ສະຫວັນນະເຂດ ກຽມພ້ອມຕອບໂຕ້ພະຍາດໄຂ້ຍຸງລາຍ

    ແຂວງສະຫວັນນະເຂດ ໄດ້ກຽມຄວາມພ້ອມດ້ານປັດໄຈພື້ນຖານ ໃນການສຸມໃສ່ສະກັດກັ້ນການລະບາດ ພະຍາດໄຂ້ຍຸງລາຍທີ່ມາໃນໄລຍະລະດູຝົນນີ້ ເປັນຕົ້ນ ການກຽມພ້ອມດ້ານບຸຄະລາກອນ ສະຖານທີ່ຮອງຮັບຜູ້ຕິດເຊື້ອ ອຸປະກອນການແພດ ຢາປິ່ນປົວ ແລະ ອື່ນໆ ເພື່ອສຸມໃສ່ການສະກັດກັ້ນການລະບາດພະຍາດດັ່ງກ່າວ ແລະ ແນໃສ່ເຮັດການຕິດເຊື້ອຫຼຸດລົງ.​

    ທ່ານ ດຣ ຈັນທະລາ ພາມີສິດ ຮອງຜູ້ອຳນວຍການໂຮງໝໍແຂວງສະຫວັນນະເຂດ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ປັດຈຸບັນ ໂຮງໝໍແຂວງສະຫວັນນະເຂດ ໄດ້ມີຄວາມພ້ອມໃນການສະກັດກັ້ນພະຍາດໄຂ້ຍຸງລາຍ ເປັນຕົ້ນ ພວກເຮົາໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາວຽກງານດັ່ງກ່າວຢ່າງເປັນລະບົບ  ແບ່ງການເຮັດວຽກເປັນທີມ ໂດຍແບ່ງເປັນຄະນະທີມແພດປິ່ນປົວຄົນເຈັບຜູ້ໃຫຍ່ ແລະ ເດັກນ້ອຍໄວ້ເປັນຈຸດແຍກຈາກກັນ  ພ້ອມນັ້ນ ໄດ້ມີອຸປະກອນການແພດ ຢາປິ່ນປົວ ແລະ ສະຖານທີີ່ປິ່ນປົວໂຮງໝໍ ກໍໄດ້ມີຄວາມກຽມພ້ອມຮອງຮັບຄົນເຈັບໃນກໍລະນີມີຜູ້ຕິດເຊື້ອເພີ່ມຂຶ້ນ ແຕ່ຄຽງຄູ່ກັບປັດໄຈດັ່ງກ່າວ ກໍຍັງມີສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະ ໃນດ້ານສະຖານທີ່ປິ່ນປົວຄົນເຈັບຍັງມີຄວາມແອອັດ ຫຼື ອາດບໍ່ພຽງພໍ ຫາກກໍລະນີມີການລະບາດເປັນວົງກວ້າງຄືປີຜ່ານມາ ເຊິ່ງມາຮອດປັດຈຸບັນ ຢູ່ໂຮງແຂວງສະຫວັນນະເຂດມີຜູ້ນອນປິ່ນປົວພະຍາດໄຂ້ຍຸງລາຍ 379 ກໍລະນີ ເຊິ່ງທັງໝົດແມ່ນມີອາການເບົາບາງ ແລະ ຕ້ອງໄດ້ຕິດຕາມອາການປິ່ນປົວຈາກແພດໝໍຢ່າງໃກ້ສິດ.​

  ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ກໍຄືທຸກພາກສ່ວນໃນທົ່ວສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນອະນາໄມແຫຼ່ງເພາະພັນຂອງຍຸງລາຍ ໂດຍປະຕິປັດຫຼັກການ 5 ປ ເປັນປົກກະຕິຄື: ປະຕິບັດການຖອກນໍ້າອອກຈາກຄຸ ອ່າງ ຊາມ ແລະ ພາຊະນະໃສ່ນ້ຳ ແລະ ອື່ນໆ ເອົາໃຈໃສ່​ຂັດຖູທາງໃນພາຊະນະ ປົກ ຫຼື ອັດພາຊະນະທີ່ມີນ້ຳ ທຳຄວາມສະອາດຂອງໂຖດອກໄມ້ ຖາງຕົ້ນໄມ້ ແລະ ໝັ່ນປ່ຽນນ້ຳເປັນປະຈຳ ອະນາໄມທໍ່ຮ່ອງນ້ຳທີ່ສາມາດເປັນແຫຼ່ງເພາະພັນຍຸງລາຍເປັນປະຈໍາ ໃນກໍລະນີຫາກມີອາການເປັນໄຂ້ໄລຍະນີ້ ຄວນໄປປຶກສາແພດໝໍ ເພື່ອຮັບການປິ່ນປົວຢ່າງຖືກວິທີ.​

# ລັດເວລາ

error: Content is protected !!