ອີງຕາມຂໍ້ມູນຈາກອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ໃຫ້ຮູ້ວ່າ: ຮອດປີ 2030 ແຂວງສະຫວັນນະເຂດ ຈະມີອັດຕາສ່ວນປະຊາກອນໃນໄວເຮັດວຽກຫຼາຍທີ່ສຸດ (ໄວອາຍຸ 15-64 ປີ) ແລະ ຈະສາມາດເພີ່ມພູນຜົນປະໂຫຍດດ້ານເສດຖະກິດໄດ້ຫຼາຍ ຈາກການມີປະຊາກອນໃນເກນອາຍຸເຮັດວຽກ ຖ້າຮັບປະກັນໃຫ້ທຸກຄົນມີສຸຂະພາບແຂງແຮງ ມີການສຶກສາ ມີບົດບາດຢ່າງເຕັມສ່ວນ ແລະ ໄດ້ຮັບການສ້າງຄວາມເຂັ້ມແຂງ.

ທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ປະຈຳ ສປປ ລາວ ໄດ້ກ່າວໃນພິທີສະເຫຼີມສະຫລອງວັນປະຊາກອນໂລກ ໃນວັນທີ 19 ກໍລະກົດ 2022 ທີ່ແຂວງສະຫວັນນະເຂດວ່າ: ການເອົາໃຈໃສ່ໃນການບັນລຸຄວາມຂອງໝັ້ນຄົງຂອງປະຊາກອນ ເປັນຫົວຂໍ້ສຳຄັນຂອງວັນປະຊາກອນໂລກປີນີ້ ຄື “ຫົນທາງສູ່ຄວາມໝັ້ນຄົງດ້ານປະຊາກອນ: ສະໜັບສະໜູນສິດທິ ແລະ ທາງເລືອກສຳລັບທຸກຄົນ” ແລະ ການຮັບຮອງສິດທິທາງເພດ ແລະ ຈະເລີນພັນເປັນສິດທິມະນຸດ ແມ່ນບາດກ້າວພື້ນຖານສັງຄົມ ທີ່ມີຄວາມໝັ້ນຄົງທາງປະຊາກອນ ຈະເຮັດໃຫ້ສະມາຊິກທຸກຄົນມີບົດບາດຢ່າງຕັ້ງໜ້າ ໃນການສ້າງອະນາຄົດທີ່ຍືນຍົງ ໂດຍຖືເອົາສິດທິມະນຸດ ສິດທິຂອງແມ່ຍິງ ສິດທິທາງເພດ ແລະ ການຈະເລີນພັນ ແລະ ສິດທິຂອງຜູ້ທີ່ຖືກປະໄວ້ຂ້າງຫຼັງ ເປັນໃຈກາງຂອງການລົງທຶນ ບໍ່ວ່າຈະເປັນໃນດ້ານການສຶກສາ ສາທາລະນະສຸກ ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການເຂົ້າເຖິງການວຽກເຮັດງານທໍາທີ່ເໝາະສົມ.

ເພື່ອສະເຫຼີມສະຫລອງວັນປະຊາກອນໂລກ ອົງການ UNFPA ຮຽກຮ້ອງໃຫ້ສ້າງການປ່ຽນແປງ ເພື່ອທັບມ້າງບັນທັດຖານດັ່ງເດີມ ແລະ ຫັນສິ່ງທ້າທາຍທາງດ້ານປະຊາກອນໃຫ້ເປັນໂອກາດ ໝາຍຄວາມວ່າ ຕ້ອງເອົາຄອບຄົວ ແລະ ຜູ້ຊາຍມາມີສ່ວນຮ່ວມ ເພື່ອຢຸດເບິ່ງການຖືພາທີ່ບໍ່ໄດ້ຕັ້ງໃຈ ເປັນເລື່ອງປົກກະຕິ ຕ້ອງໃຫ້ຄຸນຄ່າແມ່ຍິງ ແລະ ເດັກຍິງ ຕໍ່ກັບພອນສະຫວັນ ຄວາມຄິດສ້າງສັນ ຫຼື ສະຕິປັນຍາຂອງເຂົາເຈົ້າ ບໍ່ແມ່ນເປັນພຽງຜູ້ແຜ່ພັນເທົ່ານັ້ນ ເອົາຜູ້ຊາຍ ແລະ ເດັກຊາຍໃຫ້ມີສ່ວນຮ່ວມ ເພື່ອໃຫ້ເຂົາເຈົ້າມີບົດບາດຢ່າງຫ້າວຫັນ ແລະ ໃນທາງບວກໃນການສົ່ງເສີມ ແລະ ເຂົ້າເຖິງການວາງແຜນຄອບຄົວ ສະໜອງການສຶກສາໃຫ້ເຂົາເຈົ້າ ກ່ຽວກັບວິທີສະໜັບສະໜູນທາງເລືອກຂອງແມ່ຍິງ ໂດຍການມີສ່ວນຮ່ວມຂອງນາຍບ້ານ ເພື່ອສົ່ງເສີມການເປັນຜູ້ຊາຍໃນທາງບວກຮັບປະກັນການເບິ່ງແຍງສຸຂະພາບຈະເລີນພັນ ຈະບໍ່ຖືກເບິ່ງເປັນເລື່ອງທີ່ໜ້າອາຍ ຫຼື ໜ້າລັງກຽດ ສະໜັບສະໜູນຄວາມເປັນເອກະລາດທາງຮ່າງກາຍ ແລະ ເຮັດໃຫ້ຄວາມເປັນເອກະລາດທາງຮ່າງກາຍ ສາມາດເຂົ້າເຖິງໄດ້ຢ່າງກວ້າງຂວາງໃນທຸກພື້ນທີ່ ແລະ ສໍາລັບທຸກໆຄົນ ໂດຍສະເພາະ ຜູ້ທີ່ຍັງຖືກປະໄວ້ຢູ່ຂ້າງຫຼັງໃນວຽກງານວາງແຜນຄອບຄົວເຊັ່ນ: ແມ່ຍິງທີ່ຍັງບໍ່ທັນແຕ່ງງານ ເດັກຍິງໄວໜຸ່ມ ຜູ້ທຸກຍາກທີ່ສຸດ ຜູ້ທີ່ມີສຶກສາຕໍ່າ ກຸ່ມຊົນເຜົ່າ ແລະ ຜູ້ທີ່ອາໄສຢູ່ໃນເຂດຊົນນະບົດ ໃຫ້ບູລິມະສິດໃນວຽກງານ ການປ້ອງກັນການຖືພາແບບບໍ່ຕັ້ງໃຈ ເພື່ອເຮັດໃຫ້ການຖືພາເປັນສິ່ງທີ່ຕັ້ງໃຈ ບໍ່ແມ່ນສິ່ງທີ່ຫຼີກລ່ຽງບໍ່ໄດ້ ໂດຍການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກຍິງ.# ຂ່າວ -ພາບ : ລັດເວລາ