ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ດ້ວຍຫຼາຍກິດຈະກຳ

    ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບກະຊວງພາຍໃນ ໂດຍໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ກອງທຶນສຳລັບປະຊາກອນ (UNFPA) ແລະ ທະນາຄານພັດທະນາອາຊີ (ADB) ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ (20/7/1955-20/7/2022) ໃນວັນທີ 22 ກໍລະກົດ 2022 ທີ່ສູນເຝິກອົບຮົມແມ່ຍິງລາວ ມີທ່ານນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະແມ່ຍິງລາວ ທ່ານນາງ ລີວົງ ລາວລີ ຮອງລັດຖະມົົນຕີກະຊວງພາຍໃນ ພ້ອມດ້ວຍຜູ້ຕາງໜ້າ UNDP UNFPA ADB ຂະແໜງການກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ທ່ານນາງ ສິລິກິດ ບຸບຜາ ກ່າວວ່າ ການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍີງລາວ ຄົບຮອບ 67 ປີ ແມ່ນມີຄວາມໝາຍສໍາຄັນ ເພື່ອລະນຶກເຖິງມູນເຊື້ອ ປະຫວັດຄວາມເປັນມາຂອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ ປີ 1955 ຖືວ່າພວກເຮົາໄດ້ຫວນຄືນມູນເຊື້ອ ຄຸນງາມຄວາມດີ ນໍ້າໃຈຮັກຊາດພິລະອາດຫານຂອງແມ່ປ້ານ້າອາ ກໍຄືແມ່ຍິງລາວໃນທົ່ວປະເທດໃນໄລຍະຜ່ານມາ ບໍ່ວ່າຈະແມ່ນໄລຍະຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ ກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ຍາມໃດກໍຄຽງບ່າຄຽງໄຫຼ່ຮ່ວມກັບອ້າຍນ້ອງຊາຍ ໃນການປະຕິບັດວຽກງານທີ່ຕົນເອງຮັບຜິດຊອບດ້ວຍນໍ້າໃຈຮັກຊາດອັນສູງສົ່ງ ໂດຍເຫັນໄດ້ຈາກຜົນງານອັນໂດດເດັ່ນ ແລະ ໃຫຍ່ຫຼວງ ຫຼາຍທ່ານໄດ້ຮັບນາມມະຍົດເປັນນັກຮົບແຂ່ງຂັນ ກາຍເປັນວິລະຊົນແຫ່ງຊາດ ໄດ້ຮັບການປະດັບຫຼຽນໄຊປະເພດຕ່າງໆ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຫຼາຍລະດັບທີ່ແຕກຕ່າງກັນ.

     ນອກຈາກນີ້ ໃນພິຍັງຍັງມີຫຼາຍກິດຈະກໍາເຊັ່ນ ເດີນແບບເຄື່ອງນຸ່ງລາວທີ່ເປັນເອກະລັກ ວັດທະນະທໍາການແຕ່ງກາຍອັນຈົບງາມຂອງຊາດ ແລະ ຂອງແມ່ຍິງລາວ ຈັດເວທີສົນທະນາໃນຫົວຂໍ້ທີ່ຕິດພັນກັບການພັດທະນາແມ່ຍິງ  ແລະ ການປົກປັກຮັກສາສິ່ງແວດລ້ອມ  ການທັດສະນະເບິ່ງກິດຈະກໍາການຜະລິດເຄື່ອງນຸ່ງຈາກຝ້າຍ-ໄໝ ການແຂ່ງຂັນກິລາມິດຕະພາບ ທັງນີ້ກໍເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວໃຫ້ມີຫຼາຍຮູບແບບ ແລະ ສີສັນ ເຮັດໃຫ້ແມ່ຍິງມີຄວາມເຂົ້າໃຈຕໍ່ມູນເຊື້ອ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງລາວ ເຂົ້າໃນການດໍາລົງຊີວິດໃນເງື່ອນໄຂໃໝ່ ເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມມີຄວາມຮັບຮູ້ຕື່ມ ທັງເປັນການສ້າງຄວາມເຊື່ອໝັ້ນ ແລະ ຖືສໍາຄັນຕໍ່ບົດບາດຂອງແມ່ຍິງໃນການເຂົ້າຮ່ວມປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການປະຕິບັດນະໂຍບາຍຂອງພັກ-ລັດ ແລະ ແຜນພັດທະນາແມ່ຍິງ.

error: Content is protected !!