ຫຼາຍບັນຫາສຳຄັນ ສສຊ ແລະ ສສນວ ໃຫ້ການຊັກຖາມເພື່ອຄວາມກະຈ່າງແຈ້ງໃນກອງປະຊຸມ ສປນວ

    ການດຳເນີນກອງປະຊຸມ ປະຊຸມສະພາສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນ ຊຸດທີ II ວັນທີ 22 ກໍລະກົດ 2022 ໃນພາກເຊົ້າ ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ເລຂາທິການສູນ ກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ພ້ອມດ້ວຍການນຳຂອງ ນວ ຫົວໜ້າ ຮອງຫົວໜ້າພະແນກ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 1 ນວ ແລະ ສະມາຊິກສະພາປະຊາຊົນ ນວ (ສສນວ) ເຂົ້າຮ່ວມ.

    ກອງປະຊຸມ ໄດ້ສຸມໃສ່ຮັບຟັງການລາຍງານຊີ້ແຈງຫຼາຍບັນຫາສຳຄັນ ເປັນຕົ້ນ ກ່ຽວກັບກັບຄວາມຊັກ ຊ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງພື້ນຖານໂຄງລ່າງ ການຊົດເຊີຍທີ່ດິນໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ບັນຫາການອອກໃບຕາດິນຊັກຊ້າ ບັນຫາການ ແກ້ໄຂຜົນກະທົບດ້ານການຄວບຄຸມລາຄາສິນຄ້າ ແຜນການຄຸ້ມຄອງສິນຄ້າໃນອະນາຄົດ ແລະ ການສົ່ງເສີມການຜະລິດເປັນສິນຄ້າພາຍໃນ ພ້ອມໆກັບການຊັກຖາມຂໍ້ຂ້ອງໃຈອີກຫຼາຍບັນຫາຈາກ ສສຊ ເຂດເລືອກຕັ້ງທີ 1 ນວ ແລະ ສສນວ ຢ່າງກົງໄປກົງມາ ເພື່ອໃຫ້ຂະແໜງການກ່ຽວຂ້ອງ ໄດ້ຂຶ້ນຊີ້ແຈງໃນແຕ່ລະບັນຫາ ເຮັດໃຫ້ກອງປະຊຸມໃນວັນນີ້ມີບັນຍາກາດຄຶກຄັກກວ່າເກົ່າ.

# ຂ່າວ – ພາບ : ບຸນມີ

error: Content is protected !!