ຮຸ່ງເຮືອງ ກອນສິນ ສະໜັບສະໜູນ 300 ລ້ານກີບໃຫ້ນັກກີລາບານເຕະທີມຊາດລາວ U-19

    ທ້າວ ຮຸ່ງເຮືອງ ກອນສິນ ອາຍຸ 13 ປີ ປັດຈຸບັນ ສຶກສາຢູ່ໂຮງຮຽນນານາຊາດ ປັນຍາທິບ (PIS) ເປັນນັກຮຽນ ຊັ້ນ ມ.3 ກຽມຂຶ້ນ ມ.4 ໄດ້ເຫັນຄວາມສຳຄັນການພັດທະນາບານເຕະລາວ ນຳເອົາເງິນເກັບທີ່ສະສົມສ່ວນຕົວ ມອບໃຫ້ທີມນັກກີລາບານເຕະທີມຊາດລາວ U-19 ຈຳນວນ 300 ລ້ານກີບ ເພື່ອເປັນຂວັນກຳລັງໃຈ ທີ່ສາມາດຍາດໄດ້ຫຼຽນເງິນໃນການແຂ່ງຂັນບານເຕະ AFF U19 Championship 2022 ທີ່ປະເທດອິນໂດເນເຊຍ ໃນພິທີຕ້ອນຮັບຄະນະຄູເຝິກ ແລະ ນັກກີລາ ຈັດຂຶ້ນໃນວັນທີ 19 ກໍລະກົດ 2022 ທີ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມທ່ານ ສຈ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ມີທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ຄະນະນັກກີລາ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ທ້າວ ຮຸ່ງເຮືອງ ກອນສິນ ໄດ້ກ່າວວ່າ:  ສຳລັບການມອບເງິນຈຳນວນດັ່ງກ່າວ ແມ່ນເພື່ອເປັນການປະກອບສ່ວນສະໜັບສະໜູນໃຫ້ນັກກິລານຳໄປໃຊ້ການເຝິກຊ້ອມພັດທະນາທີມໃນອະນາຄົດ ເງິນສ່ວນນີ້ ເປັນເງິນທີ່ເກັບທ້ອນມາເປັນເວລາຫຼາຍປີ ອີກຢ່າງ ຕົນເອງກໍເປັນຜູ້ໜຶ່ງທີ່ມັກຮັກໃນກີລາ ໂດຍສະເພາະ ບານເຕະ ແລະ ບານບ້ວງ ໄດ້ເຫັນຜົນງານອັນໂດດເດັ່ນຂອງອ້າຍໆ ຈຶ່ງຕັດສິນໃຈມອບເງິນສະໜັບສະໜູນດ້ວຍຄວາມເຕັມໃຈ ໂດຍພ້ອມທີ່ຈະເປັນສ່ວນໜຶ່ງໃນການຊຸກຍູ້ສົ່ງເສີມກີລາບານເຕະ ແລະ ນັກກີລາທີມຊາດລາວ ເພື່ອເປັນຕົວແທນຂອງ ສປປ ລາວ ໃນການສ້າງຊື່ສຽງອັນດີໃນເວທີສາກົນ ເປັນນັກກີລາຮຸ່ນສືບທອດຂອງປະເທດຊາດໃນຕໍ່ໜ້າ ແລະ ເປັນແບບຢ່າງໃນການສ້າງແຮງບັນດານໃຈໃຫ້ແກ່ນັກກີລາຮຸ່ນໃໝ່ ໃຫ້ມີຄວາມມຸ່ງໝັ້ນພັດທະນາຕົນເອງ ເພື່ອໃຫ້ໄດ້ເປັນຕົວແທນຂອງກີລາບານເຕະທີມຊາດລາວໃນຮຸ່ນຕໍ່ໆໄປ.

    ສຳລັບ ຮຸ່ງເຮືອງ ກອນສິນ ເປັນລູກຂອງທ່ານ ນາງ ວິພາພອນ ປະທານບໍລິສັດ ລາວວິໄອພີພັດທະນາການລົງທຶນຈຳກັດຜູ້ດຽວ  ບໍລິສັດ ລາວວິໄອພີຊີຣຽດບລັອກເຊນ ເຕັກໂນໂລຊີ ຈຳກັດ ຜູ້ດຽວ ນອກນັ້ນ ຍັງມີສຳນັກງານເປັນເຈົ້າຂອງບໍລິສັດຢູ່ຕ່າງປະເທດ ຄື ປະເທດສິງກະໂປ ປະເທດດຸໄບ ແລະ ປະເທດມຽນມາ.

error: Content is protected !!