ຍົກລະດັບຄວາມຮູ້ດ້ານເຕັກນິກການປູກໝາກກ້ຽງໃຫ້ຊາວກະສິກອນ

    ສູນໂຄເປຍ ລາວ ໄດ້ຈັດເຝີກອົບຮົມດ້ານເຕັກນິກການປູກໝາກກ້ຽງ ໃຫ້ຊາວກະສິກອນຢູ່ເມືອງນ້ຳບາກ ແຂວງຫຼວງພະບາງ  ໃນວັນທີ 13-15 ກໍລະກົດ 2022 ໂດຍໄດ້ເຊີນເອົາຜູ້ຊ່ຽວຊານຈາກສະຖາບັນການປູກໝາກກ້ຽງຂອງລັດຖະບານ ສ.ເກົາຫຼີ ມາຖ່າຍທອດຄວາມຮູ້ດ້ານເຕັກນິກດັ່ງກ່າວໃຫ້ ເປັນຕົ້ນ ການຕັດແຕ່ງກິ່ງ-ຫງ່າ ການຄວບຄຸມສັດຕູພືດ ການສຽບຍອດ ການບຳລຸງ ໃຫ້ທາດອາຫານ ແລະ ການບົວລະບັດຮັກສາຕົ້ນໝາກກ້ຽງ ເຊີ່ງໄດ້ມີພະນັກງານກະສິກຳຂອງເມືອງ ແລະ ຊາວກະສິກອນເຂົ້າຮ່ວມເຝີກອົບຮົມກວ່າ 200 ຄົນ. 

    ການເຝີກອົບຮົມຄັ້ງນີ້ ແມ່ນໜື່ງໃນກິດຈະກຳຂອງ “ໂຄງການການສາທິດການເພີ່ມສະມັດຕະພາບການຜະລິດ ແລະ ຄຸນນະພາບຂອງໝາກກ້ຽງ ຢູ່ເມືອງນ້ໍາບາກ ແຂວງຫຼວງພະບາງ” ເຊິ່ງໂຄງການນີ້ ທາງສູນໂຄເປຍ ໄດ້ຈັດຕັ້ງປະຕິບັດຮ່ວມກັບສະຖາບັນຄົ້ນຄວ້າກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້ (ສກປພ) ເພື່ອແນໃສ່ສ້າງຊາວກະສິກອນໃຫ້ມີຄວາມຮູ້ຄວາມສາມາດ ນໍາໄປໃຊ້ໃນຂະແໜງການດັ່ງກ່າວໃຫ້ຫຼາຍຂຶ້ນ.

# ຂ່າວ-ພາບ: ລັດເວລາ

error: Content is protected !!