ຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການນ້ຳເປື້ອນ ນວ ພາຍໃຕ້ເງິນກູ້ລັດຖະບານຮົງກາຣີ

    ໃນວາລະກອງປະຊຸມສະພາສະໄຫມສາມັນເທື່ອທີ 3 ຂອງສະພາປະຊາຊົນ ຊຸດທີ II ໄດ້ມີຫຼາຍບັນ ຫາທີ່ ສສນວ ໄດ້ຍົກຂຶ້ນມາຊັກຖາມບັນດາໜ່ວຍງານທີ່ກ່ຽວຂ້ອງ ທີ່ພໍ່ແມ່ປະຊາຊົນໃຫ້ຄວາມສົນໃຈ ແລະ ຕ້ອງການໃຫ້ມີການຊີ້ແຈງແຕ່ລະບັນຫາ ໃນວັນທີ 22 ກໍລະກົດ 2022 ເປັນມື້ທີ 2 ຂອງກອງປະຊຸມ ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ (ນວ) ໄດ້ຂຶ້ນຊີ້ແຈງຕໍ່ກອງປະຊຸມຄັ້ງນີ້ຫຼາຍບັນຫາ ໃນນັ້ນ ບັນຫາຄວາມເຄີບໜ້າການຈັດຕັ້ງປະຕິບັດ ໂຄງການນ້ຳເປື້ອນ ນວ ພາຍໃຕ້ເງິນກູ້ລັດຖະບານຮົງກາຣີ.

    ຕໍ່ກັບບັນຫາດັ່ງກ່າວ ທ່ານຫົວໜ້າພະແນກ ຍທຂ ນວ ໃຫ້ຊີ້ແຈງວ່າ: ໂຄງການໄດ້ເລີ່ມເຂົ້າມາເກັບກໍາຂໍ້ມູນລະອຽດແຕ່ກາງປີ 2010 ເປັນຕົ້ນມາ ໄດ້ມີການສ້າງບົດສຶກສາຄວາມເປັນໄປໄດ້ລະອຽດໂຄງການບົດວິພາກເສດຖະກິດເຕັກນິກຕ່າງໆ ແລະ ໄດ້ດໍາເນີນການກໍ່ສ້າງວຽກຂະຫຍາຍນ້ໍາປະປາດົງບັງ ມາແຕ່ຕົ້ນປີ 2020 ແລະ ສຳເລັດວຽກງານປ້ອງກັນຕະຝັງເຈື່ອນໃນທ້າຍປີ 2020 ປັດຈຸບັນ ມີຄວາມ ຄືບໜ້າຂອງໜ້າວຽກ 20% ຂອງແຜນການ.

    ສຳລັບວຽກການສໍາຫຼວດພື້ນທີ່ ເກັບກໍາຂໍ້ມູນ ສໍາຫຼວດ-ອອກແບບ ແລະ ທີ່ປຶກສາໂຄງການ ລວມທັງເຝິກອົບຮົມວຽກນ້ໍາປະປາ ນ້ໍາເປື້ອນ ແລະ ການສ້າງລະບຽບການຄຸ້ມຄອງນໍ້າເປື້ອນ (LOTI) ປະຕິບັດ ໄດ້ 80% ວຽກກໍ່ສ້າງລະບົບບໍາບັດນ້ໍາເປື້ອນ ນວ (LOT 2) ວຽກກໍ່ສ້າງລະບົບບໍາບັດນ້ໍາເປື້ອນຍັງບໍ່ໄດ້ລົງມືກໍ່ສ້າງເທື່ອ ປັດຈຸບັນ ຢູ່ໃນຂັ້ນຕອນການອອກແບບລະອຽດ ປະເມີນມູນຄ່າການກໍ່ສ້າງ ແລະ ການດໍາເນີນການໃນວຽກສືກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ແລະ ໄກ່ເກ່ຍເບີກຈ່າຍເງິນຊົດເຊີຍໃຫ້ ປະຊາຊົນໃນພື້ນທີ່ 13 ຕອນດິນ ທີ່ກະທົບຖຶກໂຮງງານບໍາບັດ.

    ວຽກກໍ່ສ້າງຂະຫຍາຍໂຮງງານນໍ້າປະປາດົງບັງ ແລະ ຕ້ານເຂື່ອນ (LOT 2) ການກໍ່ສ້າງຂະຫຍາຍໂຮງງານຜະລິດນໍ້າປະປາ ດົງບັງ 24,000 ມ/ມື້ ໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນກຸມພາ 2020 ເປັນຕົ້ນມາ ໂດຍສໍາເລັດວຽກໂຄງສ້າງເບຕົງເສີມເຫຼັກທຸກໜ້າວຽກ ສໍາເລັດວຽກຫຼັງຄາ ສໍາເລັດການຕິດຕັ້ງລະບົບພະນັກຮາວຂັ້ນໄດຕ່າງໆ ແລະ ກໍາລັງດໍາເນີນການປະກອບທໍ່ ຕິດຕັ້ງປ້ໍາ ພາຍໃນລະບົບໂຮງງານ ປັດຈຸບັນມີຄວາມຄືບໜ້າປະມານ 85% ຂອງແຜນການລວມ ສໍາເລັດ 100% ການກໍ່ສ້າງວຽກຕ້ານເຂື່ອນແຄມນ້ໍາງື່ມຂອບເຂດໂຮງງານນໍ້າປະປາດົງບັງ.

    ວິທີແກ້ໄຂໃນຕໍ່ໜ້າ ຈະໄດ້ປະຊຸມເປັນເອກະພາບ ແລະ ໄດ້ແຈ້ງເປັນລາຍລັກອັກສອນເພື່ອໃຫ້ຝ່າຍຊ່ຽວຊານວຽກອອກແບບຂອງສະມາຄົມໂຄງການນ້ໍາຮົງກາຣີ-ລາວ Hungarian water LaoProject Consortium ມາຮ່ວມເຮັດວຽກກັບຄະນະກໍາມະການຢູ່ ສປປ ລາວ ຄວນມີການດັດປັບເງິນວຽກກໍ່ສ້າງນ້ໍາເປື້ອນມາຮັບໃຊ້ວຽກວ່າຈ້າງບໍລິສັດທີ່ປຶກສາໂຄງການ ແລະສະເໜີພິຈາລະນາຮັບຮອງເອົາທີ່ປຶກສາໂຄງການໃນເວລາອັນຄວນ ໂດຍນໍາໃຊ້ບ້ວງເງິນກູ້ດັ່ງກ່າວເບີກຈ່າຍ ພ້ອມຈະໄດ້ມີການປັບປຸງຄະນະຈັດຕັ້ງປະຕິບັດໂຄງການ ແລະ ຄະນະໄກ່ເກ່ຍສິ່ງກີດຂວາງໂຄງການຄືນໃໝ່ ເພື່ອໃຫ້ຖືກ ຕ້ອງຕາມຄວາມເປັນຈີງ ແລະ ເພື່ອໃຫ້ວຽກງານເດີນແລ່ນສະດວກຍິ່ງຂຶ້ນ ພິຈາລະນານໍາໃຊ້ງົບປະມານໂຄງການເພື່ອເບີກຈ່າຍໃຫ້ປະຊາຊົນທີ່ຖືກຜົນກະທົບໂຄງການ ເພື່ອໃຫ້ທ່ວງທັນກັບແຜນການລົງມືກໍ່ສ້າງວຽກນ້ໍາເປື້ອນໃນທ້າຍປີ 2022 ນີ້.

error: Content is protected !!