ຫາລືປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່

    ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງໄຊສົມບູນ ແລະ ບໍລິສັດ ລາວ-ຊາຍນາເບສ ມາຍນິ້ງ ຈໍາກັດ (ເຈົ້າຂອງໂຄງການ) ໄດ້ຈັດກອງປະຊຸມປຶກສາຫາລື (ຜ່ານລະບົບປະຊຸມທາງໄກ) ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃນວັນທີ 21 ກໍລະກົດ 2022 ທີ່ນະຄອນຫຼວງວຽງຈັນ ເພື່ອຜ່ານບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທອງ ແຮ່ຄໍາ ແລະ ແຮ່ກວັກ ຢູ່ເຂດບ້ານຍາມຈະເລີນໄຊ ເມືອງທ່າໂທມ ແຂວງໄຊສົມບູນ ເປັນປະທານຂອງທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ບຸນຫຼາຍ ທົນທະວົງສາ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງໄຊສົມບູນ ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂັ້ນສູນກາງ ທ້ອງຖິ່ນ (ຂັ້ນບ້ານ ເມືອງ ແລະ ແຂວງ) ເຈົ້າຂອງໂຄງການ ແລະ ບໍລິສັດທີ່ປຶກສາສິ່ງແວດລ້ອມ ເຂົ້າຮ່ວມ.

     ກອງປະຊຸມ​ໄດ້ຮັບຟັງການລາຍງານສະພາບລວມ ປະຫວັດຄວາມເປັນມາ ຂະບວນການ ແລະ ເຕັກນິກການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ-ແຮ່ທອງ-ແຮ່ກວັກ ໂດຍສະເພາະ ການກໍານົດມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມຂອງໂຄງການດັ່ງກ່າວ ພາຍຫຼັງທີ່ໄດ້ຮັບຟັງລາຍລະອຽດຂອງການປະເມີນຜົນກະທົບຕໍ່ສິ່ງແວດລ້ອມໂຄງການດັ່ງກ່າວແລ້ວ ຜູ້ເຂົ້າຮ່ວມໄດ້ປຶກສາຫາລື ແລະ ປະກອບຄໍາຄິດເຫັນ ເພື່ອໃຫ້ເຈົ້າຂອງໂຄງການນໍາໄປປັບປຸງໃສ່ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມໃຫ້ມີຄວາມຄົບຖ້ວນສົມບູນ ໂດຍລວມ ກໍແມ່ນການກໍານົດບັນຫາຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ທີ່ຄາດວ່າຈະເກີດຈາກບັນດາກິດຈະກໍາຂອງໂຄງການ ພ້ອມທັງການກໍານົດບັນດາມາດຕະການຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບດັ່ງກ່າວ ແນໃສ່ເຮັດໃຫ້ເນື້ອໃນບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມຂອງໂຄງການດັ່ງກ່າວມີຄວາມຮັບປະກັນຢ່າງຮອບດ້ານ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.

     ໃນຕອນທ້າຍ ທ່ານປະທານກອງປະຊຸມໄດ້ສະຫຼຸບໃຫ້ເຫັນບາງບັນຫາທີ່ທາງບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມ ແລະ ເຈົ້າຂອງໂຄງການ ຕ້ອງໄດ້ນໍາໄປປັບປຸງຕື່ມຕາມການປະກອບຄໍາເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ ແລ້ວໃຫ້ນໍາສະເໜີກົມສິ່ງແວດລ້ອມ ເພື່ອກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງເອກະສານສະບັບປັບປຸງສຸດທ້າຍ ກ່ອນນໍາສະເໜີຄະນະນໍາກະຊວງພິຈາລະນາຮັບຮອງອອກໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມຕາມລະບຽບການ.

# ຂ່າວ  -ພາບ : ເພັດສະໝອນ

error: Content is protected !!