສາກົນ ຕໍໍ່ຈາກນັ້ນມາ ວັນທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວ ໄດ້ຮັບການສະເຫຼີມສະຫຼອງຢ່າງກວ້າງຂວາງ ໂດຍບັນດາອົງການຈັດຕັ້ງໃນເຄືອຂ່າຍຂອງອົງການສະຫະປະຊາຊາດ ທັງຢູ່ເຊີແນວ ປະເທດສະວິດ ຢູ່ນິວຢອກ ສະຫະລັດອາເມຣິກາ ໃນບັນດາປະເທດອາຊຽນ ແລະ ປະເທດໃນໂລກ.

    ຈຸດປະສົງຂອງການກໍານົດໃຫ້ມີວັນດັ່ງກ່າວ ແມ່ນເພື່ອເຮັດໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກວ້າງຂວາງ ກ່ຽວກັບບົດບາດ ແລະ ຄວາມສໍາຄັນຂອງ MSME ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ການສ້າງວຽກເຮັດງານທໍາ ແລະ ການສ້າງລາຍຮັບ ເພື່ຶອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊຸມຊົນຢູ່ໃນທຸກຂົງເຂດທົ່ວໂລກ ໂດຍສະເພາະແມ່ນການປະກອບສ່ວນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) ປີ 2030.

    ໃນປີ 2022 ຫຼາຍປະເທດໃນໂລກ ໄດ້ມີການທົບທວນຄືນມາດຕະການສະກັດກັ້ນພະຍາດໂຄວິດ-19 ແລະ ໄດ້ເປີດປະເທດຄືນ ລວມທັງ ສປປ ລາວ ເພື່ອເປັນການຟື້ນຟູເສດຖະກິດຂອງຊາດ ສະນັ້ນ ຫົວຂໍ້ໃນການສະເຫຼີມສະຫຼອງວັນ MSME ສາກົນ ປະຈຳປີ 2022 ຈຶ່ງຈັດຂຶ້ນພາຍໃຕ້ຫົວຂໍ້ “ການປັບໂຕ ແລະ ຟື້ນຟູຄືນ – ຈວນກ ສຳລັບການພັດທະນາແບບຍືນຍົງ” ເພື່ອເປັນການສົ່ງເສີມໃຫ້ແກ່ບັນດາ MSME ໃນຂະແໜງການຕ່າງໆ ກັບມາດຳເນີນການຜະລິດທຸລະກິດຂອງຕົນໃຫ້ເປັນປົກກະຕິເທື່ອລະກ້າວ.

    ໂອກາດນີ້ ທ່ານ ບຸນເຖິງ ດວງສະຫວັນ ປະທານເປີດງານ ຍັງຊີ້ໃຫ້ເຫັນຄວາມສຳຄັນຂອງການສົ່ງເສີມ ແລະ ພັດທະນາ MSME ເຊິ່ງ MSME ຢູ່ ສປປ ລາວ ກວມອັດຕາສ່ວນປະມານ 99,8% ຂອງບັນດາວິສາຫະກິດທັງໝົດ ແລະ ສ້າງວຽກເຮັດງານທຳຫຼາຍກວ່າ 80% ຂອງອັດຕາການຈ້າງງານ ບັນດາ MSME ເຫຼົ່ານັ້ນເຄື່ອນໄຫວທຸລະກິດໃນຂະແໜງການຕ່າງໆ ເຊັ່ນ:ການຄ້າ ການຜະລິດ ແລະ ການບໍລິການ ໃນໄລຍະຜ່ານມາ ລັດຖະບານໄດ້ໃຫ້ຄວາມສຳຄັນແກ່ການສົ່ງເສີມ ແລະ ພັດທະນາ MSME ໂດຍໄດ້ກຳນົດບັນດານະໂຍບາຍ ແລະ ມາດຕະການຕ່າງໆ ເຊິ່ງຈັດຕັ້ງປະຕິບັດໂດຍບັນດາກະຊວງ ໜ່ວຍງານ ທັງພາກລັດ ແລະ ພາກທຸລະກິດ ເຊິ່ງໃນບໍ່ດົນມານີ້ ລັດຖະບານໄດ້ຮັບຮອງແຜນພັດທະນາ MSME 2021-2025 ສະພາແຫ່ງຊາດ ໄດ້ຮັບຮອງກົດໝາຍວ່າດ້ວຍການສົ່ງເສີມ MSME (ສະບັບປັບປຸງ) ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ກຳລັງດຳເນີນການປັບປຸງດຳລັດ ວ່າດ້ວຍການຈັດແບ່ງຂະໜາດ MSME ແລະ ດຳລັດວ່າດ້ວຍກອງທຶນສົ່ງເສີມ SME ເຊິ່ງບັນດານິຕິກຳເຫຼົ່ານີ້ ຈະເປັນບ່ອນອີງທີ່ສຳຄັນໃນການສົ່ງເສີມ MSME ໃນໄລຍະໃໝ່ ແລະ ປະກອບສ່ວນໃນການຟື້ນຟູເສດຖະກິດຂອງຊາດພາຍຫຼັງການລະບາດຂອງພະຍາດໂຄວິດ-19.

    ງານສະເຫຼີມສະຫລອງວັນ MSME ສາກົນ ໃນຄັ້ງນີ້ແມ່ນຈັດຂຶ້ນເປັນເວລາ 3 ວັນ ເຊິ່ງປະກອບມີກິດຈະກຳວາງສະແດງສິນຄ້າ ເສວະນາແລກປ່ຽນທຸລະກິດ ການໃຫ້ຄຳປຶກສາເຂົ້າເຖິງແຫຼ່ງທຶນກັບບັນດາສະຖາບັນການເງິນ ແລະ ທະນາຄານທຸລະກິດ ແລະ ກິດຈະກຳສະແດງວິຊາຊີບ ເຊິ່ງສາມາດເຂົ້າຮ່ວມໄດ້ໂດຍບໍ່ເສຍຄ່າ ແລະ ເຊີນຊວນບັນດາທ່ານເຂົ້າຮ່ວມງານໃນເວລາ 10:30-18:00 ໂມງ ທີ່ສູນການຄ້າວຽງຈັນເຊັນເຕີ.

# ຂ່າວ – ພາບ :  ສີພອນ

error: Content is protected !!