ປະຊາຊົນບ້ານດົງສະຫວາດ ສ້າງເສັ້ນທາງປູຢາງສອງຊັ້ນ

    ກອງປະຊຸມສະຫຼຸບໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ໄລຍະທີ 1 ຂອງບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 21 ກໍລະກົດ 2022 ທີ່ບໍລິສັດ ວຽງຈັນເຕັກໂນ ກຣຸບ ມີທ່ານ ວິໄລກອນ ສູນດາລາ ຮອງເລຂາພັກເມືອງສີສັດຕະນາກ ທ່ານ ບຸນຕາ ນາມພິໄຊ ຮອງປະທານກວດກາພັກເມືອງສີສັດຕະນາກ ຜູ້ຊີ້ນຳບ້ານດົງສະຫວາດ ທ່ານ ພັນໂທ ບຸນສົງ ດາລາແສນ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງສີສັດຕະນາກ ຕາງໜ້າຫ້ອງການ ຍທຂ ເມືອງ ຄະນະພັກຮາກຖານກຸ່ມ ອຳນາດການປົກຄອງບ້ານ ຄະນະລະດົມທຶນ ນັກທຸລະກິດ ແລະ ປະຊາຊົນບ້ານດົງສະຫວາດເຂົ້າຮ່ວມ.

    ທ່ານ ນາງ ສາຍສະໝອນ ວົງພະຈັນ ນາຍບ້ານດົງສະຫວາດ ໄດ້ຂຶ້ນລາຍງານການກໍ່ສ້າງທາງປູຢາງສອງຊັ້ນວ່າ: ບ້ານດົງສະຫວາດ ມີພົນລະເມືອງທັງໝົດ 3.894 ຄົນ 1.272 ຫຼັງຄາເຮືອນ ມີ 68 ໜ່ວຍ ມີທາງຮ່ອມ 61 ຮ່ອມ ມີເສັ້ນທາງຫຼັກທີ່ເຊື່ອມກັບບ້ານອ້ອມຂ້າງ 6 ເສັ້ນຫຼັກ ໜຶ່ງໃນນັ້ນ ມີທາງເລາະຮ່ອງນໍ້າຊົນລະປະທານ ແລະ ຜ່ານມາ ກອງທຶນສ້າງທາງບ້ານບໍ່ມີ ແຕ່ເຫດຜົນທີ່ຢາກສ້າງທາງປູຢາງ ຍ້ອນມີເງື່ອນໄຂຫຼາຍອັນຄື: ພະແນກ ຍທຂ ນະຄອນຫຼວງ ປູທາງດິນແດງ ປູທາງຢາງແຕ່ບ້ານດອນກອຍຫາບ້ານດົງສະຫວາດ ນັກທຸລະກິດ ແລະ ປະຊາຊົນຕັ້ງເຮືອນຢູ່ລຽບຄອງຊົນລະປະທານ ສົມທົບກັບອົງການປົກຄອງບ້ານ ໄດ້ປຶກສາຫາລືຍາດເວລາເອົາທີ່ໄລຍະນະຄອນຫຼວງປູທາງດິນແດງ ໄດ້ປຶກສາກັບຄະນະພັກເມືອງ ຜູ້ຊີ້ນຳກຸ່ມບ້ານຈຶ່ງໄດ້ຕົກລົງຕັດສິນໃຈເຮັດເສັ້ນທາງນີ້ໃຫ້ໄດ້ມາດຕະຖານ ໂດຍໄດ້ປູຢາງ 2 ຊັ້ນ ມີຄວາມຍາວ 1.040 ແມັດ ກວ້າງ 6 ແມັດ ມູນຄ່າ 468 ລ້ານກີບ ໂດຍແມ່ນທຶນຂອງປະຊາຊົນພາຍໃນບ້ານ.

    ໂຄງການໄດ້ເລີ່ມກະກຽມເດືອນກຸມພາ ແລະ ເດືອນພຶດສະພາ 2022 ໄດ້ສໍາເລັດປູຢາງຊັ້ນທີ 1 ມີຄວາມຄືບໜ້າ 60% ມູນຄ່າ 234 ລ້ານກີບ ປັດຈຸບັນ ສືບຕໍ່ລະດົມນຳປະຊາຊົນເພື່ອປູຊັ້ນທີ 2 ຄາດວ່າຈະໃຫ້ສຳເລັດພາຍໃນປີ 2022 ສ່ວນຮູບແບບການລະດົມຄື: ລະດົມນໍານັກທຸລະກິດ ວັດ ແລະ ປະຊາຊົນ ໂດຍເອົາພາຫະນະລົດເປັນຫຼັກຄື:ຜູ້ມີລົດຈັກ 2 ແສນກີບ ຜູ້ມີລົດເກງລົດກະບະ 5 ແສນກີບ ຜູ້ມີລົດ 6 ລໍ້ນ້ອຍແກ່ດິນ 1 ລ້ານກີບ ແລະ ຜູ້ມີລົດ 10 ລໍ້ໃຫຍ່ແກ່ດິນ 2 ລ້ານກີບຕໍ່ຄອບຄົວ ຖ້າມີຄອບຄົວໃດຂາດເຂີນ ກໍໄດ້ນະໂຍບາຍ ເຊິ່ງການລະດົມເກັບເປັນແຕ່ລະໄລຍະ ໃຫ້ສຳເລັດເດືອນພະຈິກ 2022.

    ໃນພິທີ ຍັງໄດ້ມອບໃບຍ້ອງຍໍຂັ້ນເຈົ້າເມືອງສີສັດຕະນາກໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ປະກອບສ່ວນທາງດ້ານທຶນຮອນ ເຂົ້າໃນການກໍ່ສ້າງທາງປູຢາງສອງຊັ້ນ ບ້ານດົງສະຫວາດ ແຕ່ມູນຄ່າ 5 ລ້ານກີບຂຶ້ນໄປ ປະກອບມີ:ທ່ານ ນາງ ສຸກດາວອນ ຫຼໍ່ແສງສີ ແລະ ທ່ານ ພັນທະຈິດ ອິນທິລາດ ພາກສ່ວນລະ 50 ລ້ານກີບ ທ່ານ ນາງ ທຳມະນີວອນ ພົມມະຈັນ 30 ລ້ານກີບ ພະອາຈານ ດາວເຮືອງ ຄຳປະເສີດ ພ້ອມດ້ວຍຄະນະສົງວັດບ້ານດົງສະຫວາດ 21,9 ລ້ານກີບ ທ່ານ ສີສຸວັນ ແກ້ວມະນີ ປະທານບໍລິສັດ ວຽງຈັນເຕັກໂນ ກຣຸບ 20 ລ້ານກີບ ທ່ານ ອາລຸນ ບຸນວິໄລ 10 ລ້ານກີບ ທ່ານ ນາງ ປາລິດາ ພາວົງ 6 ລ້ານກີບ ທ່ານ ສິດທິສັກ ສີລາດວງເລີດ ທ່ານ ວິສານ ແສງສຸວັນ ທ່ານ ນາງ ມະນີລາ ບຸຜາລາວັນ ແລະ ທ່ານ ປິດສະການ+ນາງ ເຄືອວັນ ບິກຊາກັນລະຍາ ພາກສ່ວນລະ 5 ລ້ານກີບ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!